ໃນວັນທີ 18ກັນນາ 2026ນີ້ ໃນກອງປະຊຸມ ສົ່ງເສີມການຄ້າ ຊຸກຍູ້ການນຳເຂົ້າ-ສົ່ງອອກເຂດພາກເໜືອ ປີ2026 ການຫັນປ່ຽນເປັນດີຈີຕອນ ແລະ ການຄ້າສີຂຽວ ກຳລັງແຮງໃນການບຸກທະລຸ ການແລກປ່ຽນການຄ້າຊາຍແດນ ຫວຽດນາມ-ລາວ-ຈີນ.

#ໃນວັນທີ 18ກັນນາ 2026ນີ້ ໃນກອງປະຊຸມ ສົ່ງເສີມການຄ້າ ຊຸກຍູ້ການນຳເຂົ້າ-ສົ່ງອອກເຂດພາກເໜືອ ປີ2026 ການຫັນປ່ຽນເປັນດີຈີຕອນ ແລະ ການຄ້າສີຂຽວ ກຳລັງແຮງໃນການບຸກທະລຸ ການແລກປ່ຽນການຄ້າຊາຍແດນ ຫວຽດນາມ-ລາວ-ຈີນ #ທ່ານ ຫງວຽນ ຊິງ ເຍິິ໋ດ ເຕິິ໋ນ, ໄດ້ເນັ້ນໜັກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງຮ່ວມມືກັນຈັດ ຕັ້ງປະຕິບັດ ຄື: ເພື່ອເຮັດບັນລຸຕາມຈຸດປະສົງໃດໜຶ່ງໃນບັນຫາສຳຄັນທີ່ໄດ້ຮັບການຢືນຢັນ ໃນກອງປະຊຸມຄັ້ງນີ້ແມ່ນ: “ຖ້າຢາກຊຸກຍູ້ການຄ້າຊາຍແດນໃຫ້ຂະຫຍາຍຕົວ ຢ່າງຍືນຍົງ, ພວກເຮົາບໍ່ສາມາດສຸມໃສ່ພຽງແຕ່ປະລິມານສິນຄ້າຜ່ານດ່ານເທົົ່ານັ້ນ, ແຕ່ຕ້ອງໃຫ້ຄວາມສົນໃຈເຖິງລະບົບນິເວດ  ທີ່ຢູ່ເບື້ອງຫຼັງຂອງດ່ານ.” ລະບົບນິເວດ ດັ່ງກ່າວນັ້ນ ບໍ່ວ່າຈະເປັນ ພື້ນຖານວັດຖຸດິບ, ການຜະລິດ, ການແປຮູບ, ມາດຕະຖານຄຸນນະ ພາບ, ແບຣນສິນຄ້າ, ໂລຈິສຕິກ, ຄັງສິນຄ້າ, ດ່ານຊາຍ ແດນ, ຖານຂໍ້ມູນ, ການຄ້າເອເລັກໂຕຣນິກ ແລະ ຕະຫຼາດຈຳໜ່າຍ.

#ບົນຈິດໃຈດັ່ງກ່າວ, ທ່ານໄດ້ເນັ້ນໃຫ້ ບັນດາທ້ອງຖິ່ນ ແລະ ບັນດາວິສາຫະກິດ ໃນຕໍ່ໜ້ານີ້ ສຸມໃສ່ບາງບັນຫາສຳຄັນ:

📌ໜຶ່ງ: ເພີ່ມທະວີການເຊື່ອມໂຍງພາກພື້ນ, ການເຊື່ອມໂຍງທ້ອງຖິ່ນ ແລະ ການເຊື່ອມໂຍງວິສາຫະ ກິດ; ບັນດາແຂວງຊາຍແດນ ຕ້ອງມີຄວາມເປັນເຈົົ້າການ ເຊື່ອມໂຍງ ລະຫວ່າງແຫຼ່ງຜະລິດ, ອຸດສາຫະກຳ, ການບໍລິການ ແລະ ສູນການບໍລິໂພກໃຫຍ່ຂອງພາກເໜືອ ຕ້ອງສ້າງໃຫ້ໄດ້ຕາ ໜ່າງການຮ່ວມມື ລະຫວ່າງພື້ນຖານການຜະລິດເບື້ອງຫຼັງ – ດ່ານຊາຍແດນ – ໂລຈິສຕິກ – ທ່າເຮືອ – ຕະຫຼາດ; ເພື່ອຫຼຸດຜ່ອນບັນຫາ ຕ່າງຝູ່າຍຕ່າງພັດທະນາ ຂາດການພົວພັນຮ່ວມມື, ຜະລິດຕະພັນ ແລະ ຕະຫຼາດ.ສະເໜີໃຫ້ບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາແຂວງຊາຍແດນ, ເປັນເຈົົ້າການໃນການສ້າງຮ່າງບັນຊີຜະລິດຕະພັນ ແລະ ຂະ ແໜງສິນຄ້າທີ່ມີຂໍ້ໄດ້ປຽບ; ກຳນົດຕະຫຼາດເປົ້າໝາຍໃຫ້ຈະແຈ້ງ. ຈາກນັ້ນ, ຈຶ່ງປະສານງານກັບບັນດາແຂວງ, ຕົວເມືອງໃນພາກພື້ນ ເພື່ອຈັດລະບຽບ ການຜະລິດ, ການແປຮູບ, ການສົົ່ງເສີມການຄ້າ ແລະ ໂລ ຈິສຕິກໃຫ້ເໝາະສົມ.

📈📌ສອງ: ຍົກລະດັບຂີດຄວາມສາມາດ ແລະ ປະສິດທິ ພາບການດຳເນີນງານ ຂອງດ່ານຊາຍແດນບັນດາທ້ອງຖິ່ນ ຕ້ອງສືບຕໍ່ລົງທຶນ, ປັບປຸງ ແລະ ຍົກລະດັບຮອບດ້ານພື້ນ ຖານໂຄງລ່າງຢູ່ດ່ານ, ລານຈອດຮັກສາສິນຄ້າ, ຄັງເຢັນ, ຄັງຝາກສິນຄ້າ, ສູນກວດກາ-ວິເຄາະ ແລະ ບໍລິການໂລຈິສຕິກຕ່າງໆ; ພ້ອມດຽວກັນນັ້ນຕ້ອງຍູ້ແຮງຂັ້ນຕອນລະບຽບການທາງດ້ານການບໍລິຫານ, ປະສານງານລະຫວ່າງເຈົົ້າໜ້າ ທີ່ແລະ ເພີ່ມທະວີການແລກປ່ຽນກັບບັນດາເພື່ອນມິດ. ເປົ້າໝາຍແມ່ນ ເພື່ອສ້າງສະພາບແວດລ້ອມການແຈ້ງພາສີໃຫ້ວ່ອງໄວທັນສະໄໝ, ໂປູ່ງໃສ, ສະດວກກວ່າເກົົ່າ ແລະ ມີຄວາມສາມາດຄາດກະໄດ້ດີກວ່າເກົົ່າ ສໍາລັບວິສາຫະກິດ.

📌📊ສາມ: ເພື່ອຍູ້ແຮງການຫັນເປັນດິຈິຕອນ ໃນການຄ້າຊາຍແດນ.ພວກເຮົາ ຕ້ອງຄ່ອຍໆສ້າງລະບົບນິເວດ (Ecosystem)ດ່ານດິຈິຕອນ, ພາຫະນະ, ສິນຄ້າ, ວິສາຫະ ກິດ, ເອກະສານ ແລະ ຂັ້ນຕອນການແຈ້ງພາສີຖືກເຊື່ອມຕໍ່ແລະ ແລກປ່ຽນຢ່າງເໝາະສົມລະຫວ່າງ ບັນດາອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ. ພ້ອມກັນນັ້ນ, ຕ້ອງເພີ່ມທະວີການນຳໃຊ້ ການຄ້າເອເລັກໂຕຣນິກຂ້າມແດນ, ແພລດ ຟອມດິຈິຕອນ ໃນການສົົ່ງເສີມການຄ້າ, ການຊຳລະເງິນເອເລັກໂຕຣນິກ, ການຕິດຕາມແຫຼ່ງສະໜອງສິນຄ້າ ແລະ ການຄຸ້ມຄອງຕ່ອງໂສ້…

📈⌛ສີ່: ຍົກລະດັບຄຸນນະພາບ ແລະ ມູນຄ່າເພີ່ມຂອງສິນຄ້າສົົ່ງອອກ. ກອງປະຊຸມຄັ້ງນີ້ ໄດ້ສະແດງໃຫ້ເຫັນອີກຄັ້ງວ່າ ຕະຫຼາດ ນັບມື້ນັບມີຄວາມຕ້ອງການສູງຂຶ້ນ ເຊິ່ງຄຸນ ນະພາບ, ແຫຼ່ງສະໜອງສິນຄ້າ ແລະ ຄວາມຍືນຍົງຂອງຜະ ລິດຕະພັນ. ໂດຍສະເພາະແມ່ນຜະລິດຕະພັນກະສິກຳ, ອາ ຫານ, ຜະລິດຕະພັນທີ່ມີເອກະລັກສະເພາະຂອງເຂດພູ ດອຍທາງພາກເໜືອ…, ບັນດາທ້ອງຖິ່ນ ແລະ ວິສາຫະກິດ ຕ້ອງເອົາໃຈໃສ່ຕັ້ງແຕ່ຂັ້ນຕອນການວາງແຜນເຂດວັດຖຸດິບ, ການຈັດລະບົບການຜະລິດ, ໂຮງງານບັນຈຸຫຸ້ມຫໍ່ ຈົນເຖິງການປັບແປງແປຮູບ, ການສ້າງແບຣນ ແລະ ການຕິດ ຕາມແຫຼ່ງສະໜອງສິນຄ້າ. ພວກເຮົາຕ້ອງຄ່ອຍໆຫັນປູ່ຽນຈາກການສົົ່ງອອກວັດຖຸດິບ ແລະ ຜະລິດຕະພັນດິບ ໄປສ ່ການສົົ່ງອອກຜະລິດຕະພັນແປຮູບ, ຜະລິດຕະພັນທີ່ມີແບຣນ ແລະ ມູນຄ່າເພີ່ມສູງ.

📊ຫ້າ: ເປັນເຈົົ້າການໃນການຫັນປ່ຽນສີຂຽວ ແລະ ພັດ ທະນາ ໂລຈິສຕິກ (Logistics) ສີຂຽວ. ວິສາຫະກິດ ຕ້ອງເປັນເຈົົ້າການໃນການລົງທຶນນະວັດຕະກຳເຕັກໂນໂລຊີ, ປະຢັດພະລັງງານ, ຫຼຸດຜ່ອນສິ່ງເສດເຫຼືອ ນຳໃຊ້ວັດຖຸດິບທີ່ເປັນມິດກັບສິ່ງແວດລ້ອມ ແລະ ຄ່ອຍໆສ້າງໂມເດລ ເສດຖະກິດ ໝູນວຽນ.ສຳລັບດ້ານ logistics, ຕ້ອງຊຸກຍູ້ການໃຊ້ພະລັງງານສະອາດ, ປັບປຸງຮູບແບບການຂົນສົົ່ງໃຫ້ມີປະສິດທິພາບສູງສຸດ, ຍົກລະດັບປະສິດທິພາບຄັງສິນຄ້າ ແລະ ຫຼຸດຜ່ອນເວລາທີ່ພາຫະນະຕ້ອງລໍຖ້າຢູ່ດ່ານຊາຍ

ແດນ. ການຄ້າສີຂຽວ ຕ້ອງຖືເປັນປັດໄຈແຂ່ງຂັນໃໝ່, ບໍ່ແມ່ນພຽງແຕ່ຂໍ້ກຳນົດທີ່ຕ້ອງປະຕິບັດຕາມເທົົ່ານັ້ນ.

ຂ່າວ: ຈ.ຈັນທະລິດ

ຂໍ້ມູນແລະພາບ: ຫ້ອງການຕົວແທນອຸດສາຫະກຳ ແລະ ການຄ້າແຂວງດຽນບຽນ ປະຈຳແຂວງບໍ່ແກ້ວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa