


ສະຫາຍ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງພັກ, ປະທານສະພາປະຊາຊົນແຂວງບໍ່ແກ້ວ ໄດ້ມີຄໍາເຫັນໃຫ້ທິດຊີ້ນໍາ ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວແຂວງບໍ່ແກ້ວ ຄັ້ງທີ II ໂດຍເນັ້ນໜັກ 5 ບັນຫາສໍາຄັນ ທິດທາງວຽກງານຈຸດສຸມ ປີ 2026-2030 ແມ່ນໃຫ້ຄະນະພັກທຸກຂັ້ນ ຈົ່ງເອົາໃຈໃສ່ ຍົກສູງບົດບາດການນໍາພາຂອງພັກ ຍຶດໝັ້ນລັດທິມາກ-ເລນິນ ແລະ ແນວຄິດໄກສອນ ພົມວິຫານ ເປັນພື້ນຖານແນວຄິດ,ເພື່ອປົກປ້ອງໝາກຜົນປະຕິວັດຢ່າງບໍ່ຫວັນໄຫວຄອນແຄນ.ການຫັນປ່ຽນຈິນຕະນາການຢ່າງເລິກເຊິ່ງ ສຶກສາອົບຮົມແນວຄິດການເມືອງ,ກຳຈັດແນວຄິດລັງເລ,ແນວຄິດຄອງເດີມ ,ການສວຍໃຊ້ໜ້າທີ່ ເພື່ອສໍ້ລາດບັງຫຼວງ ກ້າວໄປສູ່ແນວຄິດທີ່ກ້ວໜ້າກເປັນເຈົ້າຕົນເອງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ. ພັດທະນາວຽກງານໂຄສະນາ-ສຶກສາອົບຮົມ: ໃນການນໍາໃຊ້ສື່ເອເລັກໂຕຣນິກໃຫ້ຫຼາກຫຼາຍ ເພື່ອໃຫ້ເຂົ້າເຖິງທຸກເປົ້າໝາຍ ແລະ ຕອບຕ້ານກົນອຸບາຍ “ຫັນປ່ຽນໂດຍສັນຕິ” ຢ່າງແຫຼມຄົມ ແລະ ທັນການ. ຕິດແທດຕົວຈິງ ແລະ ຟັງສຽງປະຊາຊົນ: ເກັບກຳຫາງສຽງສັງຄົມ, ຮັບຟັງຄວາມມຸ່ງມາດປາຖະໜາຂອງປະຊາຊົນ ເພື່ອນໍາໄປແກ້ໄຂໃຫ້ເປັນຮູບປະທຳ.ນໍາໜ້າເປັນແບບຢ່າງ: ຍຶດໝັ້ນທິດ “ເວົ້າໜ້ອຍ-ເຮັດຫຼາຍ, ເວົ້າໄດ້-ເຮັດໄດ້” ເພາະຄວາມເປັນແບບຢ່າງ ມີຄຸນຄ່າກວ່າການໂຄສະນາປາໄສຫຼາຍໆຄັ້ງ.
ໃນໂອກາດນິ້.ສະຫາຍ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງພັກ, ປະທານສະພາປະຊາຊົນແຂວງຍັງໄດ້ຮຽກຮ້ອງໃຫ້ທຸກພະແນກການ, ອົງການ, ເມືອງ ແລະ ຜູ້ແທນກອງປະຊຸມ ຈົ່ງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ມີປະສິດທິພາບສູງຂຶ້ນເລື້ອຍໆ.
#ຂ່າວໂດຍ: ເງິນຫຼົງຈິດພູວົງ