





ໃນຕອນບ່າຍຂອງວັນທີ 24 ກັນຍາ 2026, ສະຫະພັນກໍາມະບານແຂວງບໍ່ແກ້ວ ໄດ້ໄປເຄື່ອນໄຫວຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນວຽກງານກໍາມະບານ ຮ່ວມກັບກໍາມະບານ 5 ແຂວງພາກເໜືອຂອງລາວ ແລະ ສະມາພັນແຮງງານແຂວງດຽນບຽນ ສສ ຫວຽດນາມ. ໂດຍການຕ້ອນຮັບຈາກ ສະຫາຍ ເຈິ່ນ ມິງ ລອງ ກໍາມະການພັກແຂວງ, ຄະນະບໍລິຫານງານແຮງງານໃຫຍ່ຫວຽດນາມ, ປະທານສະມາພັນແຮງງານແຂວງດຽນບຽນ ສສ ຫວຽດນາມ; ເຊິ່ງມີບັນດາຄະນະຜູ້ແທນແຂວງບໍ່ແກ້ວ ນໍາໂດຍ ສະຫາຍ ແກ້ວລາ ນໍລະສິງ ປະທານສະຫະພັນກໍາມະບານແຂວງບໍ່ແກ້ວ, ພ້ອມດ້ວຍຄະນະເຂົ້າຮ່ວມລວມ 7 ສະຫາຍ.
ໃນພິທີ, ປະທານສະມາພັນແຮງງານແຂວງດຽນບຽນ ສສ ຫວຽດນາມ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານກໍາມະບານຮອບດ້ານໃນໄລຍະຜ່ານມາ ໃຫ້ບັນດາສະຫາຍຮັບຊາບ, ພ້ອມທັງກ່າວຕ້ອນຮັບບັນດາຜູ້ແທນຈາກກໍາມະບານ 5 ແຂວງພາກເໜືອ ດ້ວຍຄວາມສາມັກຄີອັນພິເສດ ແລະ ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນກອງປະຊຸມ, ແຕ່ລະແຂວງໄດ້ຜັດປ່ຽນກັນປະກອບຄວາມເຫັນ ໂດຍໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນຂອງແຕ່ລະແຂວງທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ. ຕາງໜ້າແຂວງບໍ່ແກ້ວ, ສະຫາຍ ແກ້ວລາ ນໍລະສິງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານກໍາມະບານພາຍໃນແຂວງ ພ້ອມທັງແລກປ່ຽນປະສົບການ ແລະ ຖອດຖອນບາງບົດຮຽນນຳສະມາພັນແຮງງານແຂວງດຽນບຽນ ເພື່ອນໍາມາໝູນໃຊ້ເຂົ້າໃນເງື່ອນໄຂຕົວຈິງຢູ່ທ້ອງຖິ່ນຂອງຕົນ.
ກອງປະຊຸມ, ກໍາມະບານ 5 ແຂວງພາກເໜືອລາວ ແລະ ສະມາພັນແຮງງານແຂວງດຽນບຽນ ສສ ຫວຽດນາມ ໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ເພື່ອສືບຕໍ່ພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນປະສົບການວຽກງານຮອບດ້ານ ໃນໄລຍະປີ 2026-2031 ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບໃຫ້ແໜ້ນແຟ້ນກວ່າເກົ່າ.
ຂ່າວ:ນັກຂ່າວກຳມະບານແຂວງ