



ໃນວັນທີ 22 ກັນຍາ 2026 ນີ້, ສະຫາຍ ພັນໂທ ບຸນຄ້ຳ ຄຳພັນ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ພະນັກງານທີ່ລົງກໍ່ສ້າງຮາກຖານການເມືອງທີ່ປະຈຳຢູ່ແຕ່ລະບ້ານຈຸດສຸມພາຍໃນເມືອງຫ້ວຍຊາຍ, ມີພະແນກການທີ່ກ່ຽວຂ້ອງ, ພະນັກງານລົງກໍ່ສ້າງຮາກຖານການເມືອງເຂົ້າຮ່ວມ.
ໂອກາດດຽວກັນນີ້ໄດ້ຮັບຟັງການສະຫຼຸບຕີລາຄາລາຄືນ ຜ່ານການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງຮາກຖານການເມືອງຂອງພະນັກງານທີ່ລົງກໍ່ສ້ າງຮາກຖານທີ່ປະຈຳຢູ່ແຕ່ລະບ້ານຈຸດສຸມໃນໄລຍະຜ່ານມາ ໄດ້ເຮັດໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ດໍາລົງຊີວິດຖືກຕ້ອງຕາມ ລະບຽບກົດໝາຍບ້ານເມືອງ, ມີຄວາມຕື່ນຕົວອອກແຮງສ້າງເສດຖະກິດຄອບຄົວ, ປູກຝັງ-ລ້ຽງສັດ, ການບໍລິການ, ຄ້າຂາຍຕ່າງໆ ເຮັດໃຫ້ຊີວິດການເປັນຢູ່ມີຄວາມຮັ່ງມີເຂັ້ມແຂງ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ. ແຕ່ກໍ່ຍັງມີປະຊາຊົນຈໍານວນໜຶ່ງເຄື່ອນໄຫວຜິດຕໍ່ລະບຽບກົດຫມາຍ ເປັນຕົ້ນແມ່ນ ບັນຫາຄ້າຂາຍສິ່ງເສບຕິດ, ມົ້ວສຸມຢາເສບຕິດ, ອາລະວາດຄອບຄົວ, ລັກຊັບພົນລະເມືອງ, ການຄ້າຂາຍເຖື່ອນ, ການລັກຂ້າມຊາຍແດນຂອງແຮງງານລາວ, ການລັກລອບເຂົ້າເມືອງຂອງຄົນຕ່າງປະເທດ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນ ແລະ ອື່ນໆ.
ສະຫາຍ ພັນໂທ ບຸນຄ້ຳ ຄຳພັນ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາໃນຫຼາຍດ້ານ ກ່ອນອື່ນສະຫາຍໄດ້ຍ້ອງຍໍ ຊົມເຊີຍຕໍ່ຜົນງານ ທີ່ພະນັກງານກໍ່ສ້າງຮາກຖານການເມືອງ, ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຍາດມາໄດ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ ກໍ່ຄືພະນັກງານກໍ່ສ້າງຮາກຖານການເມືອງ ຈົ່ງສືບຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ຍົກສູງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນບ້ານ ຄຽ່ງຄູ່ກັບການຊຸກຍູ້ ສົ່ງເສີມດ້ານການປູກ-ການລ້ຽງ, ການບໍລິການຄ້າ-ຂາຍອື່ນໆ ທີ່ຖືກຕ້ອງຕາມລະບຽບກົດໝາຍ. ທັງນີ້ເພື່ອແນໃສ່ເຮັດໃຫ້ປະຊາຊົນເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອຫຼຸດພົ້ນອອກ ຈາກຄວາມທຸກຍາກເທື່ອລະກ້າວ. ພ້ອມນີ້ ຍັງຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງນໍາເອົາເນື້ອໃນຈິດໃຈ ກອງປະຊຸມໃນຄັ້ງນີ້ ໄປສືບຕໍ່ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.
ໂດຍ: ພາກ ສຸທິປັນາ