




ໜ່ວຍຊາວໜຸ່ມຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານສຳຄັນຂອງ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຊປປລ) ແລະ ປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2026 ຂຶ້ນ ໃນວັນທີ 17 ກັນຍາ 2026 ນີ້. ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ສະຫາຍ ອານຸສອນ ຈັນທະສົມບູນ ກຳມະການຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ; ມີບັນດາສະຫາຍແຂກຖືກເຊີນຈາກຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ບັນດາສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ.
ໃນກອງປະຊຸມ,ສະຫາຍ ອານຸສອນ ຈັນທະສົມບູນ ໄດ້ເຜີຍແຜ່ເອກະສານ “ຝຶກຝົນຄຸນສົມບັດສິນທຳປະຕິວັດແມ່ນໜ້າທີ່ຂອງຊາວໜຸ່ມ” ແລະ ເອກະສານ “ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຊາວໜຸ່ມ”. ການເຜີຍແຜ່ຄັ້ງນິ້ ມີເປົ້າໝາຍເພື່ອສຶກສາອົບຮົມດ້ານການເມືອງ-ແນວຄິດ, ຍົກສູງຄວາມຮູ້ຄວາມສາມາດ, ສ້າງຈິດສຳນຶກທີ່ດີ ແລະ ເສີມສ້າງຄວາມຮັບຜິດຊອບ ໃນການເປັນກຳລັງແຮງສຳຄັນຂອງພັກ-ລັດ.
ຈາກນັ້ນ, ສະຫາຍ ສົມພົງ ວົງຄຳຜຸຍ ເລຂາໜ່ວຍຊາວໜຸ່ມຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນໄລຍະ 1 ປີຜ່ານມາ ເຊິ່ງປະກອບມີ:ບຸກດ້ານການສຶກສາອົບຮົມການເມືອງ-ແນວຄິດ,ບຸກດ້ານການຈັດຕັ້ງ, ບຸກດ້ານການຝຶກຝົນຫຼໍ່ຫຼອມ-ຮ່ຳຮຽນ ແລະ ບຸກດ້ານການສ້າງຂະບວນການປະດິດສ້າງ ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອນຖອດໄດ້ ແລະ ກຳນົດທິດທາງແຜນການຈຸດສຸມປີ 2026 ທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໜ່ວຍຊາວໜຸ່ມຮາກຖານ.
ໃນພິທີ, ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍກົມກອງ ແລະ ບຸກຄົນສະມາຊິກ ຊປປລ ຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025. ມີຈຳນວນ 26 ສະຫາຍ ອລະ ມອບໃບຍ້ອງຍໍໂດຍ ສະຫາຍ ອານຸສອນ ຈັນທະສົມບູນ ກຳມະການຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຈາກນັ້ນ, ໄດ້ມີການຜ່ານມາດຖານເງື່ອນໄຂ ເພື່ອຈັດຕັ້ງການປະເມີນຊາວໜຸ່ມ 4 ບຸກ ປະຈຳປີ 2026. ສະມາຊິກຊາວໜຸ່ມແຕ່ລະສະຫາຍໄດ້ຜ່ານໃບປະເມີນຂອງຕົນ ເພື່ອຍົກໃຫ້ເຫັນດ້ານດີ, ຜົນງານ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ; ພ້ອມທັງໄດ້ມີການປະກອບຄຳຄິດຄຳເຫັນ ຕຳນິສົ່ງຂ່າວ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວໜ້າ.
ໃນໂອກາດນີ້, ສະຫາຍ ອານຸສອນ ຈັນທະສົມບູນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ມີຄຳເຫັນເນັ້ນໜັກໃຫ້ສະມາຊິກຊາວໜຸ່ມທຸກສະຫາຍ ເພີ່ມທະວີຄວາມຮັບຜິດຊອບຕາມຄວາມຮຽກຮ້ອງຕ້ອງການ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ຍົກລະດັບຄວາມຮູ້ ຄວາມສາມາດ ແລະ ຄວາມຮັບຜິດຊອບໃນໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບການມອບໝາຍໃຫ້ສຳເລັດ ເພື່ອເປັນກຳລັງແຮງສຳຄັນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃຫ້ປະກົດຜົນເປັນຮູບປະທຳຢ່າງຕໍ່ເນື່ອງ.
ຂ່າວ: ເງິນຫຼົງ ຈິດພູວົງ