
ວັນທີ 14 ຕຸລາ 2026 ນີ້, ເມືອງປາກທາ ແຂວງບໍ່ແກ້ວ ຈັດພິທີປາຖະກະຖາ ວັນປະກາດເອກະລາດ ຄົບຮອບ 81 ປີ ( 12 ຕຸລາ 1945 – 12 ຕຸລາ 2026 ), ສະເຫຼີມສະຫຼອງ ວັນຄົນພິການແຫ່ງຊາດ ຄົບຮອບ 14 ປີ ( 2012 – 2026 ) ແລະ ວັນສາກົນຜູ້ສູງອາຍຸ ຄົບຮອບ 27 ປີ ( 1999 – 2026 ) ຂື້ນທີສະໂມສອນຂອງເມືອງ, ໂດຍການເປັນປະທານຂອງ ທ່ານ ສາລີ ວັນນະສານ ກຳມະການພັກແຂວງ, ເລຂາພັກເມືອງ, ມີບັນດາທ່ານຄະນະປະຈຳພັກ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການທະຫານ-ຕຳຫຼວດ, ພະນັກງານອາວຸໂສບຳນານ, ຜູ້ສູງອາຍຸ ຕະຫຼອດຮອດພະນັກງານລັດຖະກອນເຂົ້າຮ່ວມຮັບຟັງ.
ພິທີ ທ່ານ ບຸນພັດ ສີສົມບັດ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ຂອງວັນປະກາດເອກະລາດ 12 ຕຸລາ 1945 ແມ່ນວັນປະກາດເອກະລາດຂອງປະເທດລາວ ຕໍ່ຊາວໂລກຢ່າງເປັນທາງການ, ເປັນໄຊຊະນະ ທີ່ມີຄວາມໝາຍ ປະຫວັດສາດອັນສຳຄັນທີ່ສຸດ; ເປັນໄຊຊະນະ ແຫ່ງການນຳພາ ອັນຖືກຕ້ອງສະຫລາດສ່ອງໃສຂອງພັກ, ມັນແມ່ນໝາກຜົນແຫ່ງການ ເສີມຂະຫຍາຍມູນເຊື້ອຮັກຊາດ, ເດັດດ່ຽວບໍ່ຍອມຈຳນົນ, ນໍ້າໃຈສາມັກຄີ ແໜ້ນແກ່ນ ຂອງປະຊາຊົນລາວທັງຊາດ ເຂົ້າໃນການກອບກູ້ ເອກະລາດແຫ່ງຊາດ, ແມ່ນໄຊຊະນະ ແຫ່ງຄວາມສາມັກຄີ ຕໍ່ສູ້ອັນແໜ້ນແກ່ນ ຂອງປະຊາຊົນ.
ໂອກາດດັ່ງກ່າວ ທ່ານ ສາລີ ວັນນະສານ ປະທານພິທີໄດ້ຍົກໃຫ້ເຫັນເຖິງ ວັນຄົນພິການແຫ່ງຊາດ, ວັນສາກົນຜູ້ສູງອາຍຸ ຜູ້ອາຍຸສູງ ແມ່ນຜູ້ຢູ່ໃນອາຍຸແກ່ສະລາ ລວມທັງພະນັກງານ ລັດຖະກອນ, ທະຫານ, ຕຳຫຼວດ ຜູ້ອອກລັດຖະກອນຮັບເບັ້ຍບຳນານ ແລະ ປະຊາຊົນບັນດາເຜົ່າ ທີ່ມີອາຍຸສູງ 60 ປີຂື້ນໄປ, ແມ່ນຜູ້ທີ່ໄດ້ຮັບການຕໍ່ສູ້ກັບ ອຸປະສັກນາໆປະການ ໃນການເຄື່ອນໄຫວ ດຳລົງຊີວິດ ກໍ່ຄືການພັດທະນາ ສ້າງສາປະເທດຊາດ ໃນໄລຍະຜ່ານມາທີ່ ອຸດົມຮັ່ງມີ ທາງດ້ານປະສົບການ ແລະ ບົດຮຽນອັນລໍ້າຄ່າ ເຊິ່ງຄົນລຸ້ນໜຸ່ມກໍ່ຄື ອານຸຊົນລູກຫຼານຕ້ອງໄດ້ສຶກສາຮໍ່າຮຽນ ເອົາບົດຮຽນທັງພາກທິດສະດີ ແລະ ພຶດຕິກຳຕົວຈິງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງຜູ້ເປັນພໍ່, ແມ່, ປ່າ ແລະ ລຸງ ນັ້ນ, ເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ແກ້ໄຂຄວາມທຸກຍາກໃຫ້ໄດ້ເທື່ອລະກ້າວ. ພ້ອມທັງຮຽກຮ້ອງມາຍັງບັນດາສະຫາຍ ພະນັກງານ – ນັກຮົບ, ພະນັກງານຜູ້ອາວຸໂສ ແລະ ຜູ້ອາຍຸສູງທັງຫຼາຍ ຈົ່ງຮີບຮ້ອນແກ້ໄຂຈຸດອ່ອນ, ຂໍ້ຂາດຕົກບົກຜ່ອງ ແລະ ປະກົດການຍໍ້ທໍ້ຕ່າງໆ ພ້ອມກັນເອົາໃຈໃສ່ສຶກສາອົບໂຮມລູກຫຼານໃຫ້ກາຍເປັນພົນລະເມືອງດີ ປະຕິບັດ ສິດ ແລະ ພັນທະຂອງຕົນຕໍ່ປະເທດຊາດ, ເດັດດ່ຽວຕ້ານກົນອຸບາຍຂອງສັດຕູ, ເພີ່ມທະວີຄວາມສາມັກຄີໃຫ້ໜັກແໜ້ນກ່ວາເກົ່າ, ເອົາໃຈໃສ່ສຸກຍູ້ ນໍາພາການພັດທະນາເສດຖະກິດ-ສັງຄົມໃຫ້ເຂັ້ມແຂງ, ປຸກລະດົມທົ່ວສັງຄົມໃຫ້ມີ ສ່ວນຮ່ວມ ແລະ ສະໜັບສະໜູນໃນການຊອກຫາແຫຼ່ງທຶນຊ່ວຍເຫຼືອຜູ້ອາຍຸສູງ, ຜູ້ທີ່ເປັນລູກຫຼານຍາດຕິພີ່ນ້ອງ ໃຫ້ມີສ່ວນຮ່ວມເປັນພິເສດ ໃນການໃກ້ສິດຕິດແທດ, ເບິ່ງແຍງດູແລ ແລະ ໃຫ້ຄວາມອົບອຸ່ນແກ່ຜູ້ອາຍຸສູງ, ອົງການຈັດຕັ້ງ ທີ່ມີຄວາມຮັບຜິດຊອບວຽກງານນະໂຍ ບາຍ ແລະ ສະຫວັດດີການສັງຄົມ ມີໜ້າທີ່ຜັນຂະຫຍາຍ ແລະ ຈັດຕັ້ງ ນະໂຍບາຍແຫ່ງຊາດ ເພື່ອຜູ້ອາຍຸສູງໄດ້ມີການແລກປ່ຽນຄວາມຄິດຄວາມເຫັນ ແລະ ປຶກສາຫາລືສໍາລັບຜູ້ອາຍຸສູງດ້ວຍ ກັນ, ຊຸກຍູ້ຄວາມສໍານິສຳນານດ້ານປະສົບການຂອງຜູ້ອາຍຸສູງທີ່ມີ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ ຢູ່ ໃນແຕ່ລະທ້ອງຖິ່ນຮາກຖານບ້ານ, ໃນພິທີຍັງໄດ້ມີກິດຈະກໍາກວດສຸຂະພາບໃຫ້ຜູ້ອາຍຸສູງ, ຮັບປະທານອາຫານວ່າງ ເພື່ອຍົກສູງບົດບາດ ແລະ ໃຫ້ກໍາລັງໃຈຜູ້ອາຍຸສູງ ແລະ ຄົນພິການຢູ່ພາຍໃນເມືອງຢ່າງເປັນຂະບວນຟົດຟື້ນຕື່ມອີກ.
ພາບ-ຂ່າວ: ວັນະເດດ