ພິທີເປີດຂໍ້ແຂ່ງຂັນປະຈຳປີ 2026 ຂອງຫ້ອງທະຫານຊາຍແດນ ທະຫານແຂວງບໍ່ແກ້ວ.

ໃນວັນທີ 25 ກັນຍາ 2026 ນີ້, ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດຕັ້ງພິທີ ເປີດຂໍ້ແຂ່ງຂັນປະຈຳປີ 2026 ຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນນອງ ອະໄພ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງຊາຍແດນ ທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກອງຮ້ອຍທະຫານຊາຍແດນ ຕະຫຼອດຮອດພະນັກງານ – ນັກຮົບ ທົ່ວກົມກອງເຂົ້າຮ່ວມ.

ສະຫາຍ ພັນໂທ ຄຳພັນ ດາລາສັກ ຮອງຫົວໜ້າຫ້ອງທະຫານຊາຍແດນກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ສະຫຼຸບຕີລາຄາຄືນກ່ຽວກັບຂະບວນການຂໍ້ແຂ່ງຂັນ ໂດຍປິ່ນອ້ອມ 4  ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ສະຫາຍ ຍັງໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ມີຜົນສໍາເລັດ, ອັນພົ້ນເດັ່ນ ແລະ ບາງບັນຫາທີ່ຈະຕ້ອງໄດ້ປັບປຸງແກ້ໄຂ້ ໃນການກໍ່ສ້າງກົມກອງ 3 ປອດ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ການກໍ່ສ້າງນັກຮົບ ແລະ ກອງວັດທະນະທໍາ, ການສ້າງໜ່ວຍຊາວໜຸ່ມ 4 ບຸກ ພ້ອມທັງຈັບມືແຂ່ງຂັນກັນຢ່າງເປັນທາງການ ລະຫວ່າງ ຕາງໜ້າບັນດາພະແນກການ ແລະ ກອງຮ້ອຍທະຫານຊາຍແດນ ທີ່ຂຶ້ນກັບຫ້ອງທະຫານຊາຍແດນ ເພື່ອເປັນການປະຕິບັດຂໍ້ແຂ່ງຂັນປະຈຳປີ 2026.

ໂອກາດນີ້ ປະທານຍັງໄດ້ໂອ້ລົມ ກ່ອນອື່ນໝົດສະຫາຍໄດ້ສະແດງຄວາມຍ້ອງຍໍ້ຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໃຫ້ສືບຕໍ່ ເພີ່ມທະວີເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານນັກຮົບ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີ, ມີສະຕິຕໍ່ການຈັດຕັ້ງຢ່າງເຂັ້ມງວດ,ເຊີດຊູໜ້າທີ່ຮັບຜິດຊອບຂອງຕົນໃຫ້ດີຂຶ້ນ ຫັນລົງກໍ່ສ້າງຮາກຖານການເມືອງ ໃຫ້ມີປະສິດທິຜົນ, ຕິດຕາມກວດກາສະພາບ, ຈຸດຂ້າມລອຍ ກຸມຄົນບໍ່ຫວັງດີ, ເຂົ້າອອກເມືອງທີ່ຜິດກົດໝາຍ ເພື່ອເຮັດໃຫ້ສະພາບເຂດກົມກອງ ຂອງຕົນຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ ປັບປຸງກໍ່ສ້າງ ແລະ ພັດທະນາກົມກອງໃຫ້ດີຂຶ້ນທື່ອລະກ້າວ.

ຂ່າວ: ພຸດສາຄອນ ພັນມີໄຊ

ພາບ: ນີ່ ທຳມະວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa