







ໃນວັນທີ 30 ກັນຍາ 2026 ນີ້, ຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດຕັ້ງພິທີ ສະຫຼຸບປິດຂໍ້ແຂ່ງຂັນປະຈຳປີ 2025 ແລະ ເປີດຂໍ້ແຂ່ງຂັນປະຈຳປີ 2026 ຢ່າງເປັນທາງການ. ໂດຍການເປັນປະທານຂອງ ສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ພະແນກການ, ຕະຫຼອດຮອດພະນັກງານ – ນັກຮົບ ທົ່ວກົມກອງເຂົ້າຮ່ວມ.
ສະຫາຍ ພັນໂທ ນ ສີພົມ ພົມລິນທອງ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງການ ແລະ ບໍລິຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານບົດສະຫຼຸບຂໍ້ແຂ່ງຂັນ ປະຈຳປີ 2025 ແລະ ທິດທາງແຜນການຂະບວນການຂໍ້ແຂ້ງຂັນ ປະຈຳປີ 2026. ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ມີຜົນສໍາເລັດ, ອັນພົ້ນເດັ່ນ ແລະ ບາງບັນຫາທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ໃນການກໍ່ສ້າງກົມກອງ 3 ປອດ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ການກໍ່ສ້າງນັກຮົບ ແລະ ກອງວັດທະນະທໍາ, ການສ້າງໜ່ວຍຊາວໜຸ່ມ 4 ບຸກ, ໜ່ວຍແມ່ຍິງ 3 ດີ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ. ພ້ອມດຽວກັນນີ້ຍັງໄດ້ປະດັບຫຼຽນກາທີ່ລະນຶກ ແລະ ມອບຂອງຂວັນໃຫ້ບັນດາພະແນກການ ແລະ ບຸກຄົນ ໂດຍເປັນກຽດຂຶ້ນປະດັບ ແລະ ມອບ ຂອງສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການ ແລະ ບໍລິການ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມຄະນະຢ່າງສົມກຽດ. ພ້ອມດຽວກັນນີ້ພິທີຍັງໄດ້ຜ່ານຄຳສັ່ງເເນະນຳຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການຈັດຕັ້ງເປີດຂະບວນການຂໍ້ແຂ່ງຂັນ ປະຈຳປີ 2026, ພ້ອມທັງຈັບມືແຂ່ງຂັນກັນຢ່າງເປັນທາງການ ລະຫວ່າງ ຕາງໜ້າບັນດາພະແນກການ, ກອງປະຕິບັດງານ 034 ແລະ ຕ່າງບັນດາແມ່ຍິງຊາວໜຸ່ມທີ່ຂຶ້ນກັບຫ້ອງການ ແລະ ບໍລິຫານ ເພື່ອເປັນການປະຕິບັດທິດທາງແຜນການໃນປີຕໍ່ໄປ.
ສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ໄດ້ໃຫ້ກຽດໂອ້ລົມ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມກັນນັ້ນ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ທຸກສະຫາຍ ເອົາໃຈໃສ່ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີ ແລະ ສະຕິຕໍ່ການຈັດຕັ້ງຢ່າງເຂັ້ມງວດ, ເຊີດຊູຄວາມຮັບຜິດຊອບໃນການຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເຂົ້າສູ່ລົງເລິກ ແລະ ຕັດເຄືອຂ່າຍການກະທຳຜິດໃຫ້ຫຼຸດລົງຢ່າງຂາດຕົວ, ປ່ຽນແປງຮູບແບບການຫັນລົງກໍ່ສ້າງຮາກຖານການເມືອງ ໃຫ້ມີປະສິດທິຜົນ, ເພື່ອຊຸກຍູ້ຂະບວນການແຂ່ງຂັນ ປະຈຳປີ 2026 ໃຫ້ກາຍເປັນບາດກ້າວບຸກທະລຸ ແລະ ເປັນແຮງຊຸກດັນໃຫ້ແກ່ການສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ຮັບປະກັນໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ໂດຍ: ພາກ ສຸທິປັນຍາ