


ໃນວັນທີ 22 ກັນຍາ 2026 ນິ້ ຢູ່ທີ່ຫ້ອງປະຊຸມ ຫ້ອງການສຶກສາທິການ ແລະ ກິລາ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ເປີດຊອງປະມູນທາບທາມໂຄງການກໍ່ສ້າງໂຮງຮຽນປະຖົມສຶກສາບ້ານຈອມແຈ້ງ ຕາແສງຜາດຳ ໂດຍການເປັນປະທານ ຂອງທ່ານ ສີວິໄລ ສີຫາລາດ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ (ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ), ມີບັນດາທ່ານ ຄະນະກໍາມະການປະມູນທີ່ກ່ຽວຂ້ອງຂອງເມືອງ, ຜູ້ປະສານງານໂຄງການແຜນງານພັດທະນາທ້ອງຖີ່ນລາວ/338 ແລະ ຕົວແທນຈາກບັນດາບໍລິສັດທີ່ຍື່ນຊອງປະມູນເຂົ້າຮ່ວມ.
ໃນກອງປະຊຸມ ຄະນະຮັບຜິດຊອບໄດ້ຜ່ານການກວດກາ ແລະ ສົມທຽບເງື່ອນໄຂຕ່າງໆ ຂອງແຕ່ລະບໍລິສັດຢ່າງຄົບຖ້ວນ ມີບໍລິສັດເຂົ້າຮ່ວມປະມູນທັງໝົດ 3 ບໍລິສັດຄື: ບໍລິສັດ ດວງຈະເລີນ ອອກແບບກໍ່ສ້າງ ຈໍາກັດ, ບໍລິສັດ ອິນຕະພັນ ກໍ່ສ້າງຂົວທາງ ຈໍາກັດ ແລະ ບໍລິສັດ ຊິງໂກ້ ກໍ່ສ້າງເຄຫາສະຖານ ແລະ ຂົວທາງ ຈໍາກັດ ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມໃນຄັ້ງນີ້ຕື່ມອີ່ກ.
ໃນໂອກາດທີ່ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ທ່ານ ສີວິໄລ ສີຫາລາດ ຮອງປະທານຄະນະກຳມະການປົກຄອງເມືອງເມິງ ໄດ້ມີຄໍາເຫັນຊີ້ນໍາຢ່າງຈະແຈ້ງ ແລະ ເນັ້ນຢໍ້າໃຫ້ຄະນະກໍາມະການປະມູນ ຕ້ອງມີຄວາມໂປ່ງໃສ ແລະ ມີມາດຕະຖານເຕັກນິກ: ເອົາໃຈໃສ່ຄົ້ນຄວ້າ ໄຈ້ແຍກ ແລະ ພິຈາລະນາເອກະສານຢ່າງລະອຽດ, ເລືອກເອົາບໍລິສັດທີ່ມີຄວາມຮູ້, ຄວາມສາມາດ, ປະສົບການ ແລະ ມີຄວາມຮັບຜິດຊອບສູງ ເພື່ອຮັບປະກັນໃຫ້ການກໍ່ສ້າງມີຄຸນນະພາບຕາມມາດຕະຖານເຕັກນິກ ແລະ ສຳເລັດຕາມກຳນົດເວລາ. ພິຈາລະນາບໍລິສັດທີ່ມີການສະເໜີມູນຄ່າໃກ້ຄຽງກັບລາຄາກາງ ແລະ ມີຄວາມເປັນໄປໄດ້ສູງໃນການຈັດຕັ້ງປະຕິບັດຕົວຈິງ.
ຂ່າວ: ອຸ່ນຄໍາ ຂັນວາລິດ.