ເມືອງຜາອຸດົມປະກາດຮັບຮອງເອົາ 6 ບ້ານພາຍໃນກຸ່ມຫາດໜາມເປັນເປັນຄອບຄົວ,ບ້ານສາມັກຄີປອງດອງ ແລະເປັນໜ່ວຍ 3 ດີ 6 ຮັກສາຂອງສະຫະພັນນັກຮົບເກົ່າ.

ໃນຕອນເຊົ້າຂອງວັນທີ 24 ກັນຍາ 2026 ນີ້. ຢູ່ທີ່ເດີນໂຮງຮຽນ ມຕ ຫາດໜາມ ໄດ້ສໍາເລັດ ພິທີ ປະກາດຮັບຮອງເອົາ 6 ບ້ານ ຄື ບ້ານຫາດໜາມ, ບ້ານວັງເຫຼັກ, ບ້ານພູສູງ, ບ້ານຕາດຫ້ວຍແຄ້ງ, ບ້ານຫາດຫ້ອມ ແລະບ້ານຫາດໂຊນ ກຸ່ມຫາດໜາມເປັນຄອບຄົວ, ເປັນບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ແລະເປັນໜ່ວຍ 3 ດີ 6 ຮັກສາ ຂອງສະຫະພັນນັກຮົບເກົ່າ ເມືອງຜາອຸດົມ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນຄະນະປະທານຂອງທ່ານ ສົມນິດໄຊທະວົງສິດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ( ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ), ມີທ່ານ ບຸນເລື່ອນ ສິດສົມພູ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີຄະນະກໍາມະການປົກຄອງຕາແສງຫາດໝວກ, ຄະນະຮັບຜິດຊອບຫ້ອງການກ່ຽວຂ້ອງ, ເລຂາພັກບ້ານ, ອົງການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານຫາດໜາມ, ຄູ-ອາຈານ, ປກສ ກຸ່ມຫາດໜາມ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມ.

ພິທີ ຕາງໜ້າໃຫ້ແກ່ອົງການຈັດຕັ້ງບ້ານທັງ 6 ບ້ານໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ, ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ແລະໜ່ວຍ 3 ດີ 6 ຮັກສາຂອງສະຫະພັນນັກຮົບເກົ່າ, ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະບາງບົດຮຽນທີ່ຖອດ-ຖອນໄດ້ ທັງ 6 ບ້ານມີ 599 ຫຼັງຄາເຮືອນ, ມີ  745 ຄອບຄົວ, ມີພົນລະເມືອງທັງໝົດ 7.122 ຄົນ, ຍິງ 3.637 ຄົນ, ມີ 2 ຊົນເຜົ່າ, ຄື: ຊົນເຜົ່າລະເມດ 90% , ຊົນເຜົ່າລາວລຸ່ມ 10%, ປະຊາຊົນສ່ວນໃຫຍ່ຍຶດຖືອາຊີບຜະລິດກະສິກຳປູກຝັງ-ລ້ຽງສັດເປັນຕົ້ນຕໍ່, ການບໍລິການເປັນໜື່ງອາຊີບສຳຮອງ ຜ່ານມາມີຄອບຄົວເຂົ້າຮ່ວມການປະເມີນທັງໝົດບ້ານ 599 ຄອບຄົວ, ມີຄອບຄົວໄດ້ຄະແນນປະເມີນດີເລີດໃນ 4 ມາດຖານ ( ໄດ້ 10 ຄະແນນ) ມີ 60 ຄອບຄົວ, ( ໄດ້ 8-9 ຄະແນນ) ມີ 378 ຄອບຄົວ, ( ໄດ້ 6-7 ຄະແນນ) ມີ 150 ຄອບຄົວ, ນັກຮົບເກົ່າໜ່ວຍຫາດໜາມມີ 5 ບ້ານ ຂຶ້ນກັບ ຄື  ບ້ານຫາດໜາມ, ບ້ານພູສູງ, ບ້ານຫາດຫ້ອມ, ບ້ານຫາດໂຊນ ແລະ ບ້ານຕາດຫ້ວຍແຄ້ງ, ມີສະມາຊິກນັກຮົບເກົ່າ ທັງໝົດ 15 ສະຫາຍ, ເປັນທະຫານທັງໝົດ, ຜ່ານການປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ 6 ຮັກສາ ຕິດພັນກັບການແຂ່ງຂັນຮັກຊາດ ແລະພັດທະນາ, ຊຸກຍູ້ວຽກງານ 3 ສ້າງປະເມີນໄດ້ 15 ສະຫາຍ, ຄະແນນບຸກຄົນສະເລ່ຍ 90%, ການປະເມີນຜົນລວມຂອງໜ່ວຍໄດ້ 95 ຄະແນນເຊິ່ງເທົ່າກັບ 90%, ຈາກນັ້ນ ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງເມືອງວ່າດ້ວຍການຮັບຮອງເອົາຄອບຄົວສາມັກຄີປອງດອງ, ຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງ ວ່າດ້ວຍການຮັບຮອງເອົາບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ ແລະຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງເມືອງວ່າດ້ວຍການຮັບຮອງເອົາສະຫະພັນນັກຮົບເກົ່າໜ່ວຍຫາດໜາມເປັນໜ່ວຍ 3 ດີ 6 ຮັກສາ ພ້ອມທັງມອບໃບຢັ້ງຢືນດັ່ງກ່າວເປັນກຽດມອບໂດຍຄະນະປະທານຮັບໂດຍອົງການຈັດຕັ້ງບ້ານທັງ 6 ບ້ານ ແລະປະທານສະຫະພັນນັກຮົບເກົ່າ   ໜ່ວຍຫາດໜາມ.

ໂອກາດນີ້ ທ່ານ ສົມນິດໄຊທະວົງສິດ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ອົງການຈັດຕັ້ງບ້ານ ແລະພໍ່ແມ່ປະຊາຊົນທັງ 6 ບ້ານຍາດມາໄດ້ໃນໄລຍະຜ່ານມາ ແລະທ່ານໄດ້ຮຽກຮ້ອງມາຍັງອົງການຈັດທີ່ກ່ຽວຂ້ອງທຸກຂັ້ນຈົ່ງເອົາໃຈໃສ່ສືບສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ອົງການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ເຂັ້ມແຂງໜັກແໜ້ນ, ຮັກສາມູນເຊື້ອຄວາມສາມັກຄີປອງດອງ ແລະຄວາມເປັນເອກະພາບພາຍໃນບ້ານຂອງຕົນໃຫ້ແໜ້ນແຟ້ນປະຊາຊົນຍູຖ່າງທໍາມາຫາກິນສ້າງເສດຖະກິດຄອບຄົວໃຫ້ມັ່ງຄັ່ງເຂັ້ມແຂງເຮັດໃຫ້ບ້ານກາຍເປັນບ້ານພົ້ນທຸກ ແລະກາຍເປັນບ້ານພັດທະນາໃນຕໍ່ໜ້າ. ຕອນທ້າຍຂອງ ພິທີ ຄະນະປະທານແລະຜູ້ເຂົ້າຮ່ວມໄດ້ພ້ອມກັນຕັດແຖບຜ້າເປີດປ້າຍລັ່ນຄ້ອງເກົ້າບາດເພື່ອຮັບຮອງເອົາ 6 ບ້ານຂອງກຸ່ມຫາດໜາມເປັນຄອບຄົວສາມັກຄີປອງ, ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ແລະຮັບຮອງເອົາສະຫະພັນນັກຮົບເກົ່າໜ່ວຍຫາດໜາມເປັນໜ່ວຍ 3 ດີ 6 ຮັກສາຂອງສະຫະພັນນັກຮົບເກົ່າເມືອງຢ່າງເປັນທາງການ.

ພາບ-ຂ່າວ: ໂສພາ ທິບພະວົງ. ວິຊາການຂ່າວຄະນະໂຄສະນາອົບຮົມເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa