ກອງບັນຊາການທະຫານແຂວງບໍ່ແກ້ວ ມອບເງິນອຸດໜູນເສຍຊີວິດໃຫ້ແກ່ຄອບຄົວພະນັກງານຜູ້ເສຍຊີວິດ.

ໃນວັນທີ 2 ກັນຍາ 2026 ນີ້ ກອງບັນຊາການທະຫານແຂວງບໍ່ແກ້ວໄດ້ຈັດພິທີ ມອບ-ຮັບເງິນອຸດໜູນເສຍຊີວິດເທື່ອດຽວ ໃຫ້ແກ່ຄອບຄົວພະນັກງານບຳນານ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວມອບໂດຍ ສະຫາຍ ພັນໂທ ເຄນ ແກ້ວດາລາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຕາງ  ໜ້າຄະນະພັກ-ຄະນະບັນຊາ, ພະແນກການກ່ຽວຂ້ອງ ແລະ ຍາດຕິພີນ້ອງຂອງຄອບຄົວຜູ້ເສຍຊີວິດເຂົ້າຮ່ວມ.

ໂດຍອີງຕາມກົດໝາຍວ່າດ້ວຍປະກັນສັງຄົມ ແລະ ອີງຕາມຄຳສັ່ງແນະນໍາຂອງກະຊວງປ້ອງກັນປະເທດກ່ຽວກັບການຈັດຕັ້ງປະຕິບັດກົດໝາຍປະກັນສັງຄົມໃນກອງທັບປະຊາຊົນລາວ ເພື່ອແນໃສ່ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ ແລະ ຕອບແທນບຸນຄຸນຄຸນງາມຄວາມດີຂອງພະນັກງານທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະຜ່ານມາ. ສະຫາຍ ພັນໂທ ເຄນ ແກ້ວດາລາ ໄດ້ຕາງໜ້າມອບເງິນອຸດໜູນດັ່ງກ່າວໃຫ້ແກ່ຄອບຄົວຜູ້ເສຍຊີວິດຈຳນວນ 1 ສະຫາຍ, ລວມເປັນເງິນທັງໝົດ 146.105.000 ກີບ.

ໂອກາດນີ້ ສະຫາຍ ພັນໂທ ເຄນ ແກ້ວດາລາ ກໍໄດ້ກ່າວສະແດງຄວາມຢ້ຽມຢາມຖາມຂ່າວ, ສະແດງຄວາມໄວ້ອາໄລ ແລະ ເສຍໃຈຢ່າງສຸດຊຶ່ງກັບຄອບຄົວຜູ້ເສຍຊີວິດ. ພ້ອມທັງໄດ້ເນັ້ນໜັກໃຫ້ຄອບຄົວຈົ່ງນຳເອົາເງິນອຸດໜູນດັ່ງກ່າວນຳໄປໝູນໃຊ້ເຂົ້າໃນການບໍລິຫານຈັດການ ແລະ ປັບປຸງຊີວິດການເປັນຢູ່ຂອງຄອບຄົວໃຫ້ເກີດຜົນປະໂຫຍດສູງສຸດພ້ອມທັງສືບຕໍ່ມູນເຊື້ອອັນດີງາມຂອງຄອບຄົວນັກຮົບປະຕິວັດເຂົ້າໃນການພັດທະນາທ້ອງຖິ່ນຂອງຕົນ.

ຂ່າວໂດຍ: ນີ່ ທຳມະວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa