ສະມາຄົມວົງດົນຕີເມືອງຕົ້ນເຜິ້ງ ເປີດກອງປະຊຸມຮ່ວມກັບຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງ.

ວັນທີ 26 ສິງຫາ 2026 ນີ້ ຢູ່ທີ່ຫ້ອງປະຊຸມ ຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວເມືອງຕົ້ນເຜິ້ງ ສະມາຄົມວົງດົນຕີ ເມືອງຕົ້ນເຜິ້ງ ໄດ້ຈັດກອງປະຊຸມ ວຽກງານການຄຸ້ມຄອງວົງດົນຕຣີ, ນັກຮ້ອງ ແລະ ນັກດົນຕຣີ ຂຶ້ນ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສີສະອາດ ກຸມພົນ ກໍາມະການພັກເມືອງ ຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງ, ທ່ານ ຄໍາພັນ ພວງສາລີພັນ ຫົວໜ້າສະມາຄົມວົງດົນຕີເມືອງ ຕົ້ນເຜິ້ງ,  ມີຮອງຫົວໜ້າສະມາຄົມວົງດົນຕີ ຕະຫຼອດຮອດຫົວໜ້າວົງດົນຕຣີທົ່ວເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ອານຸສອນ ລັດສະຈ້ອຍ ຮອງຫົວໜ້າສະມາຄົມວົງດົນຕີເມືອງຕົ້ນເຜິ້ງ ໄດ້ຂຶ້ນຜ່ານ ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 1 ປີຜ່ານມາຂອງສະມາຄົມວົງດົນຕີ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ເຊິ່ງທົ່ວເມືອງ ຕົ້ນເຜິ້ງ ມີວົງດົນຕີທັງໝົດ 25 ວົງໃນນັ້ນໄດ້ຂຶ້ນທະບຽນນຳຫ້ອງການວັດທະນະທຳແລ້ວ 21 ວົງ, ຍັງບໍ່ທັນໄດ້ຂຶ້ນ 4 ວົງ, ຂຶ້ນເປັນທະບຽນວິສາຫະກິດການຄ້າແລ້ວ 1 , ຍັງ 24 ວົງ ແລະ ຜ່ານມາກໍ່ໄດ້ຕິດຕາມກວດກາບັນດາວົງດົນຕີທີ່ມາຈາກຕ່າງເມືອງ, ຕ່າງແຂວງທີ່ມາເຄື່ອນໄຫວຢູ່ພາຍໃນເມືອງທັງໝົດ 5 ຄັ້ງ ແຕ່ລະຄັ້ງແມ່ນໄດ້ລຸລ່ວງໃຫ້ເຂົ້າເຈົ້າຮັບຮູ້ເຖິງລະບຽບການຂອງສະມາຄົມເມືອງ ຕົ້ນເຜິ້ງ ຕາມການຕົກລົງເຫັນດີຂອງກອງປະຊຸມສະມາຄົມ, ໄດ້ຊ່ວຍງານຂອງເມືອງທີ່ຈັດຂຶ້ນເປັນທາງການທັງໝົດ 4 ຄັ້ງເຊັ່ນ: ງານບຸນປະເພນີຊ່ວງເຮືອ 1 ຄັ້ງ, ງານສະຫຼູບປະຈຳປີຂອງຫ້ອງວ່າການ 1 ຄັ້ງ, ງານບຸນປີໃໝ່ 1 ຄັ້ງ ແລະ ງານແຫ່ພະເຈົ້າອົງຫຼວງ 1 ຄັ້ງ, ບັນດາວົງດົນຕີພາຍໃນເມືອງໄດ້ພ້ອມກັນເອົາໃຈໃສ່ປັບປຸງລະບົບເຄື່ອງສຽງໃຫ້ມີຄຸນນະພາບເພື່ອຮັບໃຊ້ ເອື້ອອຳນວຍຄວາມສະດວກໃນການບໍລິການທາງສັງຄົມເປັນຢ່າງດີ ແລະ ຍັງໄດ້ມີຄວາມສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ, ໄດ້ຜ່ານລະບຽບການຄຸ້ມຄອງວົງດົນຕີຊອງສະມາຄົມເມືອງຕົ້ນເຜິ້ງ ເລກທີ 01/ສຄຕ ວ່າດ້ວຍ ການຄຸ້ມຄອງສະມາຄົມວົງດົນຕີ. ຈາກນັ້ນ ບັນດາຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນບົດຮຽນວຽກງານດົນຕຣີ ໃນການໃຫ້ບໍລິການວົງດົນຕຣີ ທີ່ມາຈາກຕ່າງເມືອງ, ຕ່າງແຂວງ ເຂົ້າມາເຄື່ອນໄຫວຢູ່ ເຂດເມືອງ ຕົ້ນເຜິ້ງ, ການກໍານົດເວລາປິດ-ເປີດ, ການກໍານົດເວລານັກຮ້ອງ, ນັກດົນຕຣີ, ການຂຶ້ນທະບຽນວົງດົນຕຣີທີ່ເກີດຂຶ້ນໃໝ່, ນັກຮ້ອງ, ນັກດົນຕຣີ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ສີສະອາດ ກຸມພົນ ກໍາມະການພັກເມືອງ ຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງ ຍັງໄດ້ມີຄໍາເຫັນໂອ້ລົມເນັ້ນໜັກບາງບັນຫາ ເປັນຕົ້ນແມ່ນ ການນຸ່ງຖືຂອງໂຄສົກ, ນັກຮ້ອງ ຍິງ-ຊາຍ ແລະ ນັກດົນຕຣີ ແມ່ນໃຫ້ສຸພາບຮຽບຮ້ອຍ, ຖືກຕ້ອງຕາມວັດທະນະທໍາລາວ,ການໃຊ້ສັບພາສາລາວໃຫ້ຈະແຈ້ງ, ຕໍ່ກັບວົງດົນຕຣີເປີດເພງ ແມ່ນໃຫ້ໃຊ້ເພງລາວ 80 %, ການ ເປີດ-ປິດ ແມ່ນໃຫ້ຖືກກັບໂມງເວລາທີ່ໄດ້ກໍານົດໄວ້.

ພາບ-ຂ່າວ: ນ. ຈອມແສງ ແສນປະເສີດ

ກວດ-ແກ້: ສ.ປັນຍາທອງ

ຈາກ: ຄະນະໂຄສະນາອົບຮົມເມືອງຕົ້ນເຜິ້ງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa