ກອງບັນຊາການທະຫານເມືອງເມິງ ສະຫຼຸບປິດຂໍ້ແຂ່ງຂັນປະຈຳປີ 2025 ແລະ ເປີດຂໍ້ແຂ່ງຂັນປະຈຳປີ 2026.

ໃນວັນທີ 23 ກັນຍາ 2026 ນີ້, ຢູ່ທີ່ກອງບັນຊາການທະຫານເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດຕັ້ງພິທີ ສະຫຼຸບປິດຂໍ້ແຂ່ງຂັນປະຈຳປີ 2025 ແລະ ເປີດຂໍ້ແຂ່ງຂັນປະຈຳປີ 2026 ຢ່າງເປັນທາງການ. ໂດຍການເປັນປະທານຂອງ ສະຫາຍ ບຸນເພັດ ສິນໄຊຍະ ກຳມະການພັກເມືອງ, ຫົວໜ້າການເມືອງ, ຫົວໜ້າກອງບັນຊາການທະຫານເມືອງເມິງມີຄະນະພັກ-ຄະນະບັນຊາ, ພະແນກການ ຕະຫຼອດຮອດພະນັກງານ – ນັກຮົບ ທົ່ວກອງບັນຊາການເຂົ້າຮ່ວມ.

ໃນພິທີສະຫາຍ ພັນຕີ ນາງ ຂັນຄໍາ ດວງຄໍາ ຮອງຫົວໜ້າພະແນກການເມືອງ ກອງບັນຊາການທະຫານເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບຂໍ້ແຂ່ງຂັນ ປະຈຳປີ 2025 ແລະ ທິດທາງແຜນການຂະບວນຂໍ້ແຂ້ງຂັນ ປະຈຳປີ 2026. ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ມີຜົນສໍາເລັດ, ອັນພົ້ນເດັ່ນ ແລະ ບາງບັນຫາທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ໂດຍສະເພາະການກໍ່ສ້າງກົມກອງ 3 ປອດຄື: ປອດໃສ, ປອດໄພ ແລະ ປອດຄະດີ, ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການກໍ່ສ້າງນັກຮົບ ແລະ ກົມກອງວັດທະນະທໍາ, ການສ້າງໜ່ວຍຊາວໜຸ່ມ 4 ບຸກ, ໜ່ວຍແມ່ຍິງ 3 ດີ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດທີ່ໄດ້ວາງອອກ ພ້ອມທັງຈັບມືແຂ່ງຂັນກັນຢ່າງເປັນທາງການ ລະຫວ່າງ ຕາງໜ້າບັນດາພະແນກການພາຍໃນກອງບັນຊາການທະຫານເມືອງເມິງ ເພື່ອເປັນການປະຕິບັດຕາມທິດທາງແຜນການໃນປີຕໍ່ໄປ.

ໃນຕອນທ້າຍຂອງພິທີສະຫາຍ ບຸນເພັດ ສິນໄຊຍະ ກໍາມະການພັກເມືອງ, ຫົວໜ້າການເມືອງ ຫົວໜ້າກອງບັນຊາການທະຫານເມືອງເມິງ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ທິດຊີ້ນຳ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ 1 ປີຜ່ານມາ. ພ້ອມດຽວກັນນີ້, ສະຫາຍ ຍັງໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ທຸກສະຫາຍ ໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນແມ່ນ: ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີ ແລະ ສະຕິຕໍ່ການຈັດຕັ້ງຢ່າງເຂັ້ມງວດ, ເຊີດຊູຄວາມຮັບຜິດຊອບ ຫັນການລົງກໍ່ສ້າງຮາກຖານການເມືອງ ໃຫ້ມີປະສິດທິຜົນ, ເພື່ອຊຸກຍູ້ຂະບວນການແຂ່ງຂັນ ປະຈຳປີ 2026 ໃຫ້ກາຍເປັນບາດກ້າວບຸກທະລຸ ແລະ ເປັນແຮງຊຸກດັນໃຫ້ແກ່ການສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ຮັບປະກັນໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa