ກອງປະຊຸມແນະນຳ ແລະ ປະກອບຄຳເຫັນໃສ່ຮ່າງແຜນຈັດຕັ້ງປະຕິບັດໂຄງການ “ຜູ້ຍິງເປັນຜູ້ນໍາໃນການສ້າງເຄືອຂ່າຍເພື່ອການເຄື່ອນຍ້າຍແຮງງານທີ່ປອດໄພ”.

ໃນວັນທີ 18 ກັນ 2026 ນີ້ ສະຫະພັນແມ່ຍິງແຂວງບໍ່ແກ້ວ ຮ່ວມກັບ ສະມຄົມນ້ຳໃຈຊາວບ້ານ ໄດ້ຈັດກອງປະຊຸມແນະນໍາ ແລະ ປະກອບຄຳເຫັນໃສ່ຮ່າງແຜນຈັດຕັ້ງປະຕິບັດໂຄງການ “ຜູ້ຍິງເປັນຜູ້ນໍາໃນການສ້າງເຄືອຂ່າຍເພື່ອການເຄື່ອນຍ້າຍແຮງງານທີ່ປອດໄພ” ເພື່ອຮັບປະກັນໃຫ້ແກ່ເນື້ອໃນບົດບັນທຶກຄວາມເຂົ້າໃຈ (MoU)ໂຄງການທີ່ຈະໄດ້ເຊັນຮ່ວມກັນ ໃຫ້ຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະ ມີຄວາມເປັນເອກະພາບກັນ ກ່ຽວກັບຂອບເຂດສິດ, ພາລະບົດບາດ, ພັນທະ ແລະ ຄວາມຮັບຊອບທີ່ລະບຸໄວ້ໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຫະພັນແມ່ຍິງແຂວງບໍ່ແກ້ວ ແລະ ສະມາຄົມນ້ຳໃຈຊາວບ້ານ, ເປັນຕົ້ນແມ່ນແຜນກິດຈະກໍາ, ຄວາມຕ້ອງການຂອງທ້ອງຖິ່ນຕໍ່ໂຄງການ, ການເຜີຍແຜ່ຂໍ້ມູນ-ຂ່າວສານ, ການກໍານົດກົນໄກປະສານງານ, ການຕິດຕາມ ແລະ ການປະເມີນຜົນ ເພື່ອໃຫ້ການດໍາເນີນງານທຸກຂັ້ນຕອນເປັນໄປຕາມຂໍ້ຕົກລົງ, ນິຕິກໍາທີ່ກ່ຽວຂ້ອງ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດງານໂຄງການໄດ້ດຳເນີນໄປຢ່າງມີປະສິດທິພາບ.

ກອງປະຊຸມຄັ້ງນີ້ ໂດຍການເປັນປະທານຮ່ວມ ຂອງນາງ ຈັນປິງ ໂສລະທີ, ກໍາມະການພັກແຂວງ, ປະທານ ສຫະພັນແມ່ຍິງແຂວງບໍ່ແກ້ວ, ທ່ານ ນ ມີນາອັນ ພົມເສນາ, ອໍານວຍການ ສະມາຄົມນໍ້າໃຈຊາວບ້ານ, ມີພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງເມິງເຂົ້າຮ່ວມ.

ຂ່າວ:ສາຍສະໝອນ ແກ້ວວິສິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa