









ໃນຕອນເຊົ້າຂອງວັນທີ 1 ກັນຍາ 2026 ນີ້, ບັນດາໝວດໂຮງຮຽນ ແຕ່ລະຊັ້ນຮຽນໃນທົ່ວເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ເປັນເອກະພາບກັນເປີດສົກຮຽນໃໝ່ປະຈໍາສົກຮຽນ 2026-2027 ຂຶ້ນຢ່າງເປັນທາງການ ຕາມທິດຊີ້ນໍາຂອງກະຊວງສຶກສາ, ວິທະຍາສາດ ແລະກິລາ ວາງອອກ ກໍ່ຄື ການຊີ້ນໍາຂອງ ປະທານຄະນະກໍາມະການ ພັດທະນາການສຶກສາຂັ້ນເມືອງ ໂດຍສະເພາະແມ່ນ, ໂຮງຮຽນ ມ.ສ ປຸ່ງລາດ ໄດ້ຈັດ ພິທີ ເປີດສົກຮຽນໃໝ່ຂຶ້ນຢູ່ທີ່ສະໂມສອນຂອງໂຮງຮຽນ ໂດຍການເປັນປະທານຂອງທ່ານ ສົມຫວັງ ອິນທະວົງ ຜູ້ອໍານວຍການໂຮງຮຽນ ມ.ສ ປຸ່ງລາດ, ເປັນກຽດເຂົ້າຮ່ວມ ພິທີ ຂອງທ່ານ ສົມນິດ ໄຊທະວົງສິດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ( ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ ເມືອງ ), ມີທ່ານ ເພັງມະນີ ລໍມະນີ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາ, ວິທະຍາສາດ ແລະກິລາເມືອງ, ມີຄະນະທີ່ປຶກສາສະມາຄົມພໍ່ແມ່ນັກຮຽນ, ຄູ-ອາຈານ, ອໍານາດການປົກຄອງບ້ານໃກ້ຄຽງ, ສະມາຄົມພໍ່-ແມ່ນັກຮຽນ, ຕະຫຼອດຮອດບັນດານ້ອງໆນັກຮຽນເຂົ້າຮ່ວມ.
ພິທີ ທ່ານ ອຈ ທະລໍາ ບົວພັນ ຮອງຜູ້ອໍານວຍການໂຮງຮຽນ ໄດ້ຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ, ວິທະຍາສາດ ແລະກິລາປະຈໍາສົກຮຽນ 2025-2026 ແລະແຜນບຸລິມະສິດພັດທະນາການສຶກສາ, ວິທະຍາສາດ ແລະກິລາ ປະຈໍາສົກຮຽນ 2026-2027 ຂອງໂຮງຮຽນ ມ.ສ ປຸ່ງລາດ, ໂຮງຮຽນ ມ.ສ ປຸ່ງລາດ ມີເຂດບໍລິການໂຮງຮຽນປະຖົມສົມບຸນທີ່ຂື້ນກັບຈຳນວນ 5 ໝວດຄື: ໝວດປະຖົມສົມບູນປຸ່ງລາດ, ປະຖົມສົມບູນວຽງຄຳໃຫຍ່, ປະຖົມສົມບູນຫ້ວຍກູນ, ປະຖົມສົມບູນໂຮມສຸກ ແລະປະຖົມສົມບູນໄຊອຸດົມ, ມັດທະຍົມຕອນຕົ້ນ 1 ແຫ່ງ ຄື ມ ຕົ້ນ ມົກໂຊະ, ບ້ານທີ່ຂື້ນກັບເຂດບໍລິການຂອງໂຮງຮຽນມີ 12 ບ້ານຄື: ບ້ານໃຫຍ່ປຸ່ງລາດ, ບ້ານວຽງຄຳໃຫຍ່, ບ້ານຫ້ວຍກູນ, ບ້ານໂຮມສຸກ, ບ້ານມົກໂຊະ, ບ້ານວຽງພັດທະນາ, ບ້ານຫາງດອຍ ບ້ານຖ້ຳຜາແກ່ ບ້ານຫ້ວຍສັງ, ບ້ານສົມສະຫວ່າງ, ບ້ານໄຊອຸດົມ ແລະ ບ້ານໄຊສະຫວ່າງ, ຜ່ານມາຄະນະນໍາ-ຄະນະອໍານວຍການໂຮງຮຽນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານຄູ – ອາຈານ, ນັກຮຽນພາຍໃນກົມກອງໃຫ້ມີແນວຄິດຫຼັກໝັ້ນມີຄວາມສາມັກຄີຮັກແພງຊ່ວຍເຫຼື່ອເຊີ່ງກັນ ແລະກັນ ມີສະຕິ, ມີທັດສະນະຫຼັກໝັ້ນ ຮູ້ຈໍາແນກມິດ ແລະສັດຕູ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ – ລັດ ເພີ່ມທະວີການພົວພັນລະຫວ່າງຄູກັບນັກຮຽນ ແລະ ໂຮງຮຽນກັບຊູມຊົນໃຫ້ມີຄວາມແໜ້ນແຟ້ນ ໂດຍອິງໃສ່ 3 ລັກສະນະ, 3 ຂໍ້ແຂ່ງຂັນ ແລະ 5 ຫຼັກມູນຂອງການສຶກສາ, ໂດຍຕິດພັນກັບລະບຽບລັດຖະກອນ ຫຼັກການຄຸ້ມຄອງໂຮງຮຽນ ແລະ ເອກະສານອື່ນໆ ມາເຜີຍແຜ່ໃຫ້ຄູ ແລະນັກຮຽນ ໄດ້ຮັບຮູ້ ເຊື່ອມຊືມ, ຄູ – ອາຈານ ຜູ້ທີ່ກະທໍາຜິດຕໍ່ລະບຽບລັດຖະກອນ ຕ້ອງຂຽນບົດກ່າວເຕືອນ, ບົດບັນທຶກ, ເພື່ອເປັນການປັບປຸ່ງຄຸນນະພາບການສຶກສາ ໃຫ້ມີຄຸນນະພາບດີຂື້ນເທື່ອລະກ້າວ, ຈັດຕັ້ງການປະເມີນຜົນງານປະຈໍາປີຂອງຄູ ເພື່ອສະເໜີຍ້ອງຍໍ ໃນແຕ່ລະຂັ້ນ. ຈາກນັ້ນ, ຄະນະຮັບຜິດຊອບໄດ້ຜ່ານລະບຽບການຄຸ້ມຄອງນັກຮຽນຂອງໂຮງຮຽນສະບັບປັບປຸງໃໝ່ປະຈໍາສົກຮຽນ 2026-2027. ພິທີ ໄດ້ໄດ້ມອບ ໃບຍ້ອງຍໍຂອງທ່ານເຈົ້າເມືອງໆຜາອຸດົມໃຫ້ແກ່ຄູອາຈານຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ກໍ່ຄື ແຂວງບໍ່ແກ້ວ ປະຈໍາປີ 2025 ຈໍານວນ 10 ທ່ານມອບໂດຍທ່ານ ສົມນິດ ໄຊທະວົງສິດ ຮອງປະທານຄະນະກໍາມະການປົກຄອງເມືອງ ຮັບໂດຍຄູ-ອານຈານ.
ໂອກາດນີ້, ທ່ານ ສົມນິດ ໄຊທະວົງສິດ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ມີຄໍາເຫັນ ໂອ້ລົມຕໍ່ພິທີ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະພັກຄະນະອໍານວຍການໂຮງຮຽນພ້ອມທັງຄູອາຈານ ແລະນ້ອງນັກຮຽນທີ່ຍາດໄດ້ຜົນຍາດຫຼາຍດ້ານໃນສົກຮຽນຜ່ານມາ ແລະທ່ານໄດ້ເນັ້ນໜັກໃຫ້ຄູ-ອາຈານ ຕ້ອງມີຄຸນລັກສະນະຂອງຄູທີ່ດີ ມີແນວຄິດການເມືອງໜັກແໜ້ນ, ຮັກອາຊີບ, ມີຄວາມສາມັກຄີ, ຫ້າວຫັນປະຕິບັດໜ້າທີ່ ແລະພັດທະນາຕົນເອງຢ່າງຕໍ່ເນື່ອງ, ມີການກະກຽມຄວາມພ້ອມກ່ອນຂຶ້ນຫ້ອງ ເປັນຕົ້ນ ຕ້ອງມີແຜນການສອນ, ແຕ່ງບົດ ສອນຄົບຖ້ວນ, ກຽມອຸປະກອນສື່ການສອນ ແລະປຶ້ມຕິດຕາມຕ່າງໆ ການສິດສອນຕົວຈິງຕ້ອງເຂັ້ມງວດຕໍ່ໂມງເວລາ, ນໍາໃຊ້ວິທີສອນ ແລະສື່ທີ່ເໝາະສົມ, ຊ່ວຍເຫຼືອນັກກຮຽນອ່ອນ, ພ້ອມທັງປະເມີນຜົນການຮຽນເປັນປະຈຳ, ນັກຮຽນຕ້ອງມີຄຸນສົມບັດສິນທຳປະຕິວັດທີ່ດີ, ມີຄວາມສາມັກຄີ ແລະໄດ້ຄະແນນຄຸນສົມບັດ 8 ຂຶ້ນໄປ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ, ມາໂຮງຮຽນທັນເວລາ, ສົ່ງວຽກບ້ານ ແລະປະກອບສ່ວນໃນກິດຈະກຳຕ່າງໆ ຂອງໂຮງຮຽນ, ຜົນການຮຽນແຕ່ລະວິຊາບໍ່ໃຫ້ຫຼຸດຄາດໝາຍ ແລະມີຈໍານວນນັກຮຽນເກັ່ງສະເລ່ຍລວມ 70% ຂຶ້ນໄປ, ມີລະບຽບການຄຸ້ມຄອງໂຮງຮຽນ, ຫໍພັກ, ມີການແຕ່ງຕັ້ງຄະນະຮັບຜິດຊອບ ແລະຈັດຕັ້ງເຜີຍແຜ່ຕິດຕາມກວດກາຢ່າງເປັນລະບົບ, ມີຄະນະຮັບຜິດຊອບ, ໂຄສະນາຜົນຮ້າຍ, ສ້າງເຄືອຄ່າຍຕິດຕາມຈຸດສ່ຽງ, ພ້ອມທັງມີມາດຕະການສຶກສາອົບຮົມ-ລົງໂທດ ແລະຍ້ອງຍໍຜູ້ທີ່ມີຜົນງານໃນການລາຍງານ-ຈັບກຸມ, ບໍ່ມີການແບ່ງແຍກເພດ, ເຜົ່າຊົນ, ຊັ້ນຄົນ ແລະໃຫ້ຄະແນນດ້ວຍຄວາມຍຸຕິທຳແກ່ນັກຮຽນ.
ພາບ-ຂ່າວ: ໂສພາ ທິບພະວົງ. ວິຊາການຂ່າວຄະນະໂຄສະນາອົບຮົມເມືອງຜາອຸດົມ. 2.9.2026.