









ໜ່ວຍພັກຫ້ອງການສາທາລະນະສຸກເມືອງຫ້ວຍຊາຍ ເປີດບັ້ນດຳເນີນຊີວິດການເມືອງ ຕິດພັນກັບ ການປະເມີນພະນັກງານລັດຖະກອນ ເມືອງຫ້ວຍຊາຍ ໄດ້ຈັດຂຶ້ນໃນ ວັນທີ 24 ກັນຍາ ນີ້ ໂດຍການເປັນປະທານຂອງ ສະຫາຍ ອຸ່ນຫຼ້າ ມື່ນພົນ ກໍາມະການພັກເມືອງ ເລຂາໜ່ວຍພັກຫ້ອງການສາທາລະນະສຸກເມືອງຫ້ວຍຊາຍ ເຂົ້າຮ່ວມມີ ສະຫາຍ ທິບພະກອນ ມະນີຄໍາຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ, ມີບັນດາເລຂາໜ່ວຍພັກ, ຄະນະປັບປຸງກົງຈັກຂັ້ນເມືອງ ຕະຫຼອດເຖິງສະມາຊິກພັກເຂົ້າຮ່ວມ.
ສະຫາຍ ອຸ່ນຫຼ້າ ມື່ນພົນ ກໍາມະການພັກເມືອງ ເລຂາໜ່ວຍພັກຫ້ອງການສາທາລະນະສຸກເມືອງຫ້ວຍຊາຍ, ໄດ້ມີຄໍາເຫັນຕໍ່ ກອງປະຊຸມດໍາເນີນຊີວິດການເມືອງຕິດພັນກັບ ການປະເມີນພະນັກງານລັດຖະກອນ ປະຈຳປີ 2026 ເປັນການສໍາຫຼວດຕີລາຄາຄືນຕໍ່ຜົນງານໃນການຈັດຕັ້ງປະຕິບັດວຽກງານຜ່ານມາ, ໂດຍສະເພາະແມ່ນການປະຕິບັດໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຄະນະໜ່ວຍພັກ, ສະມາຊິກແຕ່ລະສະຫາຍທີ່ໄດ້ຮັບມອບໝາຍ, ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ຈາກນັ້ນ ສະຫາຍ ນາງ ຈາລຸນນີ ສິດທິວົງ ຮອງເລຂາໜ່ວຍພັກ ໄດ້ຜ່ານບົດສະຫຼຸບໜ່ວຍພັກປອດໃສ່ເຂັ້ມແຂງໜັກແໜ້ນ, ປະຈໍາປີ 2026 ຜ່ານມາຄະນະໜ່ວຍພັກໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງແນວຄິດ ໃຫ້ພະນັກງານລັດຖະກອນ ໃຫ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ໄດ້ນໍາເອົາມະຕິກອງປະຊຸມໃຫຍ່ສູນກາງພັກ ກໍ່ຄືກອງປະຊຸມໃຫຍ່ອົງຄະນະພັກແຂວງ ວາງອອກເປັນຕົ້ນ: ທາງດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ທາງດ້ານແນວຄິດ, ທາງດ້ານສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນຂອງພັກ, ທາງດ້ານແບບແຜນການນຳພາ ແລະ ວິທີເຮັດວຽກ; ທາງດ້ານຄວາມຮັບຜິດຊອບໜ້າທີ່ການເມືອງ: ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂຂອງຄະນະໜ່ວຍພັກ, ສະມາຊິກພັກໄດ້ປະກອບຄຳຄິດ, ຄໍາເຫັນຕໍ່ກັບບົດສໍາຫຼວດການນຳພາລວມຂອງສະມາຊິກພັກ ແລະ ບົດສະຫຼຸບການຊີ້ນໍາ – ນໍາພາ ແລະທິດທາງແຜນການຂອງບັນດາໜ່ວຍພັກຄຽງຄູ່ກັນນັ້ນ ພວກເຮົາຈະໄດ້ຕີລາຄາຄຸນະພາບ ແລະ ແບ່ງປະເພດໜ່ວຍພັກ, ສະມາຊິກພັກ ປະຈຳປີ 2026 ແລະ ຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2027 ຂອງໜ່ວຍພັກ, ພ້ອມນັ້ນຍັງໄດ້ປະເມີນຜົນຕີລາຄາການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແມ່ນເພື່ອຄັດເລືອກເອົາພະນັກງານ-ລັດຖະກອນຜູ້ທີ່ມີຜົນງານດີເດັ່ນ, ທັງເປັນການກວດກາຄືນກ່ຽວກັບການເຄື່ອນໄຫວປະຕິບັດຂອງພະນັກງານລັດຖະກອນໃນ 1 ປີຜ່ານມາ ຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ, ຂອງພະນັກງານແຕ່ລະສະຫາຍ, ເພື່ອນຳໄປປັບປຸງແກ້ໄຂໃຫ້ດີຂຶ້ນເພື່ອຮັບປະກັນການຈັດຕັ້ງປະເພດລັດຖະກອນໃຫ້ຖຶກຕ້ອງ ແລະ ຍົກສູງຄຸນນະພາບ, ສ້າງໃຫ້ມີຄວາມສາມັກຄີໜັກແໜ້ນ ແລະ ປັບປຸງການຈັດຕັ້ງໃຫ້ເຂັ້ມແຂງ, ເພື່ອສັງເກດຕີລາຄາພະນັກງານ-ລັດຖະກອນທຸກສະຫາຍຊອກໃຫ້ເຫັນດ້ານດີຜົນງານ ດ້ານອ່ອນ ເພື່ອປັບປຸງແກ້ໄຂ, ພ້ອມດຽວກັນນີ້, ຄະນະຮັບຜິດຊອບໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຮັບຮອງເອົາໜ່ວຍພັກຫ້ອງການສາທາລະນະສຸກເມືອງຫ້ວຍຊາຍ ເປັນໜ່ວຍພັກປອດໃສ ເຂັ້ມແຂວງ ແລະ ໜັກແໜ້ນ, ພ້ອມທັງໝອບໃບຍ້ອງຍໍຂອງ ປະທານຄະນະກໍາມະການປົກຄອງແຂວງ ແລະ ຍ້ອງຍໍຂອງ ປະທານຄະນະກໍາມະການປົກຄອງເມືອງ ໃຫ້ຜູ້ທີມີຜົນງານດີເດັ່ນໃນການປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະກໍ່ຄືເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ໃຫ້ກຽດມອບຂອງ ສະຫາຍ ທິບພະກອນ ມະນີຄໍາຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ, ພ້ອມທັງມີຄໍາເຫັນ ຍ້ອງຍໍຊົມເຊີຍ ທາງຄະນະໜ່ວຍພັກຫ້ອງການສາທາລະນະສຸກເມືອງຫ້ວຍຊາຍຍາດມາໄດ້ໃນໄລຍະຜ່ານມາ, ສະຫາຍໄດ້ເນັ້ນໜັກໃຫ້ບັນດາເລຂາໜ່ວຍພັກ ສະມະຊິກພັກທຸກສະຫາຍ ຕ້ອງໄດ້ເອົາໃຈໃສ່ຕໍ່ໜ້າທີ່ວຽກງານ ກໍ່ຄືວິຊາສະເພາະຂອງຕົນທີ່ໄດ້ຮັບມອບໝາຍ, ເຊິ່ງມັນຈະເປັນຄາດໝາຍບັນດາໜ້າວຽກຕ່າງໆທີ່ຄະນະໜ່ວຍພັກ, ບັນດາສະຫາຍສະມາຊິກພັກພວກເຮົາຈະຕ້ອງໄດ້ອອກແຮງຊີ້ນໍາ – ນໍາພາຈັດຕັ້ງປະຕິບັດໃນຕໍ່ໜ້າ, ໃຫ້ກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນໃນຕໍ່ໜ້າ.
ພາບ,ຂ່າວ: ບຸນຈັນ ບຸນປັນຍາ