


ວັນທີ 15 ຕຸລາ 2026 ນີ້, ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມຄະນະ ໄດ້ລົງເຄື່ອນໄຫວພົບປະໂອ້ລົມ ນັກສຶກສາແຂວງບໍ່ແກ້ວ ທີ່ສະ ຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຫ້ການຕ້ອນຮັບຢ່າງອົບອຸ່ນໂດຍ ສະຫາຍ ປະກາຍສິດ ທຳມະວົງ ຕາງໜ້າຄະນະນັກສຶກສາແຂວງບໍ່ແກ້ວ ຕະຫຼອດຮອດ ນັກສຶກສາທຸກສະຫາຍ ພ້ອມດຽວກັນນີ້ ສະຫາຍຍັງໄດ້ລາຍ ງານສະພາບລວມໂດຍຫຍໍ້ ການຈັດຕັ້ງປະຕິບັດໜ້າທີ່ຂອງຄະນະນັກສຶກສາແຂວງບໍ່ແກ້ວ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດໄດ້ ໃນໄລະຍະຜ່ານມາ.
ໃນ ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາສະຫາຍນັກສຶກສາ ຕະຫຼອດໄລຍະຜ່ານມາ, ໄດ້ອົດທົນຜ່ານຜ່າອຸປະ ສັກ, ຄົ້ນຄວ້າສຶກສາຮ່ຳຮຽນ ພາຍຫຼັງຈົບການສຶກສາຈາກສະຖາບັນແຫ່ງນີ້ແລ້ວ ແຕ່ລະສະຫາຍຈະກັບຄືນສູ່ກົມກອງ ຕ້ອງໄດ້ຝຶກຝົນຫຼໍ່ຫຼອມທັດສະນະການເມືອງໃຫ້ໜັກແໜ້ນ, ຍຶດໝັ້ນອຸດົມການຂອງພັກ ແລະ ຄຸນສົມບັດປະຕິ ວັດ, ຮັດແໜັນຄວາມສາມັກຄີທັງພາຍໃນ ແລ ພາຍນອກ ໂດຍຖືເອົາການຄົ້ນຄວ້າຮ່ຳຮຽນທິດສະດີມາກ-ເລນິນ ແລະ ແນວຄິດປະທານໄກສອນ ພົມວິຫານ ຄຽງຄູ່ກັບການປະຕິບັດຕົວຈິງ ເພື່ອນຳໄປແກ້ໄຂບັນຫາໃຫ້ປະຊາຊົນຢ່າງມີວິທະຍາສາດ; ພ້ອມທັງເພີ່ມພູນສະຕິລະວັງຕົວຕ້ານທັດ ສະນະຜິດພາດ, ຕ້ານພະຍາດອາດຍາສິດ ແລະ ການສໍ້ ລາດບັງຫຼວງ, ເພື່ອກຽມພ້ອມກາຍເປັນພະນັກງານນຳພາ -ຄຸ້ມຄອງສືບທອດທີ່ມີຄວາມສາມາດ ແລະ ເປັນແບບ ຢ່າງທີ່ດີໃນການນຳພາປະເທດຊາດໃຫ້ຈະເລີນກ້າວໜ້າ.
ໃນໂອກາດທີ່ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງບໍ່ແກ້ວ ພ້ອມຄະນະ ທີ່ລົງເຄື່ອນໄຫວພົບປະໂອ້ລົມນັກສຶກສາ ຍັງໄດ້ມອບວັດຖຸປັດໄຈ ເພື່ອສົ່ງເສີມການສຶກສາໃຫ້ຄະນະນັກສຶກສາແຂວງບໍ່ແກ້ວ ຈຳນວນ 10 ລ້ານກີບ ຕາງໜ້າກ່າວຮັບຂອງ ສະຫາຍ ປະກາຍສິດ ທຳມະວົງ ທັງສະແດງຄວາມຂອບໃຈຕໍ່ຄະນະນຳຂອງແຂວງ ເວລາໃດກໍໄດ້ໃຫ້ຄວາມເປັນຫ່ວງເປັນໄຍຕໍ່ການສຶກສາ, ການເປັນຢູ່ນັກສຶກສາຂອງແຂວງໂດຍດີຕະຫຼອດມາ ແລະ ຈະນຳໃຊ້ເງິນຈຳນວນດັ່ງກ່າວໃຫ້ຖືກຕ້ອງເຂົ້າໃນການສຶກສາຢ່າງແທ້ຈິງ.
#ໂດຍ: ວໍລະສິດ ພິດສະຫາຍ.