ກໍາລັງປະຈໍາປອມ ກອງພັນໃຫຍ່ 302 ສ້າງຂະບວນການອອກແຮງງານລວມ.

ໃນຕອນເຊົ້າຂອງວັນທີ 12 ຕຸລາ 2026 ນີ້, ກໍາລັງປະຈໍາປອມກອງພັນໃຫຍ່302 ທີ່ປະຈໍາປອມຢູ່ ພູຜາມົນ ບ້ານຈຽງຕອງ ເມືອງປາກທາ ແຂວງບໍ່ແກ້ວ  ໄດ້ສ້າງຂະບວນການອອກແຮງງານລວມຖາງຫຍ້າຕາມເສັ້ນທາງ ລະຫວ່າງ ປອມໄປຫາປອມ ເຊິງນໍາພາໂດຍ ສະຫາຍ ພັນໂທ ບຸນສວນ ຮ່ວມຈະເລີນ ກໍາມະການຄະນະພັກກອງພັນໃຫຍ່ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງພັນນ້ອຍ 403, ມີຄະນະພັກ-ຄະນະບັນຊາ ກອງຮ້ອຍພ້ອມດ້ວຍພະນັກງານ-ນັກຮົບ ພາກສ່ວນປະຈໍາປອມພູຜາມົນ ເຂົ້າຮ່ວມຢ່າງພ້ອມພຽງ.

ການອອກແຮງງານໃນຄັ້ງນີ້ ແມ່ນໄດ້ພ້ອມກັນຖາງຫຍ້າຕາມເສັ້ນທາງ ລະຫວ່າງ ປອມໄປຫາປອມ ທັງນີ້ກໍ່ເພື່ອເຮັດໃຫ້ການສັນຈອນໄປ-ມາມີຄວາມສະດວກສະບາຍຂື້ນກວ່າເກົ່າ, ອິກຢ່າງໜຶ່ງກໍ່ເພື່ອສ້າງຂະບວນການ ຂໍ່ານັບຮັບຕ້ອນບັນດາວັນບຸນປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ ເວົ້າລວມເວົ້າສະເພາະກໍ່ເພື່ອສ້າງຂະບວນການໄວ້ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງພົນທະຫານຮາບທີ3 ຄົບຮອບ 45 ປີທີ່ຈະມາເຖິງໃນ ວັນທີ 25 ຕຸລາ 2026ນີ້ ໃຫ້ເຕັ້ມໄປດ້ວຍຜົນງານ ແລະມີບັນຍາກາດຟົດຟື້ນຢ່າງຕໍ່ເນື້ອງ.

ຂ່າວ: ພອນແກ້ວ ວິໄລສັກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa