


ໃນຕອນເຊົ້າຂອງວັນທີ 26 ກັນຍາ 2026, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງບໍ່ແກ້ວ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ວັນທີ 2 ທັນວາ 1975- 2 ທັນວາ 2025) ແລະ ມອບໃບຍ້ອງຍໍ ໃຫ້ແກ່ພະນັກງານ-ລັດຖະກອນ ຜູ້ທີ່ມີຜົນງານດີເດັ່ນ.ໃຫ້ກຽດເຂົ້າຮ່ວມເປັນປະທານ, ປະດັບຫຼຽນກາ ແລະ ມອບໃບຍ້ອງຍໍໂດຍ ທ່ານ ນາງ ດາວ ໄຊເສດຖາ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ.ມີ ບັນດາຄະນະສາຂາ, ຄະນະຂະແໜງ, ຄະນະໜ່ວຍບໍລິການ ແລະ ພະນັກງານ-ລັດຖະກອນ ພາຍໃນທະນາຄານ ສາຂາແຂວງບໍ່ແກ້ວເຂົ້າຮ່ວມ.
ໃນພິທີ, ທ່ານ ໂອເລ້ ບຸນໄຊທິບ, ຫົວໜ້າຂະແໜງຫ້ອງການບັນຊີ-ໄອທີ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ສະບັບເລກທີ 312/ປປທ ແລະ ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງບໍ່ແກ້ວ ສະບັບເລກທີ 167/ຄປຂ.ບກ ວ່າດ້ວຍການອະນຸມັດຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການພັດທະນາແຂວງບໍ່ແກ້ວ ປະຈຳປີ 2025. ໃນນັ້ນ, ມີບຸກຄົນທີ່ໄດ້ຮັບການປະດັບຫຼຽນກາລະນຶກ 50 ປີ ຈຳນວນ 11 ທ່ານ ແລະ ໄດ້ຮັບໃບຍ້ອງຍໍຂັ້ນແຂວງ ຈຳນວນ 32 ທ່ານ, ໂດຍໃຫ້ກຽດປະດັບຫຼຽນກາ ແລະ ມອບໃບຍ້ອງຍໍ ໂດຍ ທ່ານ ນາງ ດາວ ໄຊເສດຖາ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ ຢ່າງສົມກຽດ.
ໃນໂອກາດນິ້, ຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານບັນດາກົມກອງ ແລະ ບຸກຄົນທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້ ແລະ ທ່ານໄດ້ມີຄໍາເຫັນເນັ້ນໜັກ ໃຫ້ພະນັກງານ-ລັດຖະກອນທຸກທ່ານ ຈົ່ງຮັກສາມູນເຊື້ອຄວາມດຸໝັ່ນຂະຫຍັນພຽນຮຽນຮູ້, ເຮັດດີທຳດີ, ໃນການສຸມສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ມີບາດກ້າວຂະຫຍາຍຕົວອັນໃໝ່, ມີຄຸນນະພາບ ແລະ ຍິ່ງໃຫຍ່ກວ່າເກົ່າ ເພື່ອເປັນແບບຢ່າງທີ່ດີໃຫ້ກັບຜູ້ອື່ນ ແລະ ຮຸ່ນສືບທອດ.ຂໍໃຫ້ຄະນະພັກ, ຄະນະນຳ ທະນາຄານ ເອົາໃຈໃສ່ສືບຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຢ່າງງເລິກເຊິ່ງ ແລະ ຕໍ່ເນື່ອງ; ສ້າງຄວາມຈົ່ງຮັກພັກດີ ໃນການບໍລິການປະຊາຊົນ.ຍົກສູງພາລະບົດບາດການຊີ້ນຳ-ນຳພາ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຄະນະພັກ,ໃນການຊີ້ນຳ-ນຳພາ ອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ ເພາະວ່າພະນັກງານເປັນກຳລັງແຮງສໍາຄັນໃນການປະຕິບັດວຽກງານວິຊາສະເພາະ ແລະ ຕິດພັນກັບຂະບວນການຕ່າງໆ
ເພື່ອຕອບສະໜອງຕາມທິດທາງການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ທ່ານ ນາງ ດາວ ໄຊເສດຖາ ໄດ້ຮຽກຮ້ອງໃຫ້ ຄະນະນໍາ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງບໍ່ແກ້ວ ຈົ່ງຍົກສູງຄຸນນະພາບການບໍລິການ,ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ,ສ້າງຄວາມເຂັ້ມແຂງດ້ານການເງິນ-ທະນາຄານ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ເສດຖະກິດຂອງແຂວງບໍ່ແກ້ວ ໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນຄົງ ສືບຕໍ່ສ້າງຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າໃນຕໍ່ໜ້າ.
ຂ່າວໂດຍ: ເງິນຫຼົງ ຈິດພູວົງ.