ກອງປະຊຸມຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນ ປີ 2026 ຂອງກຳມາທິການເສດຖະກິດ ແລະ ການເງິນ ສະພາແຫ່ງຊາດ.

ໃນວັນທີ 17 ກັນຍາ 2026, ກຳມາທິການເສດຖະກິດ ແລະ ການເງິນ ສະພາແຫ່ງຊາດ ຮ່ວມກັບ ສະພາປະຊາຊົນແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນ ປີ 2026 ຂອງກຳມາທິການເສດຖະກິດ ແລະ ການເງິນ ສະພາແຫ່ງຊາດ ເພື່ອປະເມີນ ແລະ ທົບທວນຄືນຢ່າງຮອບດ້ານ ກ່ຽວກັບຜົນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນດ້ານເສດຖະກິດ-ສັງຄົມ, ການເກັບລາຍຮັບ-ລາຍຈ່າຍງົບປະມານ, ການຄຸ້ມຄອງເສດຖະກິດມະຫາພາກ ແລະ ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ ຂື້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍ່ແກ້ວ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ວິໄຊ ສຣິດທິລາດ  ຮອງປະທານກຳມາທິການເສດຖະກິດ-ການເງິນ ສະພາແຫ່ງຊາດ, ທ່ານ ດາລີວັນ ພູສະຫວັນ ຮອງປະທານສະພາປະຊາຊົນແຂວງບໍ່ແກ້ວຜູ້ປະຈຳການ,ທ່ານ ຂັນທອງ ທຳມະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ບັນດາຕ່າງໜ້າໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດງານຈາກ 4 ພະແນກການຫຼັກ ຂອງແຂວງ ໄດ້ແກ່: ພະແນກການເງິນ ລາຍງານສະພາບການຄຸ້ມຄອງ ແລະ ຈັດເກບລາຍຮັບ-ລາຍຈ່າຍ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ລາຍງານການຜະລິດກະສິກຳ ແລະ ການຄຸ້ມຄອງຊັບພະຍາກອນ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ລາຍງານການພັດທະນາໂຄງລ່າງພື້ນຖານ ແລະ ການຂົນສົ່ງ, ພະແນກອຸດສາຫະກຳ ແລະ ການຄ້າ ລາຍງານສະພາບການຄ້າ ແລະ ການສົ່ງເສີມອຸດສາຫະກຳ, ເພື່ອເປັນການຕິດຕາມກວດກາ: ປະເມີນຄວາມຄືບໜ້າ ແລະ ຜົນງານ ໃນການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ວ່າດ້ວຍແຜນພັດທະນາເສດຖະກິດ-ສັງຄົມ,  ພ້ອມທັງບັນຫາອຸປະສັກ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອນຖອດໄດ້ຈາກການປະຕິບັດຕົວຈິງໃນໄລຍະຜ່ານມາ ແລະ ຄົ້ນຄວ້າ, ປຶກສາຫາລື ແລະ ວາງມາຕການແກ້ໄຂເພື່ອສຸມໃສ່ຈັດຕັ້ງປະຕິບັດໃນ 3 ເດືອນທ້າຍປີ 2026 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້,

ກອງປະຊຸມໃນຄັ້ງນີ້ຖືວ່າເປັນການເກັບກຳຂໍ້ມູນພື້ນຖານ ຂອງກຳມາທິການເສດຖະກິດ ແລະ ການເງິນ ສະພາແຫ່ງຊາດ ເພື່ອເປັນບ່ອນອີງນຳໄປຄົ້ນຄວ້າ, ລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ເປັນຂໍ້ມູນກະກຽມໃຫ້ແກ່ການປະກອບຄຳເຫັນ ຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ.

ຂ່າວ: ສາຍສະໝອນ ແກ້ວວິສິດ ดู

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa