






ເມື່ອບໍ່ດົນມານິ້.ຢູ່ທີ່ວັດຈອມເຂົາມະນີຮັດເມືອງຫ້ວຍຊາຍແຂວງບໍ່ແກ້ວ ໄດ້ມີ ພິທີມອບ-ຮັບ ອຸປະກອນການຮຽນ-ການສອນ ໃຫ້ແກ່ສາມະເນນ ນັກຮຽນສົງ ເພື່ອເປັນການສົ່ງເສີມ ແລະ ສະໜັບສະໜູນ ການສຶກສາຂອງພຣະສົງ-ສາມະເນນ ໃຫ້ມີຄວາມຕັ້ງໃຈຄົ້ນຄວ້າຮໍ່າຮຽນ ມີຄວາມຮູ້ຄວາມສາມາດ ທັງທາງໂລກ ແລະ ທາງທັມ.ໄດ້ຮັບຄວາມເມດຕາຕາງໜ້າ ມອບໂດຍ ພຣະອາຈານ ປອ ໄຊຍະພອນ ສີປັນຍາ, ຜູ້ອຳນວຍການ ໂຮງຮຽນ ມັດທະຍົມສຶກສາສົງແຂວງບໍ່ແກ້ວ ເຊິ່ງເປັນຕົວແທນນຳເອົາອຸປະກອນການຮຽນ ຈາກຄະນະເຈົ້າສັດທາຜູ້ມີຈິດສັດທາ ເຫຼື້ອມໃສໃນພຣະພຸດທະສາສະໜາ ມາຖວາຍໃຫ້ແກ່ສາມະເນນ ນັກຮຽນສົງ ວັດຈອມເຂົາ.
ການຖວາຍອຸປະກອນການຮຽນໃນຄັ້ງນີ້ ຖືເປັນການສ້າງບຸນກຸສົນອັນຍິ່ງໃຫຍ່ (ປັນຍາບາລະມີ) ທີ່ຊ່ວຍເປີດກວ້າງໂອກາດທາງການສຶກສາ ແລະ ເປັນແສງສະຫວ່າງແຫ່ງທັມ ເພື່ອໃຫ້ນັກຮຽນສົງໄດ້ນຳໃຊ້ເຂົ້າໃນການສຶກສາຄົ້ນຄວ້າ ພຣະທັມ ພຣະວິນັຍ ແລະ ວິຊາການຕ່າງໆ ເພື່ອສືບຕໍ່ອາຍຸພຣະພຸດທະສາສະໜາ ແລະ ເປັນກຳລັງ ສຳຄັນຂອງສາສະໜາ ແລະ ປະເທດຊາດ ໃນອະນາຄົດ.
ໃນໂອກາດອັນເປັນມຸງຄຸນນິ້, ທຸກພາກສ່ວນ ຂໍຮ່ວມ ໄຊຍະຕຸ ພອນ ອະນຸໂມທະນາບຸນ ນຳຄະນະເຈົ້າສັດທາທຸກໆທ່ານ ຂໍໃຫ້ຜົນບຸນອັນແສງສະຫວ່າງໃນທັມນິ້ ຈົ່ງດົນບັນດານໃຫ້ທ່ານ ແລະ ຄອບຄົວ ຈົ່ງມີແຕ່ຄວາມສຸກ, ຄວາມເຈີນ, ມີສະຕິປັນຍາສະຫຼຽວສະຫຼາດ, ເຮັດສິ່ງໃດກໍໃຫ້ສຳເລັດລຸລ່ວງດັ່ງປາດຖະໜາ ທຸກປະການ.
ຂ່າວໂດຍ:ເງິນຫຼົງ ຈິດພູວົງ.