ເມືອງຜາອຸດົມ ມີຄວາມພ້ອມໃນການເປີດສົກຮຽນໃໝ່ 2026-2027.

ທ່າມກາງບັນຍາກາດ ທີ່ບັນດາໂຮງຮຽນໃນຂອບເຂດທົ່ວເມືອງ, ທົ່ວແຂວງ ແລະທົ່ວປະເທດ ພວມເລີ່ມຈະໄຂສົກຮຽນໃໝ່ ສົກຮຽນ 2026-2027ນີ້ ໂດຍສະເພາະບັນດາໂຮງຮຽນໃນທົ່ວເມືອງຜາອຸດົມ ກໍ່ໄດ້ກະກຽມຄວາມພ້ອມໃນການເປີດສົກຮຽນໃໝ່, ໃນການກະກຽມຄວາມພ້ອມເປີດສົກຮຽນໃໝ່ນີ້ ໂດຍການປະຕິບັດຕາມຄຳແນະນຳຈາກພະແນກສຶກສາທິການ ແລະກິລາແຂວງ ແລະ ອີງໃສ່ຕາມແຜນ ຂອງຫ້ອງການສຶກສາທິການ ແລະກິລາເມືອງ ກ່ອນການຈະເປີດສົກຮຽນ ຕ້ອງໄດ້ມີການລວມຜູ້ບໍລິຫານການສຶກສາຢູ່ໃນຂັ້ນເມືອງ ເຊິ່ງເມືອງຜາອຸດົມ ມີໂຮງຮຽນລ້ຽງເດັກ ແລະ ອະນຸບານທັງໝົດ 40 ແຫ່ງ, ໂຮງຮຽນປະຖົມ ມີ 54 ແຫ່ງ, ໂຮງຮຽນມັດທະຍົມສຶກສາ ມີທັງໝົດ 11  ແຫ່ງ: ໃນນີ້ ມີໂຮງຮຽນມັດທະຍົມຕອນຕົ້ນ 8 ແຫ່ງ, ໂຮງຮຽນມັດທະຍົມສົມບູນ ມີ 3 ແຫ່ງ, ເຊິ່ງເມືອງຜາອຸດົມ ກໍ່ເປັນເມືອງໜຶ່ງທີ່ມີອັນຕາເຂົ້າຮຽນຂອງນ້ອງນັກຮຽນໜາແໜ້ນ ໃນນີ້ ກ່ອນຈະໄຂສົ່ງຮຽນ ໄດ້ເຮັດແຈ້ງການແນະນຳໃຫ້ແຕ່ລະໂຮງຮຽນພາຍໃນເມືອງ ກະກຽມຄວາມພ້ອມດ້ານອາຄານສະຖານທີ່ ໄດ້ຈັດຫ້ອງຮຽນ, ອະນາໄມຕັດຫຍ້າ, ປັດກວາດອາຄານສະຖານທີ່ ກະກຽມເຄື່ອງໃຊ້ຢູ່ຫ້ອງການຄູ ແລະ ຫ້ອງຮຽນ ເພື່ອສະດວກໃນການຮຽນ-ການສອນ, ພ້ອມທັງ ກຽມຄວາມພ້ອມໃນການຮັບນັກຮຽນ ໄດ້ມີການປະສານສະມາຄົມຜູ້ປົກຄອງນັກຮຽນ ແຈ້ງໃຫ້ບັນດາບ້ານທີ່ຂຶ້ນກັບຄວາມຮັບຜິດຊອບຂອງໂຮງຮຽນ ໃຫ້ນຳພາລູກຫຼານ ມາຈົດລາຍຊື່ໃຫ້ທັນກັບກຳນົດເວລາ, ເພື່ອຈະໄດ້ໄຂສົກຮຽນໃໝ່ໃນວັນທີ 1 ກັນຍາ ທີ່ຈະມາເຖິງນີ້ໃຫ້ເປັນເອກະພາບກັນໃນທົ່ວປະເທດ ແລະ ເປັນຂະບວນຟົດຟື້ນ.

ຂ່າວ: ພອນສະຫວັນ ມະນີສີ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa