ຫ້ອງການ ການເງິນ ເມືອງຜາອຸດົມ ຮ່ວມກັບແຜນງານພັດທະນາທ້ອງຖິ່ນລາວ/338 ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳຂອງແຜນງານພັດທະນາທ້ອງຖິ່ນລາວ/338.

ວັນທີ 13 ຫາ 14 ຕຸລາ 2026 ນີ້ ຢູ່ທີ່ສະໂມສອນຂອງເມືອງ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ກິດຈະກຳຂອງແຜນງານພັດທະນາທ້ອງຖິ່ນລາວ/338 ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ສີສຸກ ຄຸນວີທອງ ກຳມະການພັກແຂວງ ຫົວໜ້າພະແນກການເງິນແຂວງບໍ່ແກ້ວ, ທ່ານ ຄຳສອນ ທຸບິນຍາ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳຂົດເຂດເສດຖະກິດ, ມີ່ຕ່າງໜ້າຜູ້ປະສານງານຂອງໂຄງການແຜນງານພັດທະນາທ້ອງຖິ່ນລາວ/338, ຄະນະຮັບຜິດຊອບຂອງພະແນກການເງິນແຂວງ, ຫ້ອງການ ການເງິນເມືອງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ ຜູ້ປະສານງານຫ້ອງການທີ່ປິ່ນອ້ອມຂອງໂຄງການເຂົ້າຮ່ວມ.

ກອງປະຊຸມ ແມ່ນໄດ້ຮັບຟັງ ບົດສະຫຼຸບ ແລະ ວິເຄາະການຈັດຕັ້ງປະຕິບັດກິດຈະກຳ ແຜນງານພັດທະນາທ້ອງຖິ່ນ ລາວ/338 ໃນໄລຍະຜ່ານມາ, ໂດຍໄດ້ຮັບການສະຫນັບສະຫນູນພາຍສັນຍາການຮ່ວມມືຄັ້ງທີ 5 ( ປີ 2023-2027 ) ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ລາຊະອານາຈັກ ລຸກຊຳບວກ. ເຊິງເມືອງຜາອຸດົມ ເປັນເມືອງພູດອຍກວມເອົາ 65% ຂອງເນື້ອທີ່, ມີບ້ານທຸກຍາກ 33 ບ້ານ (ກວມ 50% ຂອງບ້ານທັງໝົດ), ມີຄອບຄົວທຸກຍາກ 3,223 ຄອບຄົວ ( ກວມ 41.18% ), ຂອບເຂດບ້ານເປົ້າໝາຍຂອງໂຄງການ ( ລາວ/338 ), ກວມເອົາ 34 ບ້ານ, ມີ 3,890 ຄົວເຮືອນ ( 4,909 ຄອບຄົວ ), ພົນລະເມືອງຮັບປະໂຫຍດທັງໝົດ 23,921 ຄົນ ( ແມ່ຍິງ 12,127 ຄົນ ເທົ່າກັບ 48.53% ), ການຈັດຕັ້ງປະຕິບັດ ກິດຈະກໍາໄລຍະຜ່ານມາ ໄດ້ຈັດຝຶກອົບຮົມ, ກອງປະຊຸມ, ແລະ ທັດສະນະສຶກສາໃຫ້ ຄະນະພັດທະນາບ້ານ ( ຄພບ ) ແລະ ທີມງານປະສານງານ ຂັ້ນເມືອງ ແລະ ແຂວງ, ສະໜອງອຸປະກອນເຮັດວຽກ ເຊັ່ນ: ຄອມພິວເຕີ, ລົດຈັກ, ແລະ ເຄື່ອງຮັບໃຊ້ຫ້ອງການ/ຫ້ອງປະຊຸມຂັ້ນເມືອງ-ແຂວງ. ໃນນີ້ແຜນກິດຈະກຳມີທັງໝົດ: 279 ກິດຈະກໍາ, ອະນຸມັດແລ້ວ: 72 ກິດຈະກໍາ, ປະຕິບັດສໍາເລັດແລ້ວ: 25 ກິດຈະກໍາ, ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ: 182 ກິດຈະກໍາ, ວຽກງານກອງທຶນໝູນວຽນບ້ານ, ສໍາເລັດການປະເມີນຄວາມເປັນໄປໄດ້ໃນ 5 ບ້ານເປົ້າໝາຍ ( ບ້ານ ແກ່ນຄໍາ, ພູວຽງ, ເດື່ອ, ນາຄູນ ), ດ້ານສຶກສາ: ສໍາເລັດການກໍ່ສ້າງໂຮງຮຽນປະຖົມ 2 ບ້ານ ( ບ້ານເດື່ອ ແລະ ບ້ານຕະພູ ), ດ້ານສາທາລະນະສຸກ: ກໍາລັງກໍ່ສ້າງລະບົບນໍ້າລິນໃນ 5 ບ້ານ ( ບ້ານພຽງຫາດ, ໃໝ່, ກະລົມ, ນາຄຸນ, ຕີນຜາ ), ດ້ານໂຍທາທິການ ແລະ ຂົນສົ່ງ: ຕິດຕາມຊຸກຍູ້ການຂຽນ/ຈັດຕັ້ງກິດຈະກຳທະລຸທາງເຂົ້າເຂດຜະລິດ ແລະ ສ້ອມແປງເສັ້ນທາງຊອຍພາຍໃນບ້ານ, ດ້ານໂພສະນາການ, ສຶກສາ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ ໄດ້ສົ່ງເສີມການສຶກສາ/ພັດທະນາວິຊາຊີບຄູ ໂດຍການໃຫ້ຄວາມຮູ້ ແລະ ວາງແຜນຮັບມື. ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນ ກຳນົດ   ໜ້າວຽກກິດຈະກຳຂອງແຕ່ລະຫ້ອງການ ໃສ່ແບບຟອມທີ່ທາງທີມງານຄະນະຮັບຜິດໄດ້ກຳນົດອອກມາ ເພື່ອພ້ອມກັນຈັດຕັ້ງປະຕິບັດກິດຈຳຕ່າງໆໃຫ້ສຳເລັດຕາມແຜນທີ່ໄດ້ກຳນົດໄວ້.

ຕອນທ້າຍກອງປະຊຸມ ທ່ານ ສີສຸກ ຄຸນວີທອງ ກຳມະການພັກແຂວງ ຫົວໜ້າພະແນກ ການເງິນແຂວງບໍ່ແກ້ວ ໄດ້ມີຄຳເຫັນໂອ້ລົມເໜັ້ນໜັກໃຫ້ຄະນະຜູ້ປະສານງານແຕ່ລະຂັ້ນ ຕ້ອງໄດ້ເອົາໃຈໃສ່ສົມທົບກັນຢ່າງສະນິດ       ແໜ້ນ ສ້າງແຜນການໃຫ້ລະອຽດ ພ້ອມທັງແບ່ງຄວາມຮັບຜິດຊອບໃຫ້ບຸກຄົນໃຫ້ຈະແຈ້ງ ພ້ອມທັງກຳນົດເວລາຂອງແຕ່ລະກິດຈະກຳໃຫ້ມັນສັດເຈນ, ພ້ອມກັນຈັດຕັ້ງປະຕິບັດໃຫ້ມັນສຳເລັດ, ສະເໜີໃຫ້ຜູ້ຊີ້ນຳແຕ່ລະຂັ້ນ ໄກ້ສິດຕິດແທດ, ຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດກິດຈະກຳຂອງແຕ່ລະຂະແໜງການໃຫ້ລະອຽດຈະແຈ້ງ, ພ້ອມກັນນຳພາຈັດຕັ້ງປະຕິບັດວຽກງານໂຄງການໃຫ່ມີຄວາມຍືນຍົງຕະຫຼອດໄປ, ສິງສຳຄັນຕ້ອງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດແຜນງານ ແຜນການ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ວາງໄວ້.

ຂ່າວ-ພາບ: ພອນສະຫວັນ ມະນີສີ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa