








ພິທີເປີດຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ສະໄໝທີ່ IX ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ 2026 ນີ້, ທີ່ ສະໂມສອນຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ນາງ ພຸດລໍາໄພ ລໍວັນໄຊ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ ປະທານສະຫະພັນກໍາມະບານເມືອງ ຕົ້ນເຜິ້ງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນທັນ ບຸນທີ່ໄຊ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ສະຫາຍ ແກ້ວລາ ນໍລະສິງ ຄະນບໍລິຫານງານສະຫະພັນກໍາມະບານລາວ ປະທານສະຫະພັນກໍາມະບານແຂວງບໍ່ແກ້ວ, ມີບັນດາສະຫາຍ ຄະນະບໍລິຫານງານສະຫະພັນກໍາມະບານເມືອງຕົ້ນເຜິ້ງ, ປະທານ, ຮອງປະທານຮາກຖານ, ຕະຫຼອດຮອດສະມາຊິກກໍາມະບານອ້ອມຂ້າງເມືອງ ເຂົ້າຮ່ວມ.
ພິທີ ສະຫາຍ ນາງ ພຸດລໍາໄພ ລໍມີໄຊ ໄດ້ມີຄໍາເຫັນກ່າວເປີດພິທີຂະບວນແຂ່ງຂັນ 5 ເປັນເຈົ້າຂຶ້ນຢ່າງເປັນທາງການ ໃນຂະນະດຽວກັນ ສະຫາຍ ສົມສັກ ຖາວອນຄໍາ ຮອງປະທານຄະນະບໍລິຫານງານສະຫະພັນກໍາມະບານເມືອງ ໄດ້ຂຶ້ນຜ່ານບົດແນະນໍາຂອງສະຫະພັນກໍາມະບານລາວ ເລກທີ 299/ສກລ, ລົງວັນທີ 6 ກຸມພາ 2026 ວ່າດ້ວຍການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ, ຈາກນັ້ນ ໄດ້ຮັບຟັງມະຕິຕົກລົງ ຂອງຄະນະປະຈໍາພັກເມືອງຕົ້ນເຜິ້ງ ເລກທີ 225/ຄປພມ.ຕຜ ວ່າດ້ວຍການແຕ່ງຕັ້ງຜູ້ຊີ້ນໍາລວມ ແລະ ຄະນະຮັບຜິດຊອບ ຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວເມືອງ ຕົ້ນເຜິ້ງ, ແຜນການແຂ່ງຂັນ 5 ເປັນເຈົ້າ ຢູ່ເມືອງຕົ້ນເຜິ້ງ ໄລຍະ 4 ປີ( 2026 – 2029) ສະເພາະກໍາມະບານເມືອງຕົ້ນເຜິ້ງ ມີກໍາມະບານຮາກຖານທັງໝົດ 33 ຮາກຖານ,ປະກອບດ້ວຍສະມາຊິກກຳມະບານພະນັກງານ-ລັດຖະກອນ, ກໍາມະກອນ ແລະ ຜູ້ອອກແຮງງານບັນດາເຜົ່າ ພ້ອມກັນຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຄື: ເປັນເຈົ້າຝຶກຝົນຫຼໍ່ຫຼອມທາງດ້ານການເມືອງແນວຄິດ, ເປັນເຈົ້າປະຕິບັດກົດໝາຍ ແລະ ລະບຽບການຂອງລັດ, ເປັນເຈົ້າພັດທະນາຕົນເອງ ແລະ ການຈັດຕັ້ງ, ເປັນເຈົ້າປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ແລະ ເປັນເຈົ້າປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ ເພື່ອເຮັດໃຫ້ສະມາຊິກກໍາມະບານກໍາໄດ້ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ມາດຖານເງື່ອນໄຂ ແລະ ບາດກ້າວການຈັດຕັ້ງປະຕິບັດໃນຕໍ່ໜ້າ ຈາກນັ້ນ ຕາງໜ້າ ສະຫະພັນກໍາມະບານຮາກຖານອ້ອມຂ້າງເມືອງ ໄດ້ຂຶ້ນຈັບມືເອົາ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ສະຫະພັນກໍາມະບານເມືອງ ຕົ້ນເຜິ້ງ ເປັນ ຂະບວນການແຂ່ງຂັນຢ່າງເປັນທາງການ.
ພິທີໃນຄັ້ງນີ້ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ແກ້ວລາ ນໍລະສິງ ປະທານສະຫະພັນກໍາມະບານແຂວງບໍ່ແກ້ວເຊິ່ງສະຫາຍໄດ້ເນັ້ນໜັກບັນຫາສໍາຄັນເປັນຕົ້ນຄະນະບໍລິຫານງານສະຫະພັນກໍາມະບານແຕ່ລະຂັ້ນຕ້ອງເປັນເຈົ້າການຄົ້ນຄ້ວາເຊື່ອມຊຶມ, ກໍາແໜ້ນຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍ, ມະຕິ-ຄໍາສັ່ງຂອງພັກ-ລັດ, ລະບຽບກົດໝາຍຢ່າງເລິກເຊິ່ງ, ເອົາໃຈໃສ່ຍົກສູງບົດບາດຂີດຄວາມສາມາດຂອງສະຫະພັນກໍາມະບານແຕ່ລະຂັ້ນ, ເອົາໃຈໃສ່ດໍາເນີນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານກໍາມະກອນ ແລະ ຊາວຜູ້ອອກແຮງງານໃຫ້ທົ່ວເຖິງ, ສືບຕໍ່ຍົກສູງບົດບາດ ແລະ ຂີດຄວາມສາມາດຂອງຄະນະບໍລິຫານງານສະຫະພັນກໍາມະບານເມືອງ ກໍ່ຄືການຈັດຕັ້ງກໍາມະບານແຕ່ລະຂັ້ນໃນເງື່ອນໄຂໃໝ່ເພື່ອເຕົ້າໂຮມກ້ອນກໍາລັງສະມາຊິກກໍາມະບານ, ກໍາມະ ກອນ ຊາວກະສິກອນ, ນັກສຶກສາ, ປັນຍາຊົນ, ຊາວຜູ້ອອກແຮງງານບັນດາເຜົ່າຊຶ່ງເປັນກຸ່ມຄົນຈໍານວນຫຼວງ ຫຼາຍໃນສັງຄົມໃຫ້ເປັນກໍາລັງແຮງສັງລວມເຂົ້າຮ່ວມປະຕິບັດແນວທາງນະໂຍບາຍຂອງພັກແຕ່ລະໄລຍະ, ແຜນພັດທະນາເສດຖະກິດສັງຄົມຂອງລັດ, ເປັນຕົ້ນແມ່ນການປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ, ເງິນຕາ ໂດຍສະເພາະ ບັນຫາອັດຕາເງິນເຟີ້, ບັນຫາລາຄາສິນຄ້າສູງ, ບັນຫາຄ່າຄອງຊີບສູງ ແລະ ບັນຫາເຄັ່ງຮ້ອນອື່ນໆ, ຊຸກຍູ້ຢ່າງແຂງແຮງຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງກໍາມະບານລາວ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ, ເພີ່ມທະວີການປະສານງານກັບອົງການຈັດຕັ້ງມະຫາຊົນຕ່າງໆໃຫ້ກົມກຽວເພື່ອເປັນກໍາລັງແຮງໃນການຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບການມອບໝາຍໃຫ້ມີປະສິດທິພາບສູງຂຶ້ນກ່ວາເກົ່າ.
ພາບ-ຂ່າວ: ນ. ຈອມແສງ ແສນປະເສີດ
ຈາກ: ຄະນະໂຄສະນາອົບຮົມເມືອງຕົ້ນເຜິ້ງ