ສະຖາບັນການເງິນຈຸລະພາກ ສິນຊັບເມືອງເໜືອສາຂາແຂວງບໍ່ແກ້ວ ມອບເຄື່ອງ ແລະ ອຸປະກອນກິລາ ໃຫ້ກອງພັນໃຫຍ່302.

ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງພົນທະຫານຮາບທີ3 ທີ່ຈະໝູນວຽນມາບັນຈົບຄົບຮອດ 45ປີ (ວັນທີ 25 ຕຸລາ 1981 -25 ຕຸລາ 2026 )ໃນວັນທີ 24 ກັນຍາ 2026 ນີ້, ສະຖາບັນການເງິນຈຸລະພາກ ສິນຊັບເມືອງເໜືອສາຂາແຂວງບໍ່ແກ້ວ ໄດ້ນຳເອົາເສືອໂປໂລແຂນສັນ ຈໍານວນ 19 ຊຸດ, ເຄື່ອງຊຸດວອມ 5ຊຸດ ແລະ ໝາກບຸນ 1ຊຸດ ລວມມູນຄ່າ 3,268,000ກີບ ມາມອບໃຫ້ກອງພັນໃຫ່ຍ302 ເພື່ອຊຸກຍູ້ຈິດໃຈຂອງພະນັກງານ-ນັກຮົບທີ່ກໍາລັງປະຕິບັດໜ້າທີຢູໃນກົມກອງຂອງຕົນ, ທັງເປັນການຊຸກຍູ້ຂະບວນການກິລາຢູ່ກອງພັນໃຫຍ່302 ໃຫ້ມີບັນຍາກາດຟົດຟືນ ໂດຍການກ້າວມອບຂອງສະຫາຍເຕີນ ລາດວົງສາ ຫົວໜ້າໜ່ວຍງານສະຖາບັນການເງິນຈຸລະພາກສິນຊັບເມືອງເໝືອ ສາຂາແຂວງບໍ່ແກ້ວ ພ້ອມດ້ວຍຄະນະໜ່ວຍງານ ກ້າວຮັບໂດຍ ສະຫາຍພັນເອກຄຳອ້ວນ ວຽງສະຫວັນ ຄະນະພັກກອງພົນ ເລຂາຄະນະພັກຫົວໜ້າການເມືອງກອງພັນໃຫ່ຍ302 ພ້ອມດ້ວຍຄະນະ, ມີຄະນະພັກ-ຄະນະບັນຊາພະແນກການ-ກົມກອງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.  ໂອກາດດັ່ງກ່າວນີ້, ສະຫາຍພັນເອກຄຳອ້ວນ ວຽງສະຫວັນ ຄະນະພັກກອງພົນ ເລຂາຄະນະພັກຫົວໜ້າການເມືອງກອງພັນໃຫ່ຍ302   ກໍ່ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນອັນລົ້ນເຫລືອ ຕໍ່ສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອສາຂາແຂວງບໍ່ແກ້ວ ທີ່ຍາມໃດກໍ່ເປັນຫ່ວງເປັນໃຍ່ ແລະ ໃຫ້ການຊ່ວຍເຫຼື່ອເບິ່ງແຍ່ງກອງພັນໃຫຍ່302 ຕະຫຼອດມາ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ: ຈະນຳໃຊ້ເຄື່ອງດັງກ່າວນີ້ເຂົ້າໃນຂະບວນການການຕ່າງໆຂອງກົມກອງໃຫ້ມີບັນຍາກາດຟົດຟືນ. ທັງນີ້ກໍ່ເພື່ອເປັນການພູກແໜ້ນຄວາມສາມັກຄີຮັກແພງລະຫວ່າງກອງທັບກັບອົງການຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກກະຊົນໃຫ້ມີຄວາມແໜ້ນແຝນ ເວົ້າລວມເວົ້າສະເພາະກໍ່ຄືກອງພັນໃຫຍ່ທະຫານຮາບ302 ກັບສະຖາບັນການເງິນຈຸລະພາກສິນຊັບເມືອງເໜືອ ສາຂາແຂວງບໍ່ແກ້ວໃຫ້ນັບມື້ສາມັກຄີຮັກແພງກັນແໜ້ນແຝນຍິງໆຂື້ນ. ໂອກາດນີ້ທັງສອງກໍ່ຍັງໄດ້ສ້າງສັນຂະບວນການກິລາເປຕັ້ງ ຕື່ມອີກເພື່ອຖອດຖອນບົດຮຽນ ແລະ ຮັດແໜ້ນຄວາມສາມັກຄີເຊິ່ງກັນ ແລະ ກັນໃຫ້ຫຼາຍຂື້ນກວ່າເກົ່າ.

ພາບ: ໄຊຄໍາ ສຸຍະອິນ \ ຂ່າວ: ພອນແກ້ວ ວິໄລສັກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa