



ໃນຕອນເຊົ້າຂອງວັນທິ 1 ຕຸລາ ປີ 2026ນີ້, ໜ່ວຍຊາວໜຸ່ມພະແນກການເມືອງ ກອງພັນໃຫຍ່302 ໄດ້ຈັດພິທີດຳເນີນຊີວິດການເມືອງປະຈຳເດືອນ ຂື້ນຢູ່ທີຫ້ອງປະຊຸມຂອງພະແນກການເມືອງ ໂດຍການເປັນປະທານຂອງສະຫາຍຮ້ອຍເອກ ເພັດໄພທອງ ສີມະນີ ເລຂາໜ່ວຍຊາວໝຸມພະແນກການເມືອງ, ສະຫາຍຮ້ອຍເອກ ນາງລາທີ ພັນລະສຸກ ຮອງເລຂາໜ່ວຍຊາວໜຸ່ມ ພ້ອມດ້ວຍຄະນະ, ມີພະນັກງານສະມາຊິກຊາວໜຸ່ມທົ່ວພະແນກການເມືອງ ເຂົ້າຮວມ.
ສະຫາຍຮ້ອຍເອກ ເພັດໄພທອງ ສີມະນີ ເລຂາໜ່ວຍຊາວໝຸມພະແນກການເມືອງ ກໍ່ໄດ້ສະຫຼຸບຕີລາຄາຄືນຜ່ານການນຳພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດໜ້າທີວຽກງານຂອງໜ່ວຍຊາວໜຸ່ມ ໂດຍຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີຖອດຖອນໄດ້ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນການສຶກສາອົບຮົມການເມືອງແນວຄິດຂອງຊາວໜຸ່ມໄວໜຸ່ມ, ການຈັດຕັ້ງປະຕິບັດໜ້າທີວິຊາສະເພາະ, ການດຳເນີນຊີວິດການເມືອງ ແລະ ເສຍເງິນສະຕິຂອງຊາວໜຸ່ມ, ການປະຕິບັດຂໍ້ກຳນົດຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ການປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບຂອງກົມກອງ, ການປະກອບສວນວຽກງານຂະບວນການດ້ານຕ່າງໆຂອງກົມກອງເຫັນວ່າມີຂະບວນການຟົດຟື້ນກວ້າງຂວາງ, ພ້ອມນີ້ກໍ່ຍັງຜ່ານແຜນວຽກທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າຕື່ມອີກ. ໂອກາດດັ່ງກ່າວນີ້ ບັນດາສະມາຊິກຊາວໜຸ່ມກໍ່ໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມທັງຕໍານິຕິຊົມສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອເປັນການເສີມຂະຫຍາຍຈຸດດີແກ້ໄຂຈຸດອ່ອນຂໍ້ຄົງຄາງເຮັດໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ກາຍເປັນກຳລັງແຮງຂອງພັກ, ຂອງກົມກອງ, ປະກອບສວນເຂົ້າໃນທຸກຂະບວນການຂອງກົມກອງ, ມີຄວາມຈູບຈ່າວຫາວຫັນຕໍ່ໜ້າທີວຽກງານຂອງຕົນ ແລະເຮັດສຳເລັດໜ້າທີ-ທີ່ການຈັດຕັ້ງກໍ່ຄືກົມກອງມອບໝາຍໃຫ້.
ຕ້ອນທ້າຍຍັງໄດ້ມອບໃບຢັ້ງຢືນນາມມະຍົດ 4ບຸກໃຫ້ບຸກຄົນສະມາຊິກຊາວໜຸ່ມພາຍໃນໜ່ວຍທີມີຜົນງານດີເດັ່ນໃນໄລຍະຜ່ານມາຢ່າງສົມກຽດ.
ພາບ: ໄຊຄໍາ ສຸຍະອິນ\ ຂ່າວ: ພອນແກ້ວ ວິໄລສັກ