
ຕອນເຊົ້າຂອງວັນທີ 8 ຕຸລາ 2026 ນີ້. ຢູ່ທີ່ສະໂມສອນກອງບັນຊາການ ປກສ ເມືອງຜາອຸດົມ ແຂວງບໍ່ແກ້ວໄດ້ສໍາເລັດກອງປະຊຸມພົບປະໂອ້ລົມລະຫວ່າງຄະນະພັກຄະນະນໍາຂອງກອງບັນຊາການ ປກສ ແຂວງບໍ່ແກ້ວກັບຄະນະພັກຄະນະນໍາກອງບັນຊາການ ປກສ ເມືອງຜາອຸດົມ ພາຍໃຕ້ການນໍາພາໂດຍທ່ານ ພັອ ນໍຄໍາ ດາລາວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ, ໃຫ້ກຽດເຂົ້າຮ່ວມຮັບຟັງມີຄະນະພັກຄະນະນໍາກອງບັນຊາການ ປກສ ເມືອງຜາອຸດົມ ພ້ອມດ້ວຍອ້າຍ-ເອື້ອຍ-ນ້ອງ ຕໍາຫຼວດ ເຂົ້າຮ່ວມ.
ກອງປະຊຸມ ທ່ານ ພັທ ສີ ຄັດຕິຍາ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງຜາອຸດົມ ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 09 ເດືອນຜ່ານມາ ເຊິ່ງຍົກໃຫ້ເຫັນສະພາບລວມ ແລະຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນຫຼາຍດ້ານເປັນຕົ້ນແມ່ນການສຶກສາອົບຮົມຄົນຕ່າງປະເທດທີ່ໝັ້ນໝາຍກັບແມ່ຍິງລາວຢູ່ເມືອງຜາອຸດົມ ມີ 16 ຄູ່ ໃນນີ້, ມີສັນຊາດຈີນ 13 ຄູ່, ສັນຊາດໄທ 01 ຄູ່, ສັນຊາດສິງກະໂປ 01 ຄູ່, ສັນຊາດເກົາຫຼີ 01 ຄູ່ ໃຫ້ປະກອບເອກະສານໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ລົງກວດກາສາສະໜາເຢຊູ ມີຈໍານວນ 902 ຄົນ, ຍິງ 465 ຄົນ, ມີໂບດ 2 ແຫ່ງ, ເກັບກູ້ຖອນຄືນອາວຸດປືນນໍາພະນັກງານບໍານານໄດ້ 10 ກະບອກ, ສົມທົບຫ້ອງການ ຮສສ ເມືອງລົງກວດກາຄົນຕ່າງປະເທດທີ່ມາທໍາທຸລະກິດ, ອອກແຮງງານ, ຄ້າຂາຍ ມີທັງໝົດ 80 ຄົນ, ຍິງ 21 ຄົນ, ໃນນີ້ ມີຄົນຈີນ 63 ຄົນ, ຍິງ 11 ຄົນ, ຄົນຫວຽດນາມ 9 ຄົນ, ຍິງ 5 ຄົນ, ຄົນມ່ຽນມ່າ 8 ຄົນ, ຢູ່ໃນ 3 ບໍລິສັດໃຫຍ່ ຄື ບໍລິສັດແຊ່ເຢີນ, ບໍລິສັດຈ່າຟົ່ງ ແລະບໍລິສັດຫົງຊິງ, ສົມທົບສອງກໍາລັງ ປກຊ-ປກສ ລົງປະຕິບັດກວດກາແກ້ໄຂກຸ່ມແກ້ງຄໍເຊັນເຕີມີຈໍານວນ 02 ຄັ້ງ, ມີ 5 ຈຸດ, ຍຶດໂຕະຈໍານວນ 5 ໜ່ວຍພ້ອມທັງສຶກສາອົບຮົມກ່າວເຕື່ອນ 04 ຄົນ ແລະເຈົ້າຂອງເຮືອນ 01 ຄົນ, ຜ່ານມາມີຄະດີອາຍາເກີດຂື້ນທັງໝົດ 15 ເລື່ອງ, ມີຜູ້ຖືກຫາ 20 ຄົນ, ຍິງ 02ຄົນ, ໃນນີ້, ມີຄະດີລັກຊັບພົນລະເມືອງ 9 ເລື່ອງ, ມີຜູ້ຖືກຫາ 11 ຄົນ, ຄະດີ ທໍາມິດສະຈານ 01 ເລື່ອງ, ຜູ້ຖືກຫາ 02 ຄົນ, ຍິງ 01 ຄົນ, ຄະດີທໍາຮ້າຍຮ່າງກາຍ ມີ 01 ເລື່ອງ, ຜູ່ຖືກຫາ 01 ຄົນ, ຄະດີສໍ້ໂກງຊັບ 01 ເລື່ອງ, ຜູ່ຖືກຫາ 01 ຄົນ, ຍິງ 01 ຄົນ, ຄະດີຊຸກເຊື່ອງຊື້-ຂາຍຜິດກົດໝາຍ 01 ເລື່ອງ, ຜູ້ຖືກຫາ 03 ຄົນ, ຄະດີຄາດຕະກໍາ 02 ເລື່ອງ, ຜູ້ຖືກຫາ 02 ຄົນ, ນໍາສົ່ງຄະດີອາຍາໃຫ້ ປກສ ແຂວງດໍາເນີນມີ 03 ເລື່ອງ, ຜູ້ຖືກຫາ 04 ຄົນ, ໃນນີ້, ມີຄະດີຄາດຕະກໍາ 02 ເລື່ອງ ແລະຄະດີລັກຊັບພົນລະເມືອງ 01 ເລື່ອງ, ຜ່ານມາມີຄະດີຢາເສບຕິດເກີດຂຶ້ນ 21 ເລື່ອງ, ຜູ້ຖືກຫາ 22 ຄົນ, ຂອງກາງຢາບ້າມີ 2,700 ເມັດ ແລະເຄຕາມິນ 09 ຖົງນ້ອຍ, ໄດ້ນໍາສົ່ງຄະດີໃຫ້ ປກສ ແຂວງ ດໍາເນີນ 18 ເລື່ອງ, ຜູ້ຖືກຫາ 19 ຄົນ, ພ້ອມຂອງກາງປະເພດຢາບ້າ 2,582 ເມັດ ແລະເຄຕາມິນ 09 ຖົງນ້ອຍ, ຜ່ານມາມີນັກໂທດ, ຜູ້ຖືກຫາ, ຜູ່ຖືກດັດສ້າງ 126 ຄົນ, ຍິງ 02 ຄົນ, ອຸປະຕິເຫດເກີດຂື້ນ 23 ລາຍ, ມີຜູ້ໄດ້ຮັບບາດເຈັບທັງໝົດ 38 ຄົນ, ຍິງ 06 ຄົນ,ໃນນັ້ນມີຜູ້ເສຍຊີວິດ 02 ຄົນ, ຍິງ 02 ຄົນ, ມີອັກຄີໄພເກີດຂື້ນ 01 ຄັ້ງ ( ຮ້ານຂາຍເຄື່ອງວັດສະດຸກໍ່ສ້າງຄົນສັນຊາດຈີນ ) ລວມມູນຄ່າເສຍຫາຍປະມານ 4,782,000,000 ກີບ (ສີ່ຕື້ເຈັດຮ້ອຍແປດສິບສອງລ້ານກີບ ). ກອງປະຊຸມຜູ້ເຂົ້າຮ່ວມໄດ້ມີການປະກອບຄໍາຄິດເຫັນເພື່ອແລກປ່ຽນຖອດ-ຖອນບົດຮຽນເຊິ່ງກັນ ແລະກັນລະຫວ່າງກອງບັນຊາການ ປກສ ແຂວງ ແລະກອງບັນຊາການ ປກສ ເມືອງເພື່ອເຮັດໃຫ້ການຕັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຕົວຈິງໃຫ້ເປັນໄປຕາມທິດທາງລວງດຽວກັນ ແລະຮັບປະກັນໃຫ້ໄດ້ຮັບປະສິດທິພາບ ແລະປະສິດທິຜົນສູງພ້ອມທັງຮັບປະກັນຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ປະຊາຊົນມີຄວາມສະຫງົບໂດຍພື້ນຖານ.
ໂອກາດນີ້, ທ່ານ ພັອ ນໍຄໍາ ດາລາວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກກັບຄະນະພັກຄະນະບັນຊາຂອງກອງບັນຊາການ ປກສ ເມືອງທີ່ນໍາພາອ້າຍນ້ອງຍາດມາໄດ້ຜົນສໍາເລັດໃນຫຼາຍດ້ານ ແລະທ່ານໄດ້ຮຽກຮ້ອງໃຫ້ຄະນະພັກຄະນະບັນຊາຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ກັບພະນັກງານອ້າຍນ້ອງຕໍາຫຼວດໃຫ້ມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽງ, ມີແນວຄິດຫຼັກໝັ້ນເຊື່ອໝັ້ນຕໍ່ການນໍາພາ-ຊີ້ນໍາຂອງຄະນະພັກຂັ້ນເທິງ, ເອົາໃຈໃສ່ສຶກສາຄົ້ນຄວ້າທາງດ້ານນິຕິກໍາ ແລະກົດໝາຍທີ່ກ່ຽວຂ້ອງກັບວຽກງານວິຊາສະເພາະທີ່ຕົນຮັບຜິດຊອບດ້ວຍຄວາມຮັບຜິດຊອບສູງ, ສືບຕໍ່ລົງຕິດຕາມກວດກາ ແລະແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ພາຍໃນເມືອງໃຫ້ຫຼຸດນ້ອຍຖອຍລົງເທື່ອລະກ້າວເຮັດໃຫ້ສັງຄົມພາຍໃນເມືອງຜາອຸດົມມີຄວາມສະຫງົບ ແລະປອດໄພ.
ພາບ-ຂ່າວ: ໂສພາ ທິບພະວົງ. ວິຊາການຂ່າວຄະນະໂຄສະນາອົບຮົມເມືອງຜາອຸດົມ.