ໜ່ວຍຊາວໜຸ່ມຮາກຖານ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານສຳຄັນຂອງ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2026.

ໃນວັນທີ 17 ກັນຍາ 2026 ນີ້. ໜ່ວຍຊາວໜຸ່ມຮາກຖານ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານສຳຄັນຂອງ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2026.ໂດຍການເຂົ້າຮ່ວມຂອງສະຫາຍ ອ່ອນຈັນ  ພົມມະຫານ ຄະນະພັກຮາກຖານ ພະແນກຮງງານ ແລະ ສະຫວັດດີການສັງຄົມແຂວງບໍ່ແກ້ວ, ມີບັນດາສະຫາຍແຂກຖືກເຊີນຈາກຊາວໜຸ່ມແຂວງ, ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ບັນດາສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ.

ໃນກອງປະຊຸມ ຄະນະຮັບຜິດຊອບໄດ້ເຜີຍແຜ່ເອກະສານ “ຝຶກຝົນຄຸນສົມບັດສິນທຳປະຕິວັດແມ່ນໜ້າທີ່ຂອງຊາວໜຸ່ມ” ແລະ ເອກະສານ “ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຊາວໜຸ່ມ”. ການເຜີຍແຜ່ຄັ້ງນິ້, ເພື່ອສຶກສາອົບຮົມດ້ານການເມືອງ-ແນວຄິດ, ຍົກສູງຄວາມຮູ້ຄວາມສາມາດ, ສ້າງຈິດສຳນຶກທີ່ດີ ແລະ ເສີມສ້າງຄວາມຮັບຜິດຊອບ ໃນການເປັນກຳລັງແຮງສຳຄັນຂອງພັກ-ລັດ.

ຈາກນັ້ນ, ສະຫາຍ ຫຼ້າແສງ ພົມປັນຍາ  ເລຂາໜ່ວຍຊາວໜຸ່ມຮາກຖານ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງບໍ່ແກ້ວ, ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນໄລຍະ 1 ປີຜ່ານມາ ເຊິ່ງປະກອບມີ: ບຸກດ້ານການສຶກສາອົບຮົມການເມືອງ-ແນວຄິດ,ບຸກດ້ານການຈັດຕັ້ງ, ບຸກດ້ານການຝຶກຝົນຫຼໍ່ຫຼອມ-ຮ່ຳຮຽນ ແລະ ບຸກດ້ານການສ້າງຂະບວນການປະດິດສ້າງ ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອນຖອດໄດ້ ແລະ ກຳນົດທິດທາງແຜນການຈຸດສຸມປີ 2026 ທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍຊາວໜຸ່ມຮາກຖານ.ຈາກນັ້ນ, ໄດ້ມີການຜ່ານມາດຖານເງື່ອນໄຂ ເພື່ອຈັດຕັ້ງການປະເມີນຊາວໜຸ່ມ 4 ບຸກ ປະຈຳປີ 2026

ໃນພິທີ, ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍກົມກອງ ແລະ ບຸກຄົນສະມາຊິກ ຊປປລ ຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025  ແລະ ມອບໃບຍ້ອງຍໍໂດຍສະຫາຍ ອ່ອນຈັນ ພົມມະຫານ ຄະນະພັກຮາກຖານ ພະແນກຮງງານ ແລະ ສະຫວັດດີການສັງຄົມແຂວງບໍ່ແກ້ວ, ສະມາຊິກຊາວໜຸ່ມແຕ່ລະສະຫາຍໄດ້ຜ່ານໃບປະເມີນຂອງຕົນ ເພື່ອຍົກໃຫ້ເຫັນດ້ານດີ, ຜົນງານ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ; ພ້ອມທັງໄດ້ມີການປະກອບຄຳຄິດຄຳເຫັນ ຕຳນິສົ່ງຂ່າວ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ.

ໃນໂອກາດນີ້, ສະຫາຍ ຄະນະພັກຮາກຖານ ພະແນກຮງງານ ແລະ ສະຫວັດດີການສັງຄົມແຂວງບໍ່ແກ້ວ,ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ມີຄຳເຫັນເນັ້ນໜັກໃຫ້ສະມາຊິກຊາວໜຸ່ມທຸກສະຫາຍ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ແລະ ຄວາມຮັບຜິດຊອບໃນໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບການມອບໝາຍໃຫ້ສຳເລັດ ເພື່ອເປັນກຳລັງແຮງສຳຄັນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ມີຜົນສໍາເລັດໄປເທື່ອລະກ້າວ.

ຂ່າວ: ເງິນຫຼົງ ຈິດພູວົງ.

ຂໍ້ມູນ-ພາບ: ພະແນກການກ່ຽວຂ້ອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa