









ໃນຕອນບ່າຍຂອງວັນທີ 26 ສິງຫາ 2026, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງບໍ່ແກ້ວ ໄດ້ຈັດຕັ້ງການເຜີຍແຜ່ ແລະ ເຊື່ອມຊຶມກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ພ້ອມທັງຄຳແນະນຳການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ. ໂດຍການເປັນປະທານຂອງ ສະຫາຍ ວັນນະສອນ ໂພທິປັນຍາ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງບໍ່ແກ້ວ; ມີບັນດາສະຫາຍໃນຄະນະພັກຮາກຖານ, ຄະນະພະແນກ, ພະນັກງານ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນພະແນກເຂົ້າຮ່ວມ.
ສະຫາຍ ວັນນະສອນ ໂພທິປັນຍາ ໄດ້ກ່າວເນັ້ນໜັກເຖິງຈຸດປະສົງຂອງການຈັດຕັ້ງເຜີຍແຜ່ເຊື່ອມຊຶມໃນຄັ້ງນິ້ວ່າ: ເພື່ອແນໃສ່ໃຫ້ຄະນະພັກ-ຄະນະນຳ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ທຸກສະຫາຍໄດ້ຮັບຮູ້, ເຂົ້າໃຈຢ່າງເປັນເອກະພາບ, ກຳແໜ້ນເນື້ອໃນຢ່າງເລິກເຊິ່ງ, ມີສະຕິຕື່ນຕົວສູງ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ຄົບຖ້ວນ, ເຂັ້ມງວດ ພາຍໃນອົງການ.
ສະຫາຍ ໄດ້ຍົກໃຫ້ເຫັນວ່າ: ກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ປະກອບມີ 15 ໝວດ ແລະ 64 ມາດຕາ. ທັດສະນະຫຼັກການຂອງພັກ ປະຊາຊົນ ປະຕິວັດລາວ ແມ່ນກອງນຳໜ້າທີ່ມີການຈັດຕັ້ງ, ເປັນການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກຳມະກອນ ແລະ ຂອງລະບອບປະຊາທິປະໄຕ ປະຊາຊົນລາວ; ທັງເປັນຕົວແທນທີ່ຈົງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍຕໍ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ.
ຈາກນັ້ນ, ສະຫາຍ ໂພເພັດ ບຸນທອງ, ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ເຜີຍແຜ່ ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII ເລກທີ 303/ຄຈສພ. ການເຜີຍແຜ່ໄດ້ເນັ້ນການອະທິບາຍບາງເນື້ອໃນ, ຄຳສັບ ແລະ ປະໂຫຍກ ທີ່ກຳນົດໄວ້ໃຫ້ມີຄວາມຈະແຈ້ງ, ເຂົ້າໃຈງ່າຍ ເພື່ອໃຫ້ຄະນະພັກແຕ່ລະຂັ້ນນຳໃຊ້ເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຢ່າງເປັນເຈົ້າການ.
ສະຫາຍ ອ່ອນຈັນ ພົມມະຫານ, ກຳມະການຄະນະພັກຮາກຖານ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງໄດ້ເຜີຍແຜ່ ຄຳແນະນຳການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ເລກທີ 374/ຄຈສພ. ການເຊື່ອມຊຶມເອກະສານດັ່ງກ່າວ ແມ່ນເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເນື້ອໃນຈິດໃຈຂອງກົດລະບຽບໃຫ້ແກ່ຖັນແຖວພະນັກງານນຳພາ-ຄຸ້ມຄອງ ເພື່ອເປັນບ່ອນອີງໃນການນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງ-ແນວຄິດ ໃຫ້ຖືກຕ້ອງຕາມຫຼັກການ ແລະ ລະບຽບຂອງພັກ.
ໃນໂອກາດນິ້., ສະຫາຍ ວັນນະສອນ ໂພທິປັນຍາ ໄດ້ມີຄໍາເຫັນເນັ້ນໜັກໃຫ້ຜູ້ເຂົ້າຮ່ວມທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມເນື້ອໃນເອກະສານຕ່າງໆຢ່າງລະອຽດ ເພື່ອເພີ່ມທະວີຄວາມສາມັກຄີພາຍໃນ, ຮັກສາຄຸນສົມບັດສິນທຳປະຕິວັດ, ເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດກົດລະບຽບພັກ ແລະ ລະບຽບກົດໝາຍຂອງລັດ ເຮັດໃຫ້ການນຳພາຂອງພັກຢູ່ຮາກຖານ ມີຄວາມໜັກແໜ້ນ, ໂປ່ງໃສ ແລະ ມີປະສິດທິພາບສູງຂຶ້ນເລື້ອຍໆ.
ຂ່າວໂດຍ: ເງິນຫຼົງ ຈິດພູວົງ.