





ວັນທີ 28 ກັນຍາ 2026 ຜ່ານມານີ້ ຢູ່ທີ່ຫ້ອງການສຶກສາທິການ ແລະ ກິລາ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ IPS ໂມດູນ 1 ໃຫ້ກັບຜູ້ເຮັດວຽກສຶກສານິເທດພາຍໃນ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ສຸລິສັກ ເຢມະນີ ຮັກສາການຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ນາງ ປທ ນວນຈັນ ທິບພະວົງ ຜູ້ອໍານວຍການວິທະຍາໄລຄູຫຼວງນໍ້າທາ ແລະ ນາງ ອິ່ນພິວ ສິລິປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວ, ມີບັນດາທ່ານ ຄະນະຮັບຜິດຊອບຈາກພະແນກສຶກສາແຂວງ-ເມືອງ, ຄະນະທີມງານມາຈາກມະຫາວິທະຍາໄລຄູຫຼວງນໍ້າທາ ແລະ ຕະຫຼອດຮອດຜູ້ອໍານວຍການແຕ່ລະໂຮງຮຽນເຂົ້າຮ່ວມ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມແມ່ນຈະໄດ້ຮັບຟັງການນໍາສະເໜີບັນດາເອກະສານຕ່າງໆ ເປັນຕົ້ນແມ່ນ: ການສະໜັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂັ້ນໂຮງຮຽນ, ການສຶກສານິເທດ, ການຮຽນຮູ້ແບບຜູ້ໃຫຍ່, ການສົນທະນາເພຶ່ອການຮຽນຮູ້ຮ່ວມກັນ, ທັງນີ້ກໍ່ເພຶ່ອເຮັດໃຫ້ຜູ້ອໍານວຍການໂຮງຮຽນ ກໍ່ຄືຄູສອນແຕ່ລະໂຮງຮຽນໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບວິທີການຮຽນການສອນໃນຮູບແບບໃໝ່ ເພຶ່ອປັບປຸງວຽກງານສຶກສາໃຫ້ມີຄຸນນະພາບສູງຂຶ້ນກ່ວາເກົ່າ ເພຶ່ອໃຫ້ຖຶກຕ້ອງຕາມ 5 ຫຼັກມູນຂອງກະຊວງສຶກສາທີ່ໄດ້ວາງອອກ ແລະ ເພຶ່ອໃຫ້ສາມາດອະທິບາຍຄວາມໝາຍ ແລະ ລະບົບການສະໜັບສະໝູນ ການພັດທະນາວິຊາຄູແບບຕໍ່ເນື່ອງ ຢູ່ຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ, ສາມາດອະທິບາຍພາລະບົດບາດຂອງຜູ້ເຮັດວຽກສຶກສານິເທດ ໂດຍອີງຕາມຂໍ້ຕົກລົງວ່າດ້ວຍການພັດທະນາວິຊາຊິບຄູແບບຕໍ່ເນື່ອງ ສະບັບເລກທີ 3342/ສສກ ແລະ ສາມາດອະທິບາຍຄວາມໝາຍຂອງລະບົບການສຶກສານິເທດ, ພາລະບົດບາດຂອງຜູ້ເຮັດວຽກສຶກສານິເທດພາຍໃນ ໃນແຕ່ລະເອກະສານຜູ້ເຂົ້າຮ່ວມແມ່ນຈະໄດ້ຄົ້ນຄວ້າ ແລະ ສົນທະນາເພຶ່ອແລກປ່ຽນບົດຮຽນເຊິ່ງກັນແລະກັນ ຕື່ມອີ່ກ.
ໃນໂອກາດທີ່ໄດ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຄະນະປະທານພິທີ ໄດ້ມີຄໍາເຫັນໂອ້ລົມ ໃຫ້ບັນດາສະຫາຍທີ່ເຂົ້າຝຶກອົບຮົມໃນຄັ້ງນີ້ ຕ້ອງມີຄວາມຕັດສີນໃຈສູງ ເຂົ້າໃນການຝຶກອົບຮົມ ເພື່ອນໍາເອົາຄວາມຮູ້ແບບໃໝ່ ເພຶ່ອໄປພັດທະນາເຂົ້າໃນໜ້າທີ່ວຽກງານວິຊາສະເພາະຂອງຕົນ ກໍ່ຄືເຂົ້າໃນການຮຽນການສອນ ເພຶ່ອຍົກລະດັບຄວາມຮູ້ຄວາມສາມາດ ຂອງຕົນເອງ ເຮັດໃຫ້ວຽກງານການສຶກສາມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກ່ວາເກົ່າ, ນັກສໍາມະນາກອນຕ້ອງເປັນເຈົ້າການຄົ້ນຄ້ວາກໍາແໜ້ນເນື້ອໃນບົດຮຽນໃຫ້ເລິກເຊິ່ງ, ຄະນະຮັບຜິດຊອບຂອງແຂວງຂອງເມືອງ, ຄູຝຶກ ແລະ ນັກສໍາມະນາກອນ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມໂມງເວລາການຂຶ້ນຫ້ອງລົງຫ້ອງໃຫ້ເປັນປົກກະຕິ, ຄູ-ອາຈານແມ່ນຈະໄດ້ອະທິບາຍບົດຮຽນສົມທຽບໃສ່ພຶດຕິກໍາຕົວຈີງເຮັດໃຫ້ນັກສໍາມະນາກອນເຂົ້າໃຈງ່າຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງຖຶກຕ້ອງ ແລະ ໄດ້ຮັບຜົນດີໃນຕໍ່ໜ້າ ການຝຶກອົບຮົມໃນຄັ້ງນີ້ຈະໄດ້ດໍາເນີນໄປເປັນເວລາ 5 ວັນເຕັມ ຈຶ່ງຈະສໍາເລັດ.
ຂ່າວ: ອຸ່ນຄໍາ ຂັນວາລິດ.