






ຕອນເຊົ້າຂອງວັນທີ 17 ກັນຍາ 2026 ນີ້. ຢູ່ທີ່ຫ້ອງປະຊຸມຫ້ອງການສະຫະພັນແມ່ຍິງເມືອງໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຊາວໜຸ່ມ 4 ອົງການຈັດຕັ້ງມະຫາຊົນ ເມືອງຜາອຸດົມ ແຂວງບໍ່ແກ້ວ ປະຈໍາປີ 2026 ໂດຍການເຂົ້າຮ່ວມກອງປະຊຸມຂອງສະຫາຍ ບຸນເລື່ອນ ສິດສົມພູ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດ( ຜູ້ຊີ້ນໍາວຽກງານ 4 ອົງການຈັດຕັ້ງມະຫາຊົນ ), ສະຫາຍ ຄໍາຜູ ສີປະເສີດ ກໍາມະການພັກເມືອງ ເລຂະຄະນະບໍລິຫານງານຊາວໜຸ່ມເມືອງ, ມີສະຫາຍ ນາງ ແຫຼ້ ສຸວັນທາ ເລຂາໜ່ວຍຊາວໜຸ່ມ 4 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກເຂົ້າພາຍໃນໜ່ວຍເຂົ້າຮ່ວມ.
ກອງປະຊຸມ ທ່ານ ນາງ ແຫຼ້ ສຸວັນທາ ເລຂາໜ່ວຍຊາວໜຸ່ມ 4 ອົງການຈັດຕັ້ງມະຫາຊົນ ໄດ້ຜ່ານບົດສະຫຼຸບ ແລະທິດທາງແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2026. ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ສາເຫດ ແລະບາງບົດຮຽນທີ່ຖອດ-ຖອນໄດ້. ໜ່ວຍຊາວໜຸ່ມ 4 ອົງການຈັດຕັ້ງມະຫາຊົນ ຂື້ນກັບຫ້ອງການຄະນະບໍລິຫານງານ ຊປປລເມືອງ ໂດຍກົງ ແລະຮອບດ້ານ, ມີຄະນະໜ່ວຍຊາວໜຸ່ມ 1 ສະຫາຍ, ຍິງ 1 ສະຫາຍ, ມີສະມາຊິກຊາວໜຸ່ມ 8 ສະຫາຍ, ຍິງ 5 ສະຫາຍ, ໃນນີ້, ມີສະມາຊິກຊາວໜຸ່ມທີ່ເປັນສະມາຊິກພັກ 8 ສະຫາຍ, ຍິງ 4 ສະຫາຍ, ອາສາສະໝັກ 3 ສະຫາຍ, ຍິງ 2 ສະຫາຍ, ໃນໄລຍະຜ່ານມາ ສະມາຊິກຊາວໜຸ່ມ – ໄວໜຸ່ມພາຍໃນໜ່ວຍໄດ້ມີແນວຄິດຫຼັກໝັ້ນອຸ່ນອ່ຽນທຸ່ນທ່ຽງຕໍ່ການຊີ້ນຳໆພາຂອງພັກ, ລະບຽບກົດໝາຍຂອງລັດເປັນຕົ້ນ ແມ່ນໄດ້ເອົາໃຈໃສ່ປະຕິບັດຕາມກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ, ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມວາງອອກຢ່າງເຕັມສ່ວນ, ຄະນະຊາວໜຸ່ມພວກເຮົາໄດ້ປຸກລະດົມໃຫ້ສະມາຊິກຊາວໜຸ່ມເສຍເງິນບໍາລຸງປະຈຳ 6 ເດືອນຕົ້ນປີ ແລະ 6 ເດືອນທ້າຍປີ ຕາມແຈ້ງການຂອງຄະນະຊາວໜຸ່ມຂັ້ນເທິງວາງອອກ. ຜ່ານການຈັດຕັ້ງປະເມີນຜົນຂອງການແຂ່ງຂັນສາມາດຈັດປະເພດໜ່ວຍ 4 ບຸກໃນແຕ່ລະດ້ານໄດ້ ດັ່ງນີ້ ດ້ານແນວຄິດປະຕິບັດໄດ້ 9,25%, ດ້ານຝຶກຝົນຫຼໍໍ່ຫຼອມຮ່ຳຮຽນປະຕິບັດໄດ້ 9,12%, ດ້ານການຈັດຕັ້ງ ປະຕິບັດໄດ້ 9,21%, ດ້ານວິຊາຊີບ ແລະສ້າງວຽກເຮັດງານທຳ ປະຕິບັດໄດ້ 9,21%, ກອງປະຊຸມຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມເມືອງວ່າດ້ວຍການອະນຸມັດໃຫ້ສະມາຊິກຊາວໜຸ່ມພົ້ນອາຍຸກະສຽນຈໍານວນ 3 ສະຫາຍ, ຍິງ 1 ສະຫາຍ, ພ້ອມທັງມອບໃບຢັ້ງຢືນພົ້ນອາຍຸກະສຽນການເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ທັງ 3 ສະຫາຍ ແລະຜ່ານມະຕິຕົກລົງຂອງຄະນະບໍລິຫານງານຊາວໜຸ່ມເມືອງວ່າດ້ວຍການບົ່ງຕົວແຕ່ງຕັ້ງເອົາ ສະຫາຍ ນາງ ວິນ ຄໍາລີ ເປັນຮອງເລຂາຄະນະໜ່ວຍຊາວໜຸ່ມຮາກຖານ 4 ອົງການຈັດຕັ້ງມະຫາຊົນ.
ໂອກາດດຽວກັນນີ້, ສະຫາຍ ບຸນເລື່ອນ ສິດສົມພູ ປະທານແນວລາວສ້າງຊາດເມືອງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະໜ່ວຍຊາວໜຸ່ມ ແລະສະມາຊິກຊາວໜຸ່ມ ໜ່ວຍ 4 ອົງການຈັດຕັ້ງມະຫາຊົນທຸກສະຫາຍທີ່ຍາດມາໄດ້ຜົນສໍາເລັດຫຼາຍໆດ້ານໃນໄລຍະຜ່ານມາ ແລະສະຫາຍໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ພົ້ນອາຍຸກະສຽນໄປແລ້ວນັ້ນຕ້ອງສືບຕໍ່ທໍາໜ້າທີ່ເປັນທີ່ປຶກສາໃຫ້ແກ່ຜູ້ທີ່ຍັງເປັນສະມາຊິກຊາວໜຸ່ມຖ້າຫາກມີວຽກງານທີ່ຈໍາເປັນກໍ່ຕ້ອງໄດ້ໃຫ້ການຊ່ວຍເຫຼືອ ນອກນີ້ ຜູ້ທີ່ຖືກບົ່ງຕົວແຕ່ງຕັ້ງຕ້ອງໄດ້ເອົາໃຈໃສ່ສຶກສາທາງດ້ານນິຕິກໍາທີ່ກ່ຽວຂ້ອງຂອງຊາວໜຸ່ມເຮັດລ້ອນໜ້າທີ່ທີ່ໄດ້ຮັບມອບໝາຍເປັນແບບຢ່າງນໍາໜ້າທີ່ດີໃຫ້ແກ່ມະຫາຊົນເຕົ້າໂຮມຄວາມສາມັກຄີຮັກແພງ, ເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອເຊິ່ງກັນ ແລະກັນ.
ພາບ-ຂ່າວ: ໂສພາ ທິບພະວົງ. ວິຊາການຂ່າວຄະນະໂຄສະນາອົບຮົມເມືອງຜາອຸດົມ.