
ໃນວັນທີ 24 ກັນຍາ 2026, ໜ່ວຍຊາວໜຸ່ມ ລັດວິສາຫະກິດນ້ຳປະປາແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2026 ໂດຍການເປັນປະທານ ຂອງສະຫາຍ ທອງດາວ ແກ້ວມະນີກອນ ເລຂາໜ່ວຍຊາວໜ່ວຍລັດວິສາຫະກິດນ້ຳປະປາແຂວງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ແກ້ວ ທີບພາວັນ ກຳມະການໜ່ວຍພັກ ຜູ້ຊ່ວຍວຽກອຳໜວຍການລັດວິສາຫະກິດນ້ຳປະປາແຂວງ, ມີຄະນະຮັບຜິດຊອບຂະບວນຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມແຂວງ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ເຊື່ອມຊຶມບັນດາເອກະສານສຳຄັນຂອງຊາວໜຸ່ມ ຄື: ເອກະສານຝຶກຝົນຄຸນສົມບັດທັດປະຕິວັດ ເຊິ່ງແມ່ນໜ້າທີ່ຂອງຊາວໜຸ່ມ ເພື່ອການສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ທັດສະນະຄະຕິ ແລະ ເສີມສ້າງຄວາມຮັບຜິດຊອບຂອງຊາວໜຸ່ມໃນການສ້າງສາ ແລະ ພັດທະນາຊາວໜຸ່ມ, ເອກະສານຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນໝູ່ຊາວໜຸ່ມ ເພື່ອເປັນການສ້າງຄວາມເຂັ້ມແຂງທາງດ້ານແນວຄິດ, ສະກັດກັ້ນ ແລະ ຫຼີກລ່ຽງປະກົດການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນໃນແຖວຮ່ວມຊາວໜຸ່ມ. ຈາກນັ້ນສະຫາຍເລຂາໜ່ວຍຊາວໜຸ່ມໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2026 ແລະ ທິດທາງແຜນການປີ 2027, ໂດຍເປີດໂອກາດໃຫ້ຄະນະປະທານ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ຄະນະຮັບຜິດຊອບຂະບວນຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມແຂວງ ໄດ້ຜ່ານມາດຕະຖານການຄັດເລືອກສະມາຊິກ ຊປປລ 4 ບຸກ ຕາມບົດແນະນຳ ເລກທີ 333/ລຂ, ລົງວັນທີ 2 ກໍລະກົດ 2021 ເພື່ອໃຫ້ສະມາຊິກຊາວໜຸ່ມເຂົ້າໃຈກົດເກນ, ເງື່ອນໄຂ ແລະ ມາດຕະຖານໃນການປະເມີນ, ພ້ອມທັງຜ່ານມະຕິຕົງລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກອງປະຊຸມປະເມີນຂໍ້ແຂງຂັນ 4 ບຸກ
ກອງປະຊຸມ ສະມາຊິກຊາວໜຸ່ມໄດ້ຜ່ານບົດປະເມີນຂອງແຕ່ລະສະຫາຍ,ເພື່ອຍົກໃຫ້ເຫັນດ້ານດີ,ດ້ານອ່ອນ ເພື່ອໃຫ້ໜູ່ຄະນະປະກອບຄຳເຫັນກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງໃຫ້ຄະແນນແບບປິດລັບ ເພື່ອເປັນການປະເມີນ, ຈັດແບ່ງປະເພດຂອງບຸກຄົນ ແລະ ເປັນບ່ອນອີງໃນການໄດ້ຮັບການຍ້ອງຍໍໃນຂະບວນການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກປະຈຳປີ 2026.
ຂ່າວ:ສາຍສະໝອນ ແກ້ວວິສິດ