
ໃນຕອນເຊົ້າຂອງວັນທີ່ 13 ຕຸລາ 2026 ນີ້, ກອງພັນນ້ອຍ 405 ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ສ້າງຂະບວນການອອກແຮງງານລວມ ຖາງສະໜາມຫັດແອບຍຸດທະວີທີ, ເຊິ່ງນໍາພາໂດຍ ພັທ ເພັດຈຳພອນ ຄໍາປະດິດ ຫົວໜ້າການເມືອງກອງພັນນ້ອຍ 405, ມີບັນຄະນະພັກ-ຄະນະບັນຊາ, ພ້ອມດ້ວຍພະນັກງານ-ນັກຮົບທົ່ວກົມກອງເຂົ້າຮ່ວມ.
ການອອກແຮງງານໃນຄັ້ງນີ້ ແມ່ນໄດ້ພ້ອມກັນເກັບຂີ້ເຫຍື້ອ, ຕັດຫຍ້າ, ເສຍຫຍ້າ,ຕັດກົກໄມ້ບ່າງຈໍານວນ ທີ່ບໍ່ງາມອອກ, ພ້ອມທັງອະນາໄມຕາມສະຖານທີ່ຂຸມຄອງ ຂອບເຂດຮັບຜິດຊອບຜ່ານການອອກແຮງງານຕົວຈີງເຫັນວ່າ: ພະນັກງານ-ນັກຮົບແຕ່ລະສະຫາຍລ້ວນແລ້ວແຕ່ມີຄວາມຕື່ນຕົວ, ຫ້າວຫັນ ແລະ ມີຄວາມສາມັກຄີ ທັງນີ້ກໍ່ເພື່ອເປັນການປັບປຸງສະຖານທີ່ຄ້າຍຄູ່ຂອງກົມກອງໃຫ້ມີຄວາມສະອາດຈົບງາມງາມ ແລະ ເປັນລະບຽບຮຽບຮ້ອຍ, ເຮັດໃຫ້ສະຖານທີ່ຄ້າຍຄູມີຄວາມເປີດແປນສະອາດງາມຕາ, ໄປພ້ອມໆກັນ ແລະ ເພື່ອເປັນການສ້າງຜົນງານສ້າງຂະບວນການໄວ້ຂໍ່ານັບຮັບຕ້ອນບັນດາວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງເວົ້າລວມເວົ້າສະເພາະແມ່ນ: ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງພັນນ້ອຍທະຫານຮາບ 405 ວັນທີ 22 ຕຸລາ 2026 ຄົບຮອບ 54 ປີ ທີຈະມາເຖິງນີ້ໃຫ້ໄດ້ເຕັ້ມໄປດ້ວຍຜົນງານມີບັນຢາກາດຟົດຟື້ນຢ່າງຕໍ່ເນື່ອງ.
ຂ່າວຈາກ: ກອງພັນນ້ອຍ 405.
ກວດແກ້: ສີທຽມ ຄຳປະເສີດ