ດຽນບຽນເປັນເຈົ້າພາບຈັດກອງປະຊຸມສົ່ງເສີມການຄ້າ ເພື່ອຊຸກຍູ້ການນຳເຂົ້າ-ສົ່ງອອກ ຢູ່ເຂດພາກເໜືອ”, ພາຍໃຕ້ຫົວຂໍ້ “ການຫັນເປັນດິຈິຕອນ ແລະ ການຄ້າສີຂຽວ: ກຳລັງຂັບເຄື່ອນບຸກທະລຸການຄ້າຊາຍແດນ ຫວຽດນາມ-ລາວ-ຈີນ”.

📌​ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 17-18 ກັນຍາ 2026ນີ້ ທີ່ແຂວງດຽນບຽນຝູ ສສ ຫວຽດນາມ. ໃນກອງປະຊຸມ ໂດຍມີຜູ້ແທນຈາກ 6 ແຂວງພາກເໜືອ ຂອງລາວ ແລະແຂວງບໍ່ແກ້ວກໍແມ່ນໜຶ່ງໃນນັ້ນທີ່ໄດ້ເຂົ້າຮ່ວມ ເພື່ອທົບທວນຄືນການຮ່ວມມື ລະຫວ່າງ ພະແນກອຸດສາຫະກຳ ແລະ ການຄ້າ 6ແຂວງພາກເໜືຶອ ຂອງລາວ ກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງດຽນບຽນ ສສ ຫວຽດນາມ ໂດຍໄດ້ເນັ້ນໃສ່ການຮ່າງຍຸດທະສາດໃໝ່ໃນການເຊື່ອມໂຍງເສດຖະກິດຊາຍແດນ ລະຫວ່າງ ຫວຽດນາມ, ລາວ ແລະ ຈີນ. ກອງປະຊຸມຄັ້ງນີ້ໄດ້ຊີ້ໃຫ້ເຖິງ “ການຫັນເປັນດິຈິຕອນ” ແລະ “ການຄ້າສີຂຽວ” ຈະກາຍເປັນກຳລັງຂັບເຄື່ອນບຸກທະລຸ ທີ່ຈະຊ່ວຍເພີ່ມມູນຄ່າການຄ້າຂ້າມຊາຍແດນໃນອະນາຄົດ. ໃນນັ້ນ,  ​3 ທິດທາງບຸກທະລຸທີ່ສຳຄັນ ຄື:

ການຫັນເປັນດິຈິຕອນຢູ່ດ່ານຊາຍແດນ: ເພື່ອເລັ່ງໃສ່ການນຳໃຊ້ລະບົບດ່ານພາສີອັດສະລິຍະ (Smart Customs), ການເຊື່ອມໂຍງຂໍ້ມູນແບບເອເລັກໂຕຣນິກ ແລະ ເອກະສານການຄ້າດິຈິຕອນ ເພື່ອຫຼຸດຜ່ອນເວລາໃນການແຈ້ງບອກສິນຄ້າ, ຫຼຸດຄ່າໃຊ້ຈ່າຍດ້ານໂລຈິສຕິກ, ແລະ ເພີ່ມຄວາມໂປ່ງໃສໃນການຂົນສົ່ງ.

ການສົ່ງເສີມການຄ້າສີຂຽວ: ສຸມໃສ່ການຍົກກະດັບມາດຕະຖານສິນຄ້າກະສິກຳ ແລະ ເຮັດໃຫ້ການຂົນສົ່ງເປັນມິດກັບສິ່ງແວດລ້ອມ. ການກຳນົດມາດຕະຖານການຜະ ລິດແບບຍືນຍົງຈະຊ່ວຍໃຫ້ສິນຄ້າສາມາດເຈາະຕະຫຼາດ ໄດ້ງ່າຍຂຶ້ນ ແລະ ມີມູນຄ່າເພີ່ມສູງກວ່າເກົ່າ.

ການເຊື່ອມໂຍງໂລຈິສຕິກແລະໂຄງຮ່າງພື້ນຖານ: ຍົກລະດັບການປະສານງານຕາມແລວທາງເສດຖະກິດພາກເໜືອ ໂດຍສະເພາະການເຊື່ອມຕໍ່ເສັ້ນທາງລົດໄຟ ລາວ-ຈີນ ແລະ ເສັ້ນທາງບົກສູ່ນະຄອນ ແລະ ແຂວງຊາຍແດນຂອງຫວຽດນາມ ເພື່ອສ້າງເປັນຕາໜ່າງການຂົນສົ່ງສິນຄ້າແບບຄົບວົງຈອນ.

📌ພ້ອມດຽວກັນນັ້ນ ​ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ແລກປ່ຽນຢ່າງກົງໄປກົງມາເພື່ອການຮ່ວມມື ຫວຽດນາມ – ລາວ – ຈີນ ໃນການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ການດຳເນີນທຸລະກິດແບບຍືນຍົງ ບໍ່ພຽງແຕ່ຈະຊ່ວຍຟື້ນຟູ ແລະ ຂະຫຍາຍຕົວເລກການນຳເຂົ້າ-ສົ່ງອອກ ຢູ່ເຂດພາກເໜືອເທົ່ານັ້ນ, ແຕ່ຍັງເປັນການສ້າງຮາກຖານເສດຖະກິດຊາຍແດນໃຫ້ເຂັ້ມແຂງ ແລະ ຍືນຍົງໃນໄລຍະຍາວອີກດ້ວຍ

ຂ່າວ: ຈ.ຈັນທະລິດ

ພາບ: ຫ້ອງການຕົວແທນອຸດສາຫະກຳ ແລະ ການຄ້າດຽນບຽນ ປະຈຳແຂວງບໍ່ແກ້ວ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa