












ວັນທີ 17 ກັນຍາ 2026 ນີ້ ຢູ່ທີ່ສະໂມສອນຂອງເມືອງຫ້ວຍຊາຍ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ແລະ ວັນແຫ່ງຊາດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ທ່ານ ພັນໂທ ຫົງແກ້ວ ວັນນະສານ ປະທານສະຫະພັນນັກຮົບເກົ່າແຂວງບໍ່ແກ້ວ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ປະທານ-ຮອງປະທານໜ່ວຍສະຫະພັນນັກຮົບເກົ່າອ້ອມຂ້າງເມືອງ ຕະຫຼອດຮອດພັກງານລັກຖະກອນເຂົ້າຮ່ວມຮັບຟັງ.
ໃນພິທີ ທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ໄດ້ຂຶ້ນຜ່ານເອກະສານວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ ເຊິ່ງໄດ້ຍົກໃຫ້ເຫັນ ສະພາບການທາງປະຫວັດສາດ ຄວາມໝາຍຂອງການປະຕິວັດເດືອນ ສິງຫາ ປີ 1945 ຢູ່ຫວຽດນາ ຜົນງານ 81 ປີ ແຫ່ງການກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຫວຽດນາມ, ໄຊຊະນະອັນໃຫຍ່ຫຼວງໃນການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ, ປ້ອງກັນປະເທດຊາດ, ປະຕິບັດພັນທະສາກົນ ທີ່ທົ່ວພັກທົ່ວກອງທັບ ແລະ ທົ່ວປວງຊົນ ຫວຽດນາມ ແມ່ນສາມາດປົກປັກຮັກສາໝາກຜົນຂອງການປະຕິວັດໄດ້ຢ່າງໝັ້ນຄົງ, ຮັບປະກັນສະພາບແວດລ້ອມສັນຕິພາບ, ສ້າງພື້ນຖານເງື່ອນໄຂເພຶ່ອການພັດທະນາປະເທດໃຫ້ຍືນຍົງ, ບໍ່ພຽງແຕ່ການຮັກສາອະທິປະໄຕດິນແດນອັນສັກສິດ, ແຕ່ຍັງເປັນການຮັກສາເສັ້ນທາງສັງຄົມນິຍົມໃຫ້ໝັ້ນຄົງ, ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບ ພ້ອມກັນນັ້ນ ຍັງໄດ້ສ້າງສະຖານະພະລັງໃໝ່ໃຫ້ແກ່ຫວຽດນາມ ໃນການເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ຍົກສູງຖານະບົດບາດ ແລະ ຊື່ສຽງໃນເວທີສາກົນ, ພ້ອມດຽວກັນນີ້ ທ່ານ ພັນໂທ ອັດສະດົງ ວົງປະເສີດ ປະທານສະຫະພັນນັກຮົບເກົ່າເມືອງຫ້ວຍຊາຍ, ໄດ້ຂື້ນເລົ່າຫວນຄືນມູນເຊື້ອ, ປະຫວັດຄວາມເປັນມາ ສະຫະພັນນັກຮົບເກົ່າແຫ່ງຊາດລາວໄດ້ຮັບການສ້າງຕັ້ງຂື້ນໃນວັນທີ່ 9 ກັນຍາ ປີ2002,ໃນເມື່ອກ່ອນປະເທດລາວໄດ້ຕົກເປັນຫົວເມືອງຂື້ນຂອງພວກຈັກກະພັດຜູ້ຮຸກຮານ ແລະ ຍາດເອົາແຜ່ນດິນລາວເປັນຫົວເມືອງຂື້ນ ຈົນເຮັດໃຫ້ປະຊາຊົນລາວ-ຊາດລາວໄດ້ສູນເສຍຄວາມເປັນເອກະລາດ,ອໍານາດ,ອະທິປະໄຕ ແລະ ຜືນແຜ່ນດິນອັນແສນຮັກ ເປັນເວລາຫຼາຍຮ້ອຍປີ ດ້ວຍເຫດນັ້ນຈຶ່ງເຮັດໃຫ້ລາວເຮົາຕົກທຸກໄດ້ຍາກ ແລະ ບໍ່ສາມາດພັດທະນາຕົນເອງໄດ້ໄວຄືກັບຊາດອຶ່ນໆໃນໂລກ, ນັບແຕ່ສັດຕະວັດທີ່ 16 ລາວເຮົາໄດ້ຕົກເປັນຫົວເມືອງຂື້ນຂອງຕ່າງຊາດ ປີ 1574 – 1598 ໄດ້ຕົກເປັນຫົວເມືອງຂື້ນຂອງສັກດິນາພະມ້າ, 1779 -1893 ເປັນຫົວເມືອງຂື້ນຂອງສັກດິນາສະຫຍາມ, 1893 – 1954 ໄດ້ຕົກເປັນຫົວເມືອງຂື້ນຂອງຈັກກະພັດຝຣັ່ງ, 1955 -1975 ໄດ້ຕົກເປັນຫົວເມືອງຂື້ນແບບໃໝ່ຂອງຈັກກະພັດອາເມຣິກາ. ແຕ່ດ້ວຍນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກຜືນແຜ່ນດິນຂອງຕົນເອງ ຈຶ່ງເກີດມີຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອທວງເອົາຄວາມເປັນເອກະລາດແຫ່ງຊາດ, ສິິດເສລີພາບຂອງປະຊາຊົນ ໂດຍໄດ້ຕໍ່ສູ້ຕ້ານກັບພວກຈັກກະພັດທັງແບບເກົ່າ ແລະ ໃໝ່ຈົນສາມາດສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນປີ 1975 ເປັນຕົ້ນມາຈົນເຖິງປັດຈຸບັນ, ຈາກນັ້ນ ທ່ານ ພັນໂທ ຫົງແກ້ວ ວັນນະສານ ປະທານສະຫະພັນນັກຮົບເກົ່າແຂວງບໍ່ແກ້ວ, ໄດ້ຂຶ້ນເຜີຍແຜ່ເຊື່ອມຊືມ ກົດລະບຽບ ຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ສະໄໝທີ V ທັງນີ້ກໍ່ເພຶ່ອເຮັດໃຫ້ສະມາຊິກສະຫະພັນນັກຮົບເກົ່າໄດ້ຮັບຮູ້ ແລະ ເຂົ້າໃຈອີກດ້ວຍ, ຈາກໜັກ ທ່ານ ນາງ ປີ່ນຄໍາ ມະນີຈັນ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານຊັ້ນ III ໃຫ້ ທ່ານ ພັນໂທ ອັດສະດົງ ວົງປະເສີດ ປະທານສະຫະພັນນັກຮົບເກົ່າເມືອງຫ້ວຍຊາຍ ແລະ ໃບຍ້ອງຍໍລັດຖະບານ ໃຫ້ກຽດຂຶ້ນມອບຂອງທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ແລະ ມອບ ກ້ອງຖ່າຍຮູບ (Canon) ຈໍານວນ 1 ໜ່ວຍໃຫ້ສະຫະພັນນັກຮົບເກົ່າເມືອງຫ້ວຍຊາຍ ມອບໂດຍ ທ່ານ ພັນໂທ ຫົງແກ້ວ ວັນນະສານ ປະທານສະຫະພັນນັກຮົບເກົ່າແຂວງບໍ່ແກ້ວ.
ພາບ,ຂ່າວ: ບຸນຈັນ ບຸນປັນຍາ.