


ວັນທີ 25 ສິງຫາ 2026 ຜ່ານມານີ້ ຢູ່ທີ່ສະໂມສອນຂອງເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີ ເປີດຝຶກອົບຮົມ ວຽກງານເສນາທິການທີ່ດີ, ການປະສານງານທີ່ດີ ແລະ ການບໍລິການຮັບໃຊ້ທີດີ ໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ໂດຍການເປັນປະທານ ຂອງທ່ານ ສີວິໄລ ສີແສນດີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະກໍາມະການປົກຄອງຕາແສງທັງ 3 ຕາແສງ, ສອງກອງບັນຊາການ ປກຊ-ປກສ, ຫົວໜ້າລັດວິສາຫະກິດ, ທະນາຄານພັດທະນາຊົນນະບົດ, ອານວຍການໂຮງຮຽນ-ໂຮງໝໍ ແລະ ພະນັກງານລັດຖະກອນທີ່ເຮັດວຽກກ່ຽວກັບວຽກງານບໍລິການ, ຂາເຂົ້າ-ຂາອອກ ແຕ່ລະຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.
ໃນພິທີ ທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ ເລຂາພັກເມືອງ ໄດ້ກ່າວເປີດພິທີຢ່າງເປັນທາງການ ຈາກນັ້ນ ທ່ານ ນິຍົມ ຄໍາພາ ກໍາມະການພັກເມືອງ, ຫົວໜ້າຫ້ອງວ່າການເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂອງຫ້ອງວ່າການເມືອງ ປະຈໍາ 9 ເດືອນຕົ້ນປີ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026 ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດໜ້າທີ່ວຽກງານໃນຫຼາຍດ້ານຄື: ດ້ານການເມືອງແນວຄິດ; ດ້ານການປະຕິບັດວຽກງານວິຊາສະເພາະ; ໜ່ວຍງານບໍລິຫານ, ຈັດຕັ້ງ ແລະ ກວດກາ; ໜ່ວຍງານກໍ່ສ້າງຮາກຖານການເມືອງ, ໜ່ວຍງານພົວພັນຕ່າງປະເທດ ນອກຈາກນີ້ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ແບ່ງຄວາມຮັບຜິດຊອບໃຫ້ແກ່ຄະນະຫ້ອງວ່າການ ເຄື່ອນໄຫວຊິ້ນຳ-ນຳພາບັນດາຫົວໜ້າໜວ່ຍງານໃນການເຮັດວຽກງານສຶກສາອົບຮົມການເມືອງແນວຄິດຕໍ່ພະນັກງານວິຊາການຢ່າງທົ່ວເຖີງ ແລະ ຖືກເປົ້າໝາຍ ຕິດພັນກັບການນຳພາເຂົ້າຮ່ວມຮັບຟັງການຈັດຕັ້ງພິທີປາຖະກະຖາເລົ່າມູນເຊື້ອຂອງຊາດຂອງພັກຢ່າງເປັນປົກກະຕິ ໄດ້ເຮັດໃຫ້ພະນັກງານ-ລັດຖອນພາຍໃນຫ້ອງວ່າການເມືອງ ຈາກນັ້ນພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ໄດ້ຄົ້ນຄວ້າຮໍາຮຽນບັນດາເອກກະສານທີ່ສໍາຄັນຕ່າງໆ ເອກະສານການເປັນເສນາທິການໃຫ້ແກ່ການນໍາຂັ້ນສູງ; ບົດສະເໜີກ່ຽວກັບວຽກງານເລຂານຸການ ການນໍາ ແລະ ບາງບົດຮຽນໃນການເປັນເສນາທິການສັງລວມ; ເຕັກນິກການຮ່າງເອກະສານທາງການແບບມືອາຊີບ ແລະ ນໍາໃຊ້ AI; ການສ້າງຄວາມເຂັ້ມແຂງວຽກງານຄົ້ນຄວ້າ-ສັງລວມ; ນໍາສະເໜີ ບາງບົດຮຽນກ່ຽວກັບການສໍາເນົາເອກະສານ ແລະ ການຮ່າງໜັງສືທາງລັດຖະການ.
ໃນໂອກາດດ່ຽວກັນນີ້ ສະຫາຍ ສີວິໄລ ສີແສນດີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຍັງໃຫ້ຮູ້ວ່າ: ຍາມໃດພັກ-ລັດຖະບານເຮົາກໍໃຫ້ຄວາມສໍາຄັນ ແລະ ຖືເອົາການປັບປຸງ, ຍົກສູງຂີດຄວາມສາມາດຂອງກົນໄກການບໍລິຫານລັດ ເປັນວຽກງານຍຸດທະສາດທີ່ມີຄວາມຈໍາເປັນພາວະວິໄສ ແລະ ສາມາດພັດທະນາເສດຖະກິດ-ສັງຄົມ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງໄດ້ນັ້ນ, ປັດໄຈຕັດສິນຕົ້ນຕໍ ແມ່ນຂຶ້ນກັບຄຸນນະພາບທາງດ້ານການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້-ຄວາມສາມາດ ແລະ ແບບແຜນວິທີເຮັດວຽກ ຂອງຖັນແຖວພະນັກງານ-ລັດຖະກອນ ຜູ້ເປັນເສນາທິການໂດຍກົງ ໃຫ້ແກ່ຄະນະນໍາໃນແຕ່ລະຂັ້ນ, ສະນັ້ນ, ການຝຶກອົບຮົມໃນຄັ້ງນີ້ ຈຶ່ງມີຄວາມໝາຍຄວາມສໍາຄັນ ທາງດ້ານການເມືອງ ຢ່າງເລິກເຊິ່ງ, ເຊິ່ງແນ່ໃສ່ 3 ວຽກງານຈຸດສຸມ ທີ່ເປັນແກນກາງເຊັນ: ວຽກງານເສນາທິການທີ່ດີ, ການປະສານງານທີ່ດີ ແລະ ການບໍລິຫານຮັບໃຊ້ທີ່ດີ ແລະ ທ່ານຍັງໄດ້ຮຽກຮ້ອງມາຍັງ ພະນັງງານ-ລັດຖະກອນທີ່ໄດ້ເຂົ້າຮ່ວມຝຶກອົບຮົບໃນຄັ້ງນີ້ ຈົ່ງຍົກສູງສະຕິການຈັດຕັ້ງວິໄນ, ເພີ່ມທະວີຄວາມຮັບຜິດຊອບ, ຕັ້ງໜ້າຕິດຕາມ ແລະ ຮັບເອົາເນື້ອໃນຈິດໃຈ ຂອງບົດຮຽນ ຈາກຄູອາຈານ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ການຝຶກອົບຮົມໄດ້ຮັບຜົນສໍາເລັດຕາມຈຸດລະດັບຄາດໝາຍທີ່ວາງໄວ້.
ຂ່າວ: ອຸ່ນຄໍາ ຂັນວາລິດ