ທະຫານແຂວງບໍ່ແກ້ວ ມອບ-ຮັບໜ້າທີ່.

ໃນຕອນບ່າຍຂອງວັນທີ່ 1 ກັນຍາ 2026 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານຂອງ ທ່ານ ສາຍຄຳ ຄຳປະເສີດ ຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະປ້ອງກັນຊາດປ້ອງກັນຄວາມສະຫງົບກົດໝາຍ ແລະ ຍຸດຕິທຳ, ເຂົ້າຮ່ວມໂດຍ ສະຫາຍ ບຸນຄຳ້ ຄຳພັນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ມີບັນດາ ພະແນກການກ່ຽວຂ້ອງຈາກກອງບັນຊາການທະຫານແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຕະຫຼອດຮອດພະນັກງານວິຊາການສະພາປະຊາຊົນແຂວງເຂົ້າຮ່ວມ.

ສະຫາຍ ພັນຕີ ດອນ ພອນມະນີ ຮອງຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງນາຍທະຫານໄປປະຈຳຢູ່ສະພາປະຊາຊົນແຂວງ ຕົກລົງແຕ່ງຕັ້ງ: ສະຫາຍ ພັນຕີ ຄຳແກ້ວ ສີຫາເກດ ຮອງຫົວໜ້າພະແນກກົດໝາຍ ໄປປະຈຳຢູ່ສະພາປະຊາຊົນແຂວງບໍ່ແກ້ວ. ໂອກາດດຽວກັນນີ້ ຍັງໄດ້ເຊັນບົດບັນທຶກ ມອບ-ຮັບໜ້າທີ່ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ຕື່ມອີກ.

ທ່ານ ສາຍຄຳ ຄຳປະເສີດ ປະທານໄດ້ກ່າວຊີ້ນຳ ແລະ ມອບໝາຍໜ້າທີ່ໃຫ້ຜູ້ຮັບຕຳແໜ່ງ  ໃໝ່ ໂດຍເນັ້ນໜັກໃຫ້ສືບຕໍ່ສ້າງຄວາມສາມັກຄີພາຍໃນ, ປະສານງານຢ່າງໃກ້ຊິດກັບຄະນະປະຈຳສະພາປະຊາຊົນແຂວງ ແລະ ບັນດາພາກສ່ວນທີກ່ຽວຂ້ອງ, ປະຕິບັດໜ້າທີ່ດ້ວຍຈິດໃຈຮັບຜິດຊອບສູງ ເພື່ອປະກອບສ່ວນສ້າງສະພາໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ປະຕິບັດສຳເລັດທຸກໜ້າທີ່ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍ.

ຂ່າວໂດຍ: ນີ່ ທຳມະວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa