ໜ່ວຍພັກຫ້ອງການ-ການເງິນເມືອງຫ້ວຍຊາຍ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V.

ໜ່ວຍພັກຫ້ອງການ-ການເມືອງຫ້ວຍຊາຍ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ V ຢູ່ທີ່ຫ້ອງປະຊຸມຫ້ອງການດັ່ງກ່າວໃນທ້າຍອາທິດຜ່ານມານີ້, ໂດຍການເປັນປະທານຂອງສະຫາຍ ຄໍາປຸ້ນ ຂັນຕິຍະວົງ ກຳມະການພັກເມືອງ, ເລຂາໜ່ວຍພັກຫ້ອງການ-ການເງິນເມືອງຫ້ວຍຊາຍ ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ສະຫາຍ ໂຊ່ນ ອິນທະໄຊ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ຄະນະຮັບຜິດຊອບກອງປະຊຸມຂັ້ນເມືອງ, ຮອງເລຂາໜ່ວຍພັກແຂກຖືກເຊີນ ແລະ ຜູ້ແທນກອງປະຊຸມເຂົ້າຮ່ວມ.

ໃນກອງປະຊຸມຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ຄໍາເງີນ ແສນຄໍາມຸງຄຸນ ຫົວໜ້າໜ່ວຍງານແຜນການ ແລະ ສະຖິຕິ ຫ້ອງການ-ການເງິນເມືອງ ຂຶ້ນເປັນຮອງຫົວໜ້າຫ້ອງການ-ການເງິນເມືອງຫ້ວຍຊາຍ, ທ່ານ ບຸນສີ ສຸທິປັນຍາ ຮອງຫົວໜ້າໜ່ວຍງານກວດກາລັດ ຂຶ້ນເປັນຫົວໜ້າໜ່ວຍງານກວດກາລັດ, ທ່ານ ອ່າງ ພວງເພັດ ຮອງຫົວໜ້າໜ່ວຍງານແຜນການ ແລະ ສະຖິຕິ ຂຶ້ນເປັນຫົວໜ້າໜ່ວຍງານແຜນການ ແລະ ສະຖິຕິ, ທ່ານ ເທບພະວົງ ວັນນະວົງ ເປັນຮອງຫົວໜ້າໜ່ວຍງານແຜນການ ແລະ ສະຖິຕິ, ສະຫາຍ  ຄໍາປຸ້ນ ຂັນຕິຍະວົງ ກຳມະການພັກເມືອງ, ເລຂາໜ່ວຍພັກຫ້ອງການ-ການເງິນເມືອງຫ້ວຍຊາຍ ໄດ້ຂຶ້ນຜ່ານບົດສຳຫຼວດການນຳພາລວມ ແລະ ບົດລາຍງານການເມືອງ ຂອງໜ່ວຍພັກຫ້ອງວ່າການໄລຍະຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ໜ່ວຍພັກຫ້ອງການ-ການເງິນເມືອງປະກອບມີ ສະມາຊິກພັກທັງໝົດ 32 ສະຫາຍ, ຍິງ 12 ສະຫາຍ. ສະມາຊິກພັກສໍາຮອງ 1 ສະຫາຍ, ຜ່ານຄະນະໜ່ວຍພັກ ໄດ້ຖືເອົາວຽກງານການນຳພາການເມືອງ-ແນວຄິດ ຂອງພະນັກງານສະມາຊິກພັກເປັນສໍາຄັນ ຕິດພັນການນຳເອົາມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຫ້ວຍຊາຍຄັ້ງທີ VIII, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍ່ແກ້ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງສູນກາງພັກ ມາເຜີຍແຜ່ໃຫ້ພະນັກງານ-ສະມາຊິກພັກໄດ້ເຊື່ອມຊຶມຢ່າງເລິກເຊິ່ງ ພ້ອມທັງ ຫັນເປັນແຜນວຽກຍ່ອຍອັນລະອຽດໃຫ້ແຕ່ລະໜ່ວຍງານ ນຳໄປຈັດຕັ້ງຜຜັນຂະຫຍາຍເຂົ້າໃສ່ວຽກງານວິຊາສະເພາະຂອງຕົນຢ່າງຖຶກຕ້ອງ ຍົກສູງ ການດໍາເນີນຮ່ວມຊີວິດພັກຢ່າງເປັນປົກກະຕິ ເພື່ອເປັນການຕໍານິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຮັດໃຫ້ສະມາຊິກພັກ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ, ມີຄວາມເປັນເອກະພາບສູງ ຕໍ່ແນວທາງປ່ຽນແປງໃໝ່ຂອງພັກ ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ຕ່າງໆ ພະຍາດອາດຍາສິດ, ສໍ້ລາດບັງຫຼວງ ທີ່ຈະເກີດຂື້ນພາຍໃນໜ່ວຍພັກຢ່າງຕັ້ງໜ້າ ໄປຄຽງຄູ່ການຊີ້ນຳໆພາອົງການຈັດຕັ້ງມະຫາຊົນ ກໍ່ຄື ວຽກງານວິຊາສະເພາະອື່ນໆດ້ວຍຜົນສຳເລັດ ຈາກນັ້ນ. ຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ມີຜູ້ສະມັກ 7 ສະຫາຍ ຍິງ 2 ສະຫາຍ, ຜ່ານການປ່ອນຕົວຈິ່ງສາມາດເລືອກໄດ້ ສະຫາຍ ສະຫາຍ ຄໍາປຸ່ນ ຂັນຕິຍະວົງ ເປັນເລຂາໜ່ວຍພັກຫ້ອງການ-ການເງິນເມືອງຫ້ວຍຊາຍ, ສະຫາຍ ບຸນຊູ ອຸບປະເສີດ ເປັນຮອງເລຂາໜ່ວຍພັກ ສະຫາຍ ນາງ ຄໍາເງີນ ແສງຄໍາມຸງຄຸນ ສະຫາຍ ສຸພາກອນ ແສງຂື້ນ ແລະ ສະຫາຍ ໄກສອນ ສຸກສົມສັກ ເປັນກໍາມະການໜ່ວຍພັກຫ້ອງການ-ການເງິນ ເມືອງຫ້ວຍຊາຍຊຸດໃໝ່. ພ້ອມທັງເລືອກຕັ້ງປະທານ ແລະ ຮອງປະທານກວດກາໜ່ວຍພັກ ເລືອກເອົາ ສະຫາຍ ບຸນຊູ ອຸບປະເສີດ ເປັນປະທານກວດກາ, ສະຫາຍ ດວງຈັນ ດວງປະຈິດ ແລະ ສະຫາຍ ນາງ ຈັນຟອງ ຈັນທະຍົມ ຮອງປະທານກວດກາໜ່ວຍພັກ.

ໂອກາດນີ້ ສະຫາຍ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ໝາກຜົນການຊີ້ ນຳໆພາຂອງຄະນະໜ່ວຍພັັກໄລະຍຜ່ານມາ, ເນັ້ນໜັກຄະນະພັກຊຸດໃໝ່ ຈົ່ງສືບຕໍ່ຊີ້ນຳໆພາ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງແບບແຜນ, ວິທີການນຳພາຂອງພັກ-ລັດ ກໍ່ຄື ວຽກງານການເງິນຂອງເມືອງໃຫ້ເຂັ້ມແຂງເປັນສຳຄັນ ຕິດພັນວຽກງານສຶກສາອົບຮົມການເມືອງ, ນຳພາແນວຄິດ, ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ, ເດັ່ດດ່ຽວປັບປຸງແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງໃຫ້ໝົດໄປ, ຍົກສູງຄວາມຮັບຜິດຊອບດ້ານໜ້າທີ່ການເມືອງ, ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີປອງດອງພາຍໃນ  ກຳນົດແນວທາງການຊີ້ນຳໆພາ ກໍ່ສ້າງພັກ-ຂະຫຍາຍສະມາຊິກພັກ ໃຫ້ຮັບປະກັນລັກສະນະສືບທອດປ່ຽນແທນຕັ້ງໜ້າກໍ່ສ້າງໜ່ວຍພັກ, ສະມາຊິກພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ພ້ອມທັງ ຊີ້ນຳໆພາສະມາຊິກພັກພາຍໜ່ວຍ ກໍ່ຄື ການຈັດຕັ້ງປະຕິບັດຕາມ ພາລະບົດບາດ, ສິດ ໜ້າທີ່ຂອງຕົນກໍ່ຄືວຽກງານການເງິນຂັ້ນເມືອງໃຫ້ປະສົບຜົນສຳເລັດດີຂຶ້ນເລື້ອຍໆ.

ພາບ,ຂ່າວ: ບຸນຈັນ ບຸນປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa