ກອງປະຊຸມປະຈໍາ 9 ເດືອນ ຂອງໂຄງການ ແລະ ແຜນການຈັດຕັ້ງປະຕິບັດກິດຈະກໍາ 3 ເດືອນທ້າຍປີ 2026.

ໃນວັນທີ 24 ກັນຍາ 2026 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງການກະສິກໍາ ແລະ ສິງແວດລ້ອມເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປະຈໍາ 9 ເດືອນ ຂອງໂຄງການ ແລະ ແຜນການຈັດຕັ້ງປະຕິບັດກິດຈະກໍາ 3 ເດືອນທ້າຍປີ 2026 ໂດຍການເປັນຮ່ວມຂອງທ່ານ ສີວິໄລ ສີຫາລາດ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ແລະ ທ່ານ ພັດ ນາເຂດ ກໍາມະການພັກເມືອງ, ມີບັນດາທ່ານຜູ້ປະສານງານໂຄງການ ຂອງແຂວງ-ຂອງເມືອງ ແລະ ພາກສວນທີ່ກ່ຽວຂ້ອງ ຂອງເມືອງເຂົ້າຮ່ວມ.

ໂດຍປະຕິບັດຕາມແຜນຂອງໂຄງການ ຜັນຂະຫຍາຍການຈັດຕັ້ງປະຕິບັດ ແຜງງານຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ໂດຍປັບປຸງການຄຸ້ມຄອງພູມມີທັດປ່າໄມ້ ແບບຍືນຍົງຢູ່ ສປປ ລາວ ( SU-I-GFLM ) ໃນກອງປະຊຸມຜູ້ປະສານຂອງໂຄງການ ໄດ້ຜ່ານບົດສະຫຼຸບການຈັດຕັ້ງກິດຈະກໍາໃນ 9 ເດືອນທີ່ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຈໍານວນນຶ່ງທີ່ຈະຕ້ອງໄດ້ສຶບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ໃນໄລຍະທີ່ຜ່ານມາຜູ້ປະສານງານຂອງໂຄງການແມ່ນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມແຜນການຂອງໂຄງການທີ່ໄດ້ວາງອອກຢ່າງເຂັ້ມງວດ ໂດຍສະເພາະວຽກງານການຈັດສັນວາງແຜນນໍາໃຊ້ທີ່ດີນ ( ການເຮັດແຜນສໍາເລັດ 20 ບ້ານ; ວຽກງານຄຸ້ມຄອງປ່າໄມ້ບ້ານ ແມ່ນໄດ້ສໍາລັດ 20 ບ້ານ; ວຽກງານສົ່ງເສີມ ຄັດເລືອກຄົວເຮືອນ ສໍາເລັດ 20 ບ້ານ ເທົ່າກັບ 100%, ປຶກສາຫາລືການຈັດຊື້ກັບຜູ້ໄດ້ຮັບທຶນສໍາເລັດ 16 ບ້ານ ເທົ່າກັບ 80%; ວຽກຂະບວນການສ້າງຄວາມເຫັນດີເຫັນພ້ອມ ແລະ ຕື່ນຕົວສະໝັກໃຈໂດຍຮັບຮູ້ຂໍ້ມູນລວງໜ້າ ໄດ້ສໍາເລັດ 20 ບ້ານ ເທົ່າກັບ 100%; ວຽກທຶນກະສິກໍາ: ສ້າງຕັ້ງຄະນະຄຸ້ມຄອງທຶນບ້ານສໍາເລັດ 20 ບ້ານ, ເປີດບັນຊີບ້ານສໍາເລັດ 20 ບ້ານ ແລະ ວຽກງານໂຄສະນາເຜີຍແຜ່ນິຕິກໍາ ແລະ ກົດລະບຽບກ່ຽວກັບການຄຸ້ມຄອງປ່າໄມ້ໄດ້ສໍາເລັດ 20 ບ້ານ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ສີວິໄລ ສີຫາລາດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ມີຄໍາເຫັນໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມຕໍ່ຄະນະຜູ້ປະສານງານຂອງໂຄງການຂອງແຂວງ-ຂອງເມືອງທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ ທີ່ໄດ້ຮັບຜົນສໍາເລັດຫຼາຍດ້ານຕະຫຼອດໄລຍະທີ່ຜ່ານມາ ທ່ານຍັງໄດ້ຮຽກຮ້ອງມາຄະນະປະສານຂອງໂຄງການທຸກທ່ານ ຈົ່ງເພີ່ມທະວີສຸມສະຕິປັນຍາເຂົ້າໃນໜ້າທີ່ວຽກງານວິຊາສະເພາະ ຕິດພັນກັບບັນດາກິດຈະກໍາຕ່າງໆ ຂອງໂຄງການທີ່ໄດ້ວາງອອກໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ແລະ ສຶບຕໍ່ຈັດຕັ້ງປະຕິບັດຕາມແຜນການ 3 ເດືອນທ້າຍປີທີ່ໄດ້ວາງອອກເປັນຕົ້ນແມ່ນ: ຝຶກອົບຮົມວຽກງານຈັດຕັ້ງປະຕິບັດແຜນຄຸ້ມຄອງປ່າໄມ້, ຝຶກອົບຮົມໃຫ້ຊາວກະສິກອນ, ການຊື້-ສະໜອງປັດໃຈການຜະລິດ ແລະ ຕິດຕາມກວດກາຈຸດບຸກລຸກປ່າໄມ້ ໃນແຕ່ລະຈຸດໃຫ້ເຂັ້ມງວດ.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa