ຜູ້ແທນ ກຊ ປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າພົບປະ ຄະນະປົກຄອງແຂວງບໍ່ແກ້ວ ເພື່ອສຶກສາໂຄງການຊ່ວຍເຫຼືອກໍ່ສ້າງໂຮງຮຽນ.

26 ສິງຫາ 2026 –ຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ນຳໂດຍ ທ່ານ ພັອ ບຸຍ ຢຸຍ ຮືງ, ຮອງຫົວໜ້າກົມຕຳຫຼວດສືບສວນອາຊະຍາກຳຢາເສບຕິດ ໄດ້ເຂົ້າພົບປະ ແລະ ເຮັດວຽກຮ່ວມກັບ ທ່ານ ຄຳແສງ ສຸລິຍະວົງ, ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ທີ່ຫ້ອງວ່າການປົກຄອງແຂວງ.

ຈຸດປະສົງຫຼັກແມ່ນການລົງເກັບຂໍ້ມູນຕົວຈິງ 3 ຈຸດ ເພື່ອຊ່ວຍເຫຼືອກໍ່ສ້າງ ແລະ ປັບປຸງໂຮງຮຽນໃນເຂດທີ່ມີຄວາມຕ້ອງການຈຳເປັນ, ຜ່ານການສຳຫຼວດພົບວ່າ ໂຮງຮຽນບ້ານນ້ຳຍອນໃໝ່ (ເມືອງຫ້ວຍຊາຍ) ເປັນຈຸດທີ່ມີຄວາມຈຳເປັນຕ້ອງໄດ້ໃຫ້ການຊ່ວຍເຫຼືອກ່ອນ ແລະ ຄະນະຜູ້ແທນສະເໜີນຳແຂວງບໍ່ແກ້ວ ຊ່ວຍສະໜອງຂໍ້ມູນ-ເອກະສານທີ່ກ່ຽວຂ້ອງ ເພື່ອເປັນຖານຂໍ້ມູນໃນການອະນຸມັດ ແລະ ອອກແບບ ຈາກກະຊວງ ແລະ ລັດຖະບານ ສສ ຫວຽດນາມ.

ທ່ານ ຄຳແສງ ສຸລິຍະວົງ ໄດ້ສະແດງຄວາມຂອບໃຈ ແລະ ພ້ອມໃຫ້ການສະໜັບສະໜູນຢ່າງເຕັມຮູບແບບ, ເຊິ່ງມີຄວາມຈຳເປັນຫຼາຍເພາະເຂດ ບ້ານນ້ຳຍອນ ເປັນເຂດຊົນເຜົ່າ ແລະ ທຸກຍາກ ເມື່ອນັກຮຽນຈົບ ມ.ຕົ້ນ ຕ້ອງເດີນທາງໄກກວ່າ 20 ກິໂລແມັດ ຕາມເສັ້ນທາງທີ່ຍາກລຳບາກເພື່ອໄປຮຽນຕໍ່ ມ.ປາຍ ແລະ ຢາກໃຫ້ຊ່ວຍເຫຼືອແຕ່ອານຸບານ ຫາ ມັດທະຍົມ) ໂດຍໃຫ້ມີຫ້ອງຮຽນ ແລະ ຫ້ອງສະໝຸດ, ຫໍພັກ ແລະ ຫ້ອງອາຫານ (ເພື່ອນັກຮຽນຢູ່ເຂດໄກສອກຫຼີກໄດ້ມີບ່ອນພັກອາໄສ)

ໃນຕອນທ້າຍຂອງການພົບປະ, ຕ່າງໜ້າຝ່າຍແຂວງບໍ່ແກ້ວ, ຕ່າງໜ້າຝ່າຍ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຮ່ວມກັນລົງນາມໃນ ບົດບັນທຶກການເຮັດວຽກ ເພື່ອເປັນກ້າວສຳຄັນໃນການຊຸກຍູ້ໂຄງການສ້າງໂຮງຮຽນ ໃຫ້ປະກົດຜົນເປັນຮູບປະທຳໃນໄວໆນີ້.

ຂ່າວ: ສາຍສະໝອນ ແກ້ວວິສິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa