11. ຫ້ອງການສຶກສາທິການ ແລະ ກິລາເມືອງ ເມິງ ໄດ້ລົງພົບປະໂອ້ລົມ ຄະນະບໍລິຫານການສຶກສາ ຢູ່ກຸ່ມໂຮງຮຽນຊຽງດາວ.

ໃນວັນທີ 9 ກັນຍາ 2026 ຜ່ານມານີ້, ຄະນະບໍລິຫານການສຶກສາ ກຸ່ມຊຽງດາວ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຮັບຟັງການໂອ້ລົມຂອງ ທ່ານ ສຸລິສັກ ເຢມະນີ ຮັກສາການຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍທີມງານຫ້ອງການສຶກສາ ມີບັນດາຜູ້ອໍານວຍການ-ຄູອາຈານ ພາຍໃນກຸ່ມໂຮງຮຽນຊຽງດາວເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ການລົງມາມາຢ້ຽມຢາມ ແລະ ໂອ້ລົມໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຄູ ແລະ ນັກຮຽນສາມັນສຶກສາ ສະບັບເລກທີ 814/ສສກ ລົງວັນທີ 23 ກຸມພາ ປີ 2026 ແລະ ທ່ານ ຍັງໃຫ້ຮູ້ອີ່ກຕື່ມວ່າ: ປັດຈຸບັນວຽກງານການສຶກສາແມ່ນໄດ້ມີການພັດທະນາຢ່າງກວ້າງຂວາງ ໂດຍຫັນເອົາເທັກໂນໂລຊີທີທັນສະໄໝເຂົ້າໃນການຮຽນ-ການສອນ ພ້ອມທັງໄດ້ຈັດຝຶກອົບຮົມໃຫ້ແກ່ຄູ-ອາຈານ ໄດ້ນັບຮູ້ເປັນແຕ່ລະໄລຍະຕະຫຼອດໄລຍະທີ່ຜ່ານມາ ເພຶ່ອເຮັດໃຫ້ຄູ-ອາຈານໄດ້ມີວິທີການຮຽນ-ການສອນແບບໃໝ່ເຂົ້າໃນການພັດທະນາວຽກງານການສຶກສາໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກ່ວາເກົ່າ ແລະ ໄດ້ເໜັ້ນໜັກບາງດ້ານຄື: ດ້ານວຽກງານການເມືອງແນວຄິດ ໃຫ້ຄູ-ອາຈານ ແຕ່ສະຫາຍໃຫ້ມີແນວຄິດອຸນອຽນທຸນທຽງ, ໃຫ້ມີໜັກແໜັ້ນເຂັ້ມແຂງ ແລະ ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ ພ້ອມກັນຄົ້ນຄວ້າເຊື່ອມຊື່ມມະຕິ, ຄໍາສັ່ງຕ່າງໆຂອງພັກ-ຂອງລັດ ໃຫ້ເປັນປົກກະຕິ; ດ້ານວຽກງານວິຊາການເປັນຕົ້ນແມ່ນ: ສ້າງແຜນການສອນ, ການແຕ່ງບົດສອນ, ການຂຶ້ນຫ້ອງລົງ, ການຖ່າຍທອດຄວາມຮູ້ໃຫ້ແກ່ນ້ອງນັກຮຽນ, ການສ້າງຕໍາແໜ່ງວິຊາການຄູ; ດ້ານວຽກງານນອກຫຼັກສູດເປັນຕົ້ນແມ່ນ: ການຫຼີ້ນກິລາກາຍຍະກໍາ, ສິນລະປະວັນນະຄະດີ, ການເຮັດສວນຄົວ ແລະ ການປັບປຸງສະພາບແວດລ້ອມພາຍໃນໂຮງຮຽນ; ດ້ານວຽກງານການພົວພັນຊຸມຊົນ ໂດຍສະເພາະການຈັດກິດຈະກໍາຕ່າງໆ ລະຫວ່າງໂຮງຮຽນຕໍ່ໂຮງຣຽນ, ພົບປະແລກປ່ຽນບົດຮຽນກັບໂຮງຮຽນອື່ນໆ ເພຶ່ອຜູກແໜັ້ນຄວາມສາມັກຄີ ແລະ ຊອກຫາຄວາມຮູ້ໃໝ່ໆ ກັບໂຮງຮຽນອື່ນຕື່ມອີ່ກ.

ໃນໂອກາດທີ່ໄດ້ລົງມາພົບປະໂອ້ລົມພະນັກງານຄູ-ອາຈານຢູ່ກຸມໂຮງຮຽນຊຽງດາວໃຄັ້ງນີ້ ໄດ້ນໍາເອົາຄອມພິວເຕີ 1 ຊຸດ ມາມອບໃຫ້ແກ່ໂຮງຮຽນ ມໍຕົ້ນມອນແຫຼມ ໃນມູນຄ່າ 6 ລ້ານ 5 ແສນກີບ ເຊິ່ງກ່າວມອບໂດຍ ສຸລິສັກ ເຢມະນີ ຮັກສາການຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ກ່າວຮັບໂດຍ ເລີນໄຊ ໄຊຍະລາດ ຜູ້ອໍານວຍໂຮງຮຽນ ມຕ ມອນແຫຼມ.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa