ສໍາເລັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການພັດທະນາເຂດນິຄົມອຸດສາຫະກຳ ໃນເນື້ອທີ່ 150 ເຮັກຕາ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

 

ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ຕາງໜ້າ ອົງການປົກຄອງແຂວງບໍ່ແກ້ວ ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບ ບໍລິສັດ ແສງຟ້າລີ ທີ່ປຶກສາການລົງທຶນທົ່ວໄປ ຈຳກັດຜູ້ດຽວ ວ່າດ້ວຍການສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ ໂຄງການພັດທະນາເຂດນິຄົມອຸດສາຫະກຳ ຢູ່ແຂວງບໍ່ແກ້ວ ແມ່ນການລົງທຶນໃນຮູບແບບການຮ່ວມມືລະຫວ່າງພາກລັດ ແລະ ບໍລິສັດ ເຊິ່ງຕັ້ງຢູ່ເຂດບ້ານສີໂພໄຊ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ໃນເນື້ອທີ່ທັງໝົດ 150 ເຮັກຕາ.ໂຄງການກວມເອົາການພັດທະນາພື້ນຖານໂຄງລ່າງ, ການກໍ່ສ້າງສຳນັກງານ, ຫ້ອງການ, ເຮືອນພັກພະນັກງານ-ກຳມະກອນ, ເພື່ອຮອງຮັບການດຳເນີນກິດຈະການດ້ານອຸດສາຫະກຳ, ຫັດຖະກຳ, ໂຮງຈັກ ແລະ ໂຮງງານທີ່ທັນສະໄໝ.ຈຸດປະສົງຂອງໂຄງການ ແມ່ນເພື່ອພັດທະນາເຂດດັ່ງກ່າວໃຫ້ເປັນເຂດນິຄົມອຸດສາຫະກຳຄົບວົງຈອນ, ໃນການສຸມໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ການຈັດສັນພື້ນທີ່ເຂົ້າໃນການລົງທຶນໃຫ້ແທດເໝາະກັບສະພາບພື້ນທີ່ຕົວຈິງ, ຂອງໂຄງການດັ່ງກ່າວ ແມ່ນນອນຢູ່ໃນເຂດທີ່ທາງແຂວງໄດ້ກຳນົດເປັນເຂດອຸດສາຫະກຳຂອງແຂວງ ຕາມຂໍ້ຕົກລົງຂອງທ່ານ ເຈົ້າແຂວງ ສະບັບເລກທີ 1226/ຈຂ.ບກ, ລົງວັນທີ 20 ຕຸລາ 2025 ເຊິ່ງມີເນື້ອທີ່ກຳນົດທັງໝົດ 353,78 ເຮັກຕາ.ເນື້ອໃນບົດບັນທຶກໄດ້ຮັບອະນຸຍາດໄລຍະເວລາໃນການສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ ເປັນເວລາ 18 ເດືອນ ນັບແຕ່ວັນເຊັນ MOU ເປັນຕົ້ນໄປ. ພ້ອມດຽວກັນນີ້, ທາງບໍລິສັດຈະຕ້ອງໄດ້ວາງເງິນຄໍ້າປະກັນໂຄງການ ຈຳນວນ 150,000,000 ກີບ (ໜຶ່ງຮ້ອຍຫ້າສິບລ້ານກີບ) ພາຍໃນ 30 ວັນ. ໃນໄລຍະດຳເນີນການ, ບໍລິສັດ ຕ້ອງສ້າງບົດວິພາກເສດຖະກິດ-ເຕັກນິກ, ແຜນການນຳໃຊ້ທີ່ດິນ ແລະ ບົດສຶກສາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໃຫ້ສຳເລັດ ເພື່ອສະເໜີຕໍ່ຂະແໜງການກ່ຽວຂ້ອງຮັບຮອງ.

ພິທີເຊັນບົດບັນທຶກແມ່ນໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 28 ກັນຍາ 2026 ນິ້.ຢູ່ທີ່ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຫ້ອງວ່າການແຂວງ ຮວມລົງນາມເຊັນບົດບັນທຶກ ລະຫວ່າງ ທ່ານ ຫົງແກ້ວ ວິໄນວົງ ກຳມະການພັກແຂວງ ຫົວໜ້າ ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ກັບ  ທ່ານ ອຸດົມສັກ ສີຜາວັນ ປະທານ ບໍລິສັດ ແສງຟ້າລີ ທີ່ປຶກສາການລົງທຶນທົ່ວໄປ ຈຳກັດຜູ້ດຽວ ແລະ ຮ່ວມເຊັນຕາງໜ້າຈາກ ພະແນກອຸສາຫະກຳແລະການຄ້າແຂວງ,ພະແນກກະສິກຳ ແລະ ແລະສິ່ງແວດລ້ອມແຂວງ,ຫ້ອງວ່າການເມືອງຫ້ວບຊາຍ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພະຍານ.

#ຂ່າວ: ເງິນຫຼົງ ຈິດພູວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa