





ທ້າຍອາທິດຜ່ານມານີ້, ທ່ານ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ ລົງຊຸກວຽກງານສາທາລະນະສຸກຢູ່ສຸກສາລາບ້ານປາງສະລາວ ເຂົ້າຮ່ວມມບັນດາຫົວໜ້າຫ້ອງການສາທາລະນະສຸກເມືອງ, ປະທານຄະນະກໍາມະການປົກຄອງຕາແສງ, ຄະນະພັກອໍານາດການປົກຄອງບ້ານ, ຕະຫຼອດຮອດພະນັກງານແພດໝໍເຂົ້າຮ່ວມ.
ພິທີໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານສະທາລະນະສຸກໃນໄລຍະມາຜ່ານ, ພະນັກງານແພດໝໍທຸກຄົນໄດ້ເອົາໃຈໃສ່ໃນການໂຄສະນາສຸຂະສຶກສາໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊິ່ງ ແລະ ກ້ວາງຂວາງ, ເປັນຕົ້ນແມ່ນການປຸກລະດົມໃຫ້ພາລູກຫຼານຂອງຕົນໄປຮັບວັກຊີ່ນກັນພະຍາດ, ພາຍໃນເຂດບໍລິການຂອງສຸກສາລາ, ສາທາລະນະສຸກ, ວຽກງານອະນາໄມ ແລະ ສົ່ງເສີ່ມສຸຂະພາບ, ວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່, ວຽກງານອາຫານ-ຢາ, ວຽກງານປະກັນສຸຂະພາບ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງ ເຊິ່ງບັນດາໜ່ວຍງານ, ຈຸງານ ແລະ ສຸກສາລາ. ກອງປະຊຸມໄດ້ມີການສົນທະນາ, ລາຍງານກ່ຽວກັບບັນຫາຈຸດດີ, ຈຸດອ່ອນ ແລະ ສິ່ງທ້າທາຍຕ່າງໆ ໃນການປະຕິບັດໂດຍເນັ້ນໃສ່ 14 ໂຕຊີ້ບອກຂອງກະຊວງສາທາລະນະສຸກວາງອອກ, ສະພາແຫ່ງຊາດຮັບຮອງ ໃຫ້ບັນລຸຕາມລະດັບຄາດໝາຍ ປີ 2026-2030 ຈາກນັ້ນຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນເພື່ອເປັນແລກປ່ຽນບົດຮຽນຂອງແຕ່ລະສະຖານທີ່ບໍລິການໃນການແກ້ໄຂບັນຫາ ແລະ ສິ່ງທ້າທາຍຕ່າງໆ.
ໃນຕອນທ້າຍກອງປະຊຸມ ທ່ານ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ໄດ້ເນັ້ນໜັກໃຫ້ພະນັກງານແພດໝໍທຸຄົນຕ້ອງໄດ້ສຶບຕໍ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃນກ່ຽວກັບວຽກງານສາທາລະນະສຸກ, ຕ້ອງຫັນລົງໃກ້ສິດຕິດແທດກັບປະຊາຊົນ ແລະ ສ້າງສິ່ງອໍານວຍຄວາມສະດວກສະຖານທີ່ບໍລິການຕ່າງ ພ້ອມກັນເອົາໃຈໃສ່ໃນການປະຕິບັດບັນດາຕົວຊີ້ວັດທີ່ບໍ່ທັນບັນລຸ, ສືບຕໍ່ໃນການໃຫ້ບໍລິການກວດ-ປິ່ນປົວ, ລົງສັກຢາວັກຊິນກັນພະຍາດ, ລົງສຳຫຼວດໜອນນ້ຳ, ຕິດຕາມ, ເຝົ້າລະວັງການລະບາດຂອງພະຍາດຕາມລະດູການ ແລະ ປະຕິບັດວຽກງານອື່ນໆ ໃຫ້ເປັນໄປຕາມແຜນທີ່ວາງໄວ້.
ພາບ-ຂ່າວ: ບຸນຈັນ ບຸນປັນຍາ.