ໜ່ວຍພັກຄະນະໂຄສະນາອົບຮົມ ສຳເລັດການ ດຳເນີນຊີວິດການເມືອງ, ຕິລາຄາຄຸນນະພາບ, ຈັດແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ຕິດພັນກັບການປະເມີນພະນັກງານລັດຖະກອນປະຈຳປີ 2026.

ໜ່ວຍພັກຄະນະໂຄສະນາອົບຮົມ ສຳເລັດການ ດຳເນີນຊີວິດການເມືອງ, ຕິລາຄາຄຸນນະພາບ, ຈັດແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ ຕິດພັນກັບການປະເມີນພະນັກງານລັດຖະກອນປະຈຳປີ 2026. ໃນວັນທີ 8 ຕຸລາ 2026 ນີ້ທີ່ຫ້ອງການຂອງຕົນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ລັດສະໝີ ສິດທິສັກ ກຳມະການພັກເມືອງ ອາດີດເລຂາໜ່ວຍພັກໂຄສະນາອົບຮົມ, ມີສະຫາຍ ບຸນມີ ຈັນທະວົງ ກຳມະການພັກເມືອງ, ເລຂາໜ່ວຍພັກໂຄສະນາອົບຮົມຜູ້ໃໝ່, ມີບັນດາຄະນະໜ່ວຍພັກ, ສະມາຊິກພັກ ແລະ ຄະນະຮັບຜິດຊອບຂອງເມືອງ ເຂົ້າຮ່ວມ.

ກອງປະຊຸມບັນດາສະຫາຍຜູ້ເຂົ້າຮ່ວມ ໄດ້ເຊື່ອມຊືມເອກະສານກ່ຽວກັບການເມືອງ-ແນວຄິດ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ  2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ບົດແນະນຳຂອງຄະນະກວດກາພັກແຂວງບໍ່ແກ້ວ ເລກທີ 155/ຄກພຂ.ບກ ລົງວັນທີ 24 ກັນຍາ 2026. ພ້ອມນີ້ຍັງຮັບຟັງການຜ່ານຮ່າງບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027 ແລະ ຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກ ປະຈຳປີ 2026, ເຊິ່ງໄດ້ສະຫຼຸບຕີລາຄາຄືນຜົນໄດ້ຮັບໃນການ ຈັດຕັ້ງປະຕິບັດນຳພາຊີ້ນຳພາຍໃນໜ່ວຍພັກໃນໄລຍະຜ່ານມາ ຍົກໃຫ້ເຫັນດ້ານດີຜົນງານການເຄື່ອນໄຫວນຳພາຊີ້ນຳ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ີຈະໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ. ຕະຫຼອດໄລຍະຜ່ານມາຄະນະພັກ ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນບັນຫາສຳຄັນເຂົ້າໃນການສຶກສາ ອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ-ລັດຖະກອນຂອບເຂດຕົນຮັບຜິດຊອບ ເຮັດໃຫ້ພະນັກງານສະມາຊິກພັກ-ລັດຖະກອນມີຄວາມໜັກແໜ້ນທາງດ້ານດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງໂດຍຕິດພັນກັບວຽກງານວິຊາສະເພາະແມ່ນໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີຂອງຕົນ ເພື່ອຍົກລະດັບຄວາມຮັບຮູ້ ແລະ ຄວາມເຂົ້າໃຈເປັນເອກະພາບຕໍ່ແນວທາງ, ແຜນນະໂຍບາຍຂອງພັກ-ລັດ, ພ້ອມກັນນັ້ນໄດ້ເອົາໃຈໃສ່ຄົ້ນຄວ້າຜັນຂະ ຫຍາຍບັນດານິຕິກຳວຽກງານວິຊາສະເພາະເປັນຕົ້ນ.

ຈາກນັ້ນບັນດາສະມາຊິກພັກແຕ່ລະສະຫາຍແມ່ນໄດ້ຜ່ານໃບສຳຫຼວດຕົນເອງ ຊອກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ວິທີປັບປຸງແກ້ໄຂເພື່ອໃຫ້ໝູ່ຄະນະປະກອບຄຳເຫັນ-ຄຳເຫັນ ເປັນການຕຳນິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງໃຫ້ຄະແນນຕາມມາດຖານທີ່ໄດ້ກຳນົດໄວ້ເປັນບ່ອນອິງເປັນໄມ້ຫຼ່າວັດແທກໃນການປະຕິບັດໜ້າທີວຽກງານ ທັງເປັນຕົວຊີວັດໃນການຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນຕໍ່ໜ້າ.

ພາບ-ຂ່າວ: ວັນະເດດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa