




ກອງປະຊຸມຜູ້ບໍລິຫານງານສຶກສາ ແລະ ກິລາ ທົ່ວເມືອງເມິງ ປະຈໍາສົກຮຽນ 2025 – 2026 ໄດ້ໄຂຂື້ນໃນວັນທີ 19 ສິງຫາ 2026 ຜ່ານມານີ້ ຢູ່ທີ່ຫ້ອງການສຶກສາ ແລະກິລາເມືອງເມິງ ແຂວງບໍ່ແກ້ວ ໂດຍການເປັນປະທານຮ່ວມ ຂອງທ່ານ ສົມບັດ ຄັດຕິຍະວົງ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາສັງຄົມ ແລະ ທ່ານ ສຸລິສັກ ເຢມະນີ ຮັກສາການຫົວໜ້າຫ້ອງການສຶກສາທິການ ແລະກິລາເມືອງ, ມີບັນດາທ່ານຜູ້ບໍລິຫານການສຶກສາ ທົ່ວເມືອງເມິງ ພ້ອມດ້ວຍຫ້ອງການອ້ອມຂ້າງທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງບົດລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະກິລາ ສົກຮຽນ 2025-2026, ໃນໄລຍະທີ່ຜ່ານມາ ຫ້ອງການສຶກສາ ແລະກິລາເມືອງ ສາມາດຕີລາຄາຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆ ປະກອບມີ 15 ຄາດໝາຍຫຼັກທີ່ກໍາົນດໄວ້ໃນແຜນປີທີ່ສະພາໄດ້ຮັບຮອງ ແລະ ໄດ້ຈັດຕັ້ງປະຕິບັດ ສາມາດບັນລຸໄດ້ 9 ຄາດໝາຍ, ຍັງບໍ່ທັນບັນລຸ 6 ຄາດແມ່ນ ແລະ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງແຕ່ລະຂະແໜງການເປັນຕົ້ນແມ່ນ: ວຽກງານການສຶກສາກ່ອນໄວຮຽນ; ວຽກງານການສຶກສາຊັ້ນປະຖົມສຶກສາ; ວຽກງານມັດທະຍົມສຶກສາຕອນຕົ້ນ; ວຽກງານມັດທະຍົມສຶກສາຕອນປາຍ; ວຽກງານບໍລິຫານ, ຄຸ້ມຄອງການສຶກສາ, ສະຖິຕິ, ແຜນການ ແລະ ພົວພັນຕ່າງປະເທດ; ໜ່ວຍງານຈັດຕັ້ງ-ພະນັກງານ ແລະ ວຽກງານກວດກາ, ຕິດຕາມ ແລະ ປະເມີນຜົນ ໃນພິທີຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງວຽກງານສຶກສາ, ວິທະຍາສາດ ແລະ ກິລາ ຂັ້ນຕາແສງ, ຜ່ານດໍາລັດວ່າດ້ວຍຕໍາແໜ່ງວິຊາການຄູ ແລະ ຜ່ານຂໍ້ຕົກລົງຂອງຫົວໜ້າຫ້ອງການສຶກສາເມືອງ ວ່າດ້ວຍການຊັບຊ້ອນບ່ອນປະຈໍາການຂອງຄູ ຈາກນັ້ນບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດ-ຄຳເຫັນ, ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດໜ້າທີວຽກງານໄລຍະຜ່ານມາ ຕາມຄຳຖາມເຈາະຈີ້ມ ຂອງຄະນະຮັບຜິດຊອບ ເພື່ອຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ, ຊອກຫາວິທີແກ້ໄຂ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງການສືກສາ ແລະກິລາ ໃນສົກຮຽນໃໝ່ທີ່ຈະມາເຖິງນີ້ ໃຫ້ມີຜົນສຳເລັດຕາມແຜນທີ່ໄດ້ກຳນົດໄວ້.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ສົມບັດ ຄັດຕິຍະວົງ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມໃນຄັ້ງນີ້ ກ່ອນອື່ນທ່ານໄດ້ກ່າວຄໍາຍ້ອງຍໍຊົມເຊີຍຕໍ່ພະນັກງານຄູ-ຈານ ແລະ ຄະນະຊີ້ນໍາວຽກງານການສຶກສາ ທີ່ສາມາດຍາດໄດ້ຜົນງານ ແລະ ຜົນສໍາເລັດໃນຫຼາຍດ້ານຕະຫຼອດໄລຍະສົກຮຽນທີ່ຜ່ານມາ ແລະ ທ່ານຍັງໄດ້ເໜັ້ນໜັກໃຫ້ຜູ້ບໍລິຫານການສຶກສາ ກໍ່ຄືຄູ-ອາຈານຈົ່ງເພີ້ມທະວີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານວິຊາສະເພາະ ໂດຍສະເພາະໃຫ້ເອົາໃຈໃສ່ໃນການຮຽນ-ການສອນ, ປະຕິບັດໂມງເວລາຂື້ນຫ້ອງລົງຫ້ອງ, ໃຫ້ພະນັກງານຄູ-ຈານໃຫ້ມີແນວຄິດອຸ່ນອຽນທຸນທຽງເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ-ລັດ, ສຶບຕໍ່ຈັດຕັ້ງປະບັດຕາມ 15 ຄາດໝາຍ ໂດຍສະເພາະຄາດໝາຍທີ່ຍັງບໍ່ທັນໄດ້ບັນລຸ ແລະ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດຕາມທິດທາງແຜນຂອງແຕ່ລະໂຮງຮຽນທີ່ໄດ້ວາງອອກໃຫ້ປະກົດຜົນເປັນຈິ່ງໃນຕໍ່ໜ້າ.
ຂ່າວ: ອຸ່ນຄໍາ ຂັນວາລິດ