






ໜ່ວຍພັກຫ້ອງການຄະນະໂຄລະນາອົບຮົມເມືອງ, ໜ່ວຍພັກຫ້ອງການຄະນະບໍລິຫານງານຊາວໜຸ່ມເມືອງ, ໜ່ວຍພັກຫ້ອງການສະຫະພັນເມືອງຍິງເມືອງ ເມືອງຫ້ວຍຊາຍ ໄດ້ຈັດຂຶ້ນໃນ ວັນທີ 16 ກັນຍາ ນີ້ ໂດຍການເປັນປະທານຂອງ ສະຫາຍ ໂຊ່ນ ອິນທະໄຊ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ມີບັນດາເລຂາໜ່ວຍພັກ, ຄະນະປັບປຸງກົງຈັກຂັ້ນເມືອງ ຕະຫຼອດເຖິງສະມາຊິກພັກທັງ 3 ໜ່ວຍພັກເຂົ້າຮ່ວມ.
ສະຫາຍ ໂຊ່ນ ອິນທະໄຊ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ໄດ້ມີຄໍາເຫັນຕໍ່ ກອງປະຊຸມດໍາເນີນຊີວິດການເມືອງປະຈຳປີ 2026 ເປັນການສຳຫຼວດຕີລາຄາຄືນຕໍ່ຜົນງານໃນການຈັດຕັ້ງປະຕິບັດວຽກງານຜ່ານມາ, ໂດຍສະເພາະແມ່ນການປະຕິບັດໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຄະນະໜ່ວຍພັກ, ສະມາຊິກແຕ່ລະສະຫາຍທີ່ໄດ້ຮັບມອບໝາຍ, ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ມະຕິກອງປະຊຸມໃຫຍ່ສູນກາງພັກກໍ່ຄືກອງປະຊຸມໃຫຍ່ອົງຄະນະພັກແຂວງວາງອອກເປັນຕົ້ນ: ທາງດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ທາງດ້ານແນວຄິດ, ທາງດ້ານສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນຂອງພັກ, ທາງດ້ານແບບແຜນການນຳພາ ແລະ ວິທີເຮັດວຽກ; ທາງດ້ານຄວາມຮັບຜິດຊອບໜ້າທີ່ການເມືອງ: ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂຂອງຄະນະໜ່ວຍພັກ, ສະມາຊິກພັກ, ພ້ອມດຽວກັນນັ້ນ ບັນດາ 3 ໜ່ວຍພັກໄດ້ແບ່ງກັນອອກດໍາເນີນຊີວິດການເມືອງຂອງຕົນ, ສະມາຊິກພັກໄດ້ປະກອບຄຳຄິດ, ຄໍາເຫັນຕໍ່ກັບບົດສໍາຫຼວດການນຳພາລວມຂອງສະມາຊິກພັກ ແລະ ບົດສະຫຼຸບການຊີ້ນໍາ – ນໍາພາ ແລະທິດທາງແຜນການຂອງບັນດາໜ່ວຍພັກຄຽງຄູ່ກັນນັ້ນ ພວກເຮົາຈະໄດ້ຕີລາຄາຄຸນະພາບ ແລະ ແບ່ງປະເພດໜ່ວຍພັກ, ສະມາຊິກພັກ ປະຈຳປີ 2026 ແລະ ຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2027 ຂອງໜ່ວຍພັກເຊິ່ງມັນຈະເປັນຄາດໝາຍບັນດາໜ້າວຽກຕ່າງໆທີ່ຄະນະໜ່ວຍພັກ, ບັນດາສະຫາຍສະມາຊິກພັກພວກເຮົາຈະຕ້ອງໄດ້ອອກແຮງຊີ້ນໍາ – ນໍາພາຈັດຕັ້ງປະຕິບັດໃນຕໍ່ໜ້າ, ພ້ອມນັ້ນຍັງໄດ້ປະເມີນຜົນຕີລາຄາການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແມ່ນເພື່ອຄັດເລືອກເອົາພະນັກງານ-ລັດຖະກອນຜູ້ທີ່ມີຜົນງານດີເດັ່ນ, ທັງເປັນການກວດກາຄືນກ່ຽວກັບການເຄື່ອນໄຫວປະຕິບັດຂອງພະນັກງານລັດຖະກອນໃນ 1 ປີຜ່ານມາ ຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ, ຂອງພະນັກງານແຕ່ລະສະຫາຍ, ເພື່ອນຳໄປປັບປຸງແກ້ໄຂໃຫ້ດີຂຶ້ນເພື່ອຮັບປະກັນການຈັດຕັ້ງປະເພດລັດຖະກອນໃຫ້ຖຶກຕ້ອງ ແລະ ຍົກສູງຄຸນນະພາບ, ສ້າງໃຫ້ມີຄວາມສາມັກຄີໜັກແໜ້ນ ແລະ ປັບປຸງການຈັດຕັ້ງໃຫ້ເຂັ້ມແຂງ, ເພື່ອສັງເກດຕີລາຄາພະນັກງານ-ລັດຖະກອນທຸກສະຫາຍຊອກໃຫ້ເຫັນດ້ານດີຜົນງານ ດ້ານອ່ອນ ເພື່ອປັບປຸງແກ້ໄຂ, ໂດຍການປະກອບຄຳເຫັນເພື່ອເປັນການຕຳນິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ສ້າງໃຫ້ມີພະນັກງານດີເດັ່ນນໍາພາໃນຕໍ່ໜ້າ, ຈາກນັ້ນຕາງໜ້າຄະນະຈັດຕັ້ງເມືອງໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຮັບຮອງເອົາໜ່ວຍພັກຫ້ອງການຄະນະໂຄລະນາອົບຮົມເມືອງ, ໜ່ວຍພັກຫ້ອງການຄະນະບໍລິຫານງານຊາວໜຸ່ມເມືອງ, ໜ່ວຍພັກຫ້ອງການສະຫະພັນເມືອງຍິງເມືອງ ເປັນໜ່ວຍພັກປອດໃສ ເຂັ້ມແຂວງ ແລະ ໜັກແໜ້ນ, ພ້ອມທັງໝອບໃບຍ້ອງຍໍຂອງ ປະທານຄະນະກໍາມະການປົກຄອງແຂວງ ແລະ ຍ້ອງຍໍຂອງ ປະທານຄະນະກໍາມະການປົກຄອງເມືອງ ໃຫ້ຜູ້ທີມີຜົນງານດີເດັ່ນໃນການປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ ໂດຍສະເພາະກໍ່ຄືເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃຫ້ກຽດມອບ ສະຫາຍ ໂຊ່ນ ອິນທະໄຊ ຄະນະປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ.
ພາບ,ຂ່າວ: ບຸນຈັນ ບຸນປັນຍາ