








ໃນວັນທີ 17 ກັນຍາ 2026 ນີ້, ພຣະອາຈານ ອິນທະນິນ ພົມສະຫວັນ ພ້ອມດ້ວຍ ຄະນະສົງ ແລະລູກສິດ ວັດສີດອນສັກ ບ້ານຄວັານ ເມືອງຕົ້ນເຜິ້ງ ແຂວງບອກ້ວ ໄດ້ນຳເອົາ ໂຕະ, ຕັ່ງນັ່ງຮຽນ ແລະ ໂຕະຄູ ຈໍານວນ 110 ຊຸດ ໄປມອບໃຫ້ກັບ ໂຮງຮຽນປະຖົມສົມບູນ ບ້ານພຽງງາມ, ມີມູນຄ່າລວມທັງໝົດ 126,000,000 ກີບ. ຮັບເຄື່ອງໂດ ທ່ານ ນາງ ມານີ ວັນຈີນ ພັດສຸວັນ ຜູ້ອຳນວຍການໂຮງຮຽນ ພ້ອມດ້ວຍຄະນະຄູ, ທ່ານ ສົມຊາຍ ອຸ່ນຍືນ ນາຍບ້ານ ບ້ານພຽງງາມ ພ້ອມດ້ວຍ ຄະນະບ້ານເຂົ້າຮ່ວມເປັນສັກຂີ່ພິຍານ.ນອກຈາກນັ້ນ,ຍັງໄດ້ມອບນໍ້າດື່ມ,ນໍ້າສົມ,ນໍ້າຫວານ ແລະ ເຊົ້າໜົມເພື່ອແຈກຍ້າຍໃຫ້ນັກຮຽນນໍາອື່ກ
ຈາກນັ້ນ, ຄະນະຄູ-ອາຈານ ແລະ ຜູ້ບໍລິຫານໂຮງຮຽນ ໄດ້ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ກັບນ້ຳໃຈ ແລະ ການຊ່ວຍເຫຼືອໃນຄັ້ງນີ້, ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າ ນ້ຳໃຈສັດທາທີ່ໄດ້ມອບເຄື່ອງມາໃນຄັ້ງນີ້ ຈະນຳໃຊ້ ແລະ ຮັກສາໃຫ້ເກີດປະໂຫຍດສູງສຸດແກ່ການຮຽນ-ການສອນຂອງນັກຮຽນຕໍ່ໄປ.
ຂ່າວ: ເງິນຫຼົງ ຈິດພູວົງ.
ຂໍ້ມູນ-ພາບ: ພາກສ່ວນກ່ຽວຂ້ອງ.