







ຕອນເຊົ້າຂອງວັນທີ 29 ກັນຍາ 2026 ນີ້. ຢູ່ທີ່ສະໂມສອນໂຮງຮຽນ ມສ ປຸ່ງລາດ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ເປີດຝຶກອົບຮົມ-ຫັດແອບວິຊາພື້ນຖານປ້ອງກັນຕົວໃຫ້ແກ່ນ້ອງນັກຮຽນຊັ້ນ ມ7 ຂອງ 3 ໝວດໂຮງຮຽນຄື: ມສ ຜາອຸດົມ, ມສ ປຸ່ງລາດ ແລະມສ ປາງທອງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສົມນິດ ໄຊທະວົງສິດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການກ່ຽວຂ້ອງ, 2 ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີພາກສ່ວນກ່ຽວຂ້ອງ, ຄະນະກໍາມະການຕິດຕາມການຝຶກແອບ, ຄູ-ອາຈານ ຮັບຜິດຊອບນ້ອງນັກຮຽນ 3 ໝວດໂຮງຮຽນ, ຄະນະຄູຝຶກ ພ້ອມດ້ວຍນ້ອງນັກຮຽນຊັ້ນ ມ 7 ເຂົ້າຮ່ວມ.
ພິທີ ຄະນະຮັບຜິດຊອບໄດ້ຜ່ານແຜນການຝຶກອົບຮົມ-ຫັດແອບວິຊາພື້ນຖານປ້ອງກັນຕົວໃຫ້ນ້ອງນັກຮຽນຊັ້ນ ມ7, ຈຸດປະສົງ ເພື່ອປັບປຸງວຽກງານ ປກຊ-ປກສ ຢູ່ພື້ນຖານໃຫ້ມີຄວາມເຂັ້ມແຂງທາງດ້ານການທະຫານ ແລະມີຄວາມໜັກແໜ້ນທາງດ້ານການເມືອງໃນສະເພາະໜ້າ ແລະຍາວນານເຮັດໃຫ້ສັງຄົມມີຄວາມສະຫົງບ ແລະສີວິໄລເປັນກ້າວໆ, ເຮັດໃຫ້ນ້ອງນັກຮຽນມີຄວາມຮູ້ຄວາມສາມາດ, ກໍາແໜ້ນເນື້ອໃນມີຄວາມຮູ້ພື້ນຖານຂອງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫົງບໃນໄລຍະໃໝ່, ຮູ້ທິດສະດີ ຫຼັກການ ຂອງການປະກອບສ້າງ ແລະການນໍາໃຊ້ອາວຸດຍຸດໂທປະກອນບາງຊະນິດ. ດັ່ງນັ້ນ, ທາງຂະແໜງການທະຫານທ້ອງຖິ່ນກອງບັນຊາການທະຫານເມືອງ ຈິ່ງໄດ້ສົມທົບກັບຫ້ອງການສຶກສາທິການ ແລະກິລາເມືອງ ສ້າງແຜນການອົບຮົມຫັດແອບ ວິຊາການທະຫານເຊິ່ງປະກອບມີ 2 ພາກ, ຄື ພາກທິດສະດີ ແລະພາກປະຕິບັດຕົວຈິງ, ໃນນີ້, ວິຊາປ້ອງກັນຊາດປະກອບມີ ວິຊາລະບຽບກິລາ, ສິນທະປະຍຸດ, ຍຸດທະວິທີ, ວິຊາປ້ອງກັນຄວາມສະຫົງບປະກອບມີ ກົດລະບຽບການສັນຈອນຕາມທາງບົກ, ດໍາລັດ 568/ລບ ວ່າດ້ວຍການປັບໃໝ ແລະມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະລະບຽບການກ່ຽວກັບການສັນຈອນທາງບົກ, ກົດໝາຍວ່າດ້ວຍຢາເສບຕິດ, ກໍານົດເວລາຮຽນ 03 ເດືອນ 12 ອາທິດ = 102 ຊົ່ວໂມງ, ເລີ່ມແຕ່ວັນທີ 1 ຕຸລາ-31 ທັນວາ 2026 ຈິ່ງຈະສໍາເລັດ, ຊຸດຝຶກອົບຮົມຄັ້ງນີ້, ມີນ້ອງນັກຮຽນທັງ ໝົດ 121 ຄົນ, ຍິງ 69 ຄົນ.
ໂອກາດເຂົ້າຮ່ວມ ພິທີ ໃນຄັ້ງນີ້ ທ່ານ ສົມນິດ ໄຊທະວົງສິດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງໄດ້ມີຄໍາເຫັນໂອ້ລົມຫຼາຍດ້ານ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະກໍາມະການ, ຄະນະຄູຝຶກ, ຄູ-ອາຈານທີ່ຮັບຜິດຊອບ ຈົ່ງພ້ອມກັນເປັນເຈົ້າການຈັດຕັ້ງປະຕິບັດ ການຮຽນ-ການສອນ ວິຊາພື້ນຖານປ້ອງກັນຕົວໃຫ້ແກ່ນ້ອງນັກຮຽນຊັ້ນ ມ 7 ໃນສົກຮຽນນີ້ ໃຫ້ບັນລຸຕາມຈຸດປະສົງ ແລະລະດັບຄາດໝາຍທີ່ວາງໄວ້ ແລະທ່ານໄດ້ຮຽກຮ້ອງມາຍັງນ້ອງນັກຮຽນທຸກຄົນຈົ່ງພ້ອມກັນເປັນເຈົ້າການຮັບຜິດຊອບຊ່ວຍກັນ ສູ້ຊົນ ເພື່ອການຝຶກອົບຮົມ-ຫັດແອບໃນຄັ້ງນີ້ ໃຫ້ບັນລຸໄດ້ຕາມເປົ້າ ໝາຍ ແລະສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ-ບ້ານເມືອງ ກໍ່ຄື ຫຼັກສູດການຮຽນ – ການສອນ ຂອງວິຊານີ້ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ພາບ-ຂ່າວ: ໂສພາ ທິບພະວົງ. ວິຊາການຂ່າວຄະນະໂຄສະນາອົບຮົມເມືອງຜາອຸດົມ.