



ໃນຕອນແລງຂອງວັນທີ່ 24 ສິງຫາ 2026 ນີ້ ຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງບໍ່ແກ້ວ ຄະນະພັກ-ຄະນະບັນຊາ ໄດ້ພົບປະໂອ້ລົມ ພະນັກງານ-ນັກຮົບ ທີ່ສໍາເລັດການສຶກສາສົກຮຽນ 2025-2026 ແລະ ກໍາລັງຈະໄປສຶກສາຮໍ່າຮຽນສົກຮຽນ 2026-2027 ຢູ່ໂຮງຮຽນຕ່າງໆໃນກອງທັບ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ. ມີ ຄະນະພັກ-ຄະນະບັນຊາ 7 ຫ້ອງ ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບ ທີ່ສໍາເລັດການສຶກສາ ແລະ ກຳລັງຈະໄປສຶກສາຮໍ່າຮຽນ ເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ໄດ້ໂອ້ລົມລົມ ພະນັກງານ-ນັກຮົບ ທີ່ສໍາເລັດການສຶກສາ ແລະ ກໍາລັງຈະໄປສຶກສາຮໍ່າຮຽນ ກ່ອນອື່ນສະຫາຍໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ ໂດຍສະເພາະແມ່ນສະພາບການພາຍໃນປະເທດຂອງພວກເຮົາສະນັ້ນມັນໄດ້ຮຽກຮ້ອງໃຫ້ບັນດາສະຫາຍທີ່ເປັນພະນັກງານສຶບທອດປ່ຽນແທນຕ້ອງໄດ້ມີແນວຄິດອຸ່ນອ່ຽນທຸ່ນທຽງ ມີຄຸນທາດການເມືອງໜັກແໜ້ນ, ມີແບບແຜນໃນການນໍາພາ-ບັນຊາທີ່ທັນສະໄໝມາຈັດຕັ້ງຜັນຂະຫຍາຍ, ມີແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ປະຕິບັດຫຼັກການນຳພາຂອງພັກ-ລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ, ປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງຮອບດ້ານຈາກນັ້ນສະຫາຍຍັງໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍທີ່ກຳລັງຈະໄປສຶກສາຮໍ່າຮຽນ ຈົ່ງມີແນວຄິດການເມືອງໜັກແໜ້ນ, ບຸກບື່ນຫ້າວຫັນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ດຸໝັ່ນຄົ້ນຄວ້າຮ່ຳຮຽນ ຍາດແຍ່ງເອົາຄວາມຮູ້ ຄວາມສາມາດ ເພື່ອພັດທະນາຕົນເອງ ກໍຄືການນຳເອົາບົດຮຽນມາພັດທະນາປັບປຸງກົມກອງ; ເອົາໃຈໃສ່ປະຕິບັດບັນດາຂໍ້ກຳນົດ ແລະ ກົດລະບຽບຂອງກອງທັບ ເປັນຕົ້ນແມ່ນ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ; ປັບປຸງແບບແຜນການດໍາລົງຊີວິດໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງແຕ່ລະວິທະຍາຄານ ແລະ ໂຮງຮຽນ, ເພີ່ມທະວີຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ໝູ່ເພື່ອນ, ຄູ-ອາຈານ ແລະ ປະຊາຊົນອ້ອມຂ້າງ,ເອົາໃຈໃສ່ປະຕິບັດກົດລະບຽບຂອງວິທະຍາຄານ ແລະ ໂຮງຮຽນວາງອອກຢ່າງເຂັ້ມງວດ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນຍາດເອົາຄະແນນດີ, ເປັນນັກຮຽນເກັ່ງ, ຕັ້ງໜ້າຖອດຖອນເອົາບົດຮຽນນໍາຄູ-ອາຈານ ແລະ ໝູ່ເພື່ອນ ເພື່ອນໍາມາພັດທະນາຕົນເອງ ແລະ ກົມກອງໃຫ້ມີຄວາມກ້າວໜ້າຂຶ້ນເລື້ອຍໆ.
ຂ່າວໂດຍ: ນີ່ ທຳມະວົງ.