ເມືອງຜາອຸດົມ ແຂວງບໍ່ແກ້ວ ເຊື່ອມຊື່ມ ເອກະສານ 4 ວັນສຳຄັນຂອງຊາດ.

ພິທີ ປາຖະກະຖາ ວັນປະກາດເອກະລາດ, ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ ( 12 ຕຸລາ 1945 – 12 ຕຸລາ 2026), ວັນສາກົນຄົນພິການແຫ່ງຊາດ ຄົບຮອບ 14 ປີ ( 3 ທັນວາ 2012 ) ແລະ ວັນສາກົນຜູ້ອາຍຸສູງ ( 3 ຕຸລາ 1999 – 3 ຕຸລາ 2026 ) ໄດ້ຈັດຂື້ນໃນຕອນເຊົ້າວັນທີ 12 ຕຸລາ 2026ນີ້ ຢູ່ທີ່ສະໂມສອນຂອງເມືອງຜາອຸດົມ ເປັນກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ກາງ ມະນີຫວ່າງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຜາອຸດົມ. ມີບັນດາຄະນະປະຈຳພັກ-ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາ ປກຊ-ປກສ, ກອງພັນໃຫ່ຍ 302, ອົງການໄອຍະການປະຊາຊົນເຂດII, ສານປະຊາຊົນເຂດII, ປະທານຄະນະກຳມະການປົກຄອງຕາແສງ, ພະນັກງານບໍານານ, ພະນັກງານເສຍອົງຄະ, ຜູ້ອາຍຸສູງ ຕະຫຼອດຮອດພະນັກງານລັດຖະກອອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ມະນີວັນ ພັນປະເສີດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ໄດ້ຫວນຄືນມູນເຊື້ອອັນພິລະອາດຫານໃນຂະບວນການຕໍ່ສູ້ຂອງປະຊາຊົນລາວ ຕ້ານການຮຸກຮານຂອງຈັກກະພັດຕ່າງດ້າວ ພາຍໃຕ້ການນໍາພາຂອງວິລະຊົນ, ວິລະບູລຸດຜູ້ເກັ່ງກ້າ ໃນໄລຍະທີ່ບໍ່ທັນມີພັກນໍາພາ ແລະການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນ ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ເລີ່ມແຕ່ປີ 1930 ແລະພາຍຫລັງທີ່ໄດ້ສ້າງຕັ້ງອົງຄະນະພັກແຄວ້ນລາວ ເຮັດໃຫ້ການຕໍ່ສູ້ຂອງປະຊາຊົນລາວ ຍາດໄດ້ໄຊຊະນະຢ່າງເນື່ອງນິດລຽນຕິດຈົນສາມາດ ປະກາດເອກະລາດຕໍ່ຊາວໂລກໃນວັນທີ 12 ຕຸລາ 1945, ໄດ້ເຮັດໃຫ້ຊາວໂລກໄດ້ຮັບຮູ້ກ່ຽວກັບຄວາມເປັນຊາດລາວຂອງພວກເຮົາ, ຮັບຮູ້ອະທິປະໄຕ ແລະເຂດນໍ້າແດນດິນຂອງລາວ, ພ້ອມກັນນັ້ນກໍ່ຮັບຮູ້ລັດຖະບານຊົ່ວຄາວຂອງລາວ,ຮັບຮູ້ວ່າຊາດລາວ-ຄົນລາວ ກໍ່ເປັນຄົນທີ່ມີກຽດສັກສີເໝືອນຄົນຊາດອື່ນໆ, ຢາກມີອິດສະລະພາບ, ເປັນເຈົ້າຊາຕາກໍາຂອງຕົນເອງ, ຢາກມີການພັດທະນາຕົນ ເພື່ອຄວາມຢູ່ດີກິນດີ ແລະຄວາມຈະເລີນວັດທະນາ. ຍ້ອນແນວນັ້ນພວກເຮົາຈຶ່ງຖືເອົາວັນປະກາດ ເອກະລາດ 12 ຕຸລາ 1945 ເປັນວັນປະຫວັດສາດທີ່ສໍາຄັນຂອງຊາດ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈຕໍ່ຄວາມອາດຫານຊານໄຊໃນການຕໍ່ສູ້ບົນຈິດໃຈ “ຍອມຕາຍດີກ່ວາເປັນຂ້ອຍຂ້າ, ຕາຍເພື່ອເອກະລາດ ດີກ່ວາຢູ່ພາຍໃຕ້ແອກປົກຄອງຂອງຕ່າງຊາດ” ຈາກນັ້ນມາວັນທີ 12 ຕຸລາ ຈຶ່ງກາຍເປັນ ມູນເຊື້ອແຫ່ງການຕໍ່ສູ້ມີໄຊ ຂອງຄົນລາວຜູ້ຮັກຊາດພາຍໃຕ້ການນໍາພາຂອງພັກ, ສາມາດປົດປ່ອຍຊາດໄດ້ຢ່າງສົມບູນ ແລະໄດ້ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ຈາກນັ້ນ, ທ່ານຍັງໄດ້ສືບຕໍ່ເຜີຍແຜ່ວັນສ້າງຕັ້ງການທູດລາວ ທີ່ເປັນຈຸດເລີ່ມຕົ້ນຂອງການກໍານົດແນວທາງນະໂຍບາຍການຕ່າງປະເທ ທີ່ຖືກຕ້ອງ, ປະກອບສ່ວນສໍາຄັນເຂົ້າໃນພາລະກິດການຕໍ່ສູ້ປົດປ່ອຍຊາດ ກໍ່ຄື ພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ສູ່ຈຸດໝາຍສັງຄົມນິຍົມ ຕະຫລອດໄລຍະ 81 ປີຜ່ານມາ. ຈາກນັ້ນ ທ່ານ ນາງ ຈັນທອນ ພອນສີລິ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ຍັງໄດ້ເລົາປະຫວັດຄາວມເປັນມາ ວັນສາກົນຄົນພິການແຫ່ງຊາດ ແລະວັນສາກົນຜູ້ອາຍຸສູງ, ເຊິງຜູ້ອາຍຸສູງ ແມ່ນຜູ້ຢູ່ໃນອາຍຸແກ່ສະລາ ລວມທັງພະນັກງານ – ລັດຖະກອນ, ທະຫານ, ຕໍາຫຼວດ ຜູ້ອອກລັດຖະກອນຮັບເນັດບໍານານ ແລະ ປະຊາຊົນບັນດາເຜົ່າ ທີ່ມີອາຍຸສູງ 60 ປີຂື້ນໄປ, ແມ່ນຜູ້ທີ່ໄດ້ຮັບການຕໍ່ສູ້ກັບອຸປະສັກນາໆປະການ ໃນການເຄື່ອນໄຫວດໍາລົງຊີວິດ ກໍ່ຄືການພັດທະນາສ້າງສາປະເທດຊາດ ໃນໄລຍະຜ່ານມາທີ່ອຸດົມຮັ່ງມີ ທາງດ້ານປະສົບການ ແລະ ບົດຮຽນອັນລໍ້າຄ່າ ເຊີ່ງຄົນລຸ້ນໜຸ່ມກໍ່ຄື ອານຸຊົນລູກຫຼານຕ້ອງໄດ້ສຶກສາຮໍ່າຮຽນ ເອົາບົດຮຽນທັງພາກທິດສະດີ ແລະ ພຶດຕິກໍາຕົວຈີງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງຜູ້ເປັນພໍ່, ແມ່, ປ້າ ແລະ ລຸງນັ້ນ, ເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ແກ້ໄຂຄວາມທຸກຍາກໃຫ້ໄດ້ເທື່ອລະກ້າວ.

ທັງນີ້ ກໍ່ເພື່ອເຜີຍແຜ່ເຊື່ອຊືມ ໃຫ້ພະນັກງານລັດຖະກອນພາຍໃນເມືອງຜາອຸດົມ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອການຕໍ່ສູ້ກູ້ຊາດ ແລະ ວຽກງານການທູດຂອງລາວ, ພ້ອມທັງປຸກລະດົມຈິດສໍານຶກຮັກຊາດ, ຄວາມຮັບຜິດຊອບ ແລະ ຄວາມຕັ້ງໃຈໃນການປະຕິບັດໜ້າທີ່ ເພື່ອປະກອບສ່ວນສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຕໍ່ໄປ, ເພື່ອສະແດງຄວາມກະຕັນຍູຮູ້ຄຸນຕໍ່ຜູ້ນໍາ, ບັນດານັກຮົບປະຕິວັດ, ວິລະຊົນ ແລະຜູ້ທີ່ມີຜົນງານອັນໃຫຍ່ຫຼວງຕໍ່ປະເທດຊາດ ແລະ ປະຊາຊົນ ເພື່ອພ້ອມກັນຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດ, ເສີມຂະຫຍາຍມູນເຊື້ອອັນດີງາມ ໄປຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ມີປະສິດທິຜົນດີຂື້ນກວ່າເກົ່າ. ໂອກາດດຽວກັນພິທີ ຍັງໄດ້ບໍລິການກວດສຸຂະພາບຟີ ໃຫ້ກັບຜູ້ເຂົ້າຮ່ວມພິທີຄັ້ງນີ້ ຈາກທີມແພດຂອງຫ້ອງການສາທາລະນະສຸກເມືອງ

ຂ່າວ-ພາບ: ພອນສະຫວັນ ມະນີສີ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa